ຢ້ຽມຢາມ​ ພົບປະໂອ້ລົມ ນາຍ ແລະ ພົນທະຫານກອງພົນທະຫານຮາບທີ 5

0
1368

ທ່ານນາຍົກລັດຖະມົນຕີ ຢ້ຽມຢາມ​ ພົບປະໂອ້ລົມ ນາຍ ແລະ ພົນທະຫານກອງພົນທະຫານຮາບທີ 5

ໃນວັນທີ 13 ມັງກອນ 2023,​ ທ່ານ ສອນໄຊ ​ສີພັນດອນ ນ​າຍົກລັດຖະມົນຕີໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມນາຍ ແລະ ພົນທະຫານກອງພົນທະຫານຮາບທີ 5 ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20/1/1949-20/1/2023), ໂດຍການຕ້ອນຮັບຈາກທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມດ້ວຍຄະນະ; ມີການນຳກະຊວງປ້ອງກັນປະເທດ,​ ຄະນະພັກ-ຄະນະບັນຊາກອງພົນທະຫານຮາບທີ 5 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນທະຫານຮາບທີ 5 ໄດ້ຂຶ້ນລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດບາດ ແລະ ໜ້າທີ່ການເມືອງຂອງກົມກອງ, ລວມທັງຜົນງານທີ່ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງກອງພົນທະຫານຮາບທີ 5 ມີພາລະບົດບາດເປັນກຳລັງຫຼວງເຄື່ອນທີ່, ພາຍໃຕ້ການຊີ້ນໍາ-ບັນຊາໂດຍກົງຮອບດ້ານຂອງກະຊວງປ້ອງກັນປະເທດ, ເປັນກຳລັງຫຼັກແຫຼ່ງໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຊ່ວຍໜູນໃຫ້ຂອບເຂດຂອງ 4 ແຂວງພາກໃຕ້, ຊີ້ນໍາອົງການ, ກົມກອງຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງຕາມຂອບເຂດກົມກອງຕັ້ງທັບແບບທາງກວ້າງ ແລະ ທາງເລິກ, ປະສານສົມທົບກັບກອງບັນຊາການທະຫານ 4 ແຂວງພາກໃຕ້ປົກປັກຮັກສາຊາຍແດນເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ. ພ້ອມກັນນັ້ນ, ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງໃຫ້ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ, ສຸມໃສ່ອົບຮົມ-ຫັດແອບ ແລະ ປັບປຸງລະບຽບແບບແຜນໃຫ້ມີຄວາມຮັດກຸມເປັນເອກະພາບ; ຊີ້ນໍາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ແຕ່ລະກົມກອງສ້າງພະລາທິການກັບທີ່ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໂດຍສຸມໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດເພື່ອຮັບປະກັນການແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ. ຄຽງຄູ່ກັນນັ້ນ, ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຂົງເຂດວຽກງານຕ່າງໆທີ່ປິ່ນອ້ອມໜ້າທີ່ການເມືອງຂອງກົມກອງຕົນເອງ ໂດຍສາມາດຍາດໄດ້ຜົນສໍາເລັດທີ່ເປັນພື້ນຖານຫຼາຍດ້ານ.

ໃນໂອກາດດຽວກັນ, ທ່ານ ນາຍົກລັດຖະມົນຕີໄດ້ມີຄໍາເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມໂດຍໄດ້ຕີລາຄາສູງຕໍ່ໝາກຜົນຂອງການປະຕິວັດ ແລະ ມູນເຊື້ອອັນດີງາມ ຂອງກອງທັບປະຊາຊົນລາວ ຕະຫຼອດໄລຍະ 74 ປີຜ່ານມາເວົ້າລວມ, ເວົ້າສະເພາະຜົນສຳເລັດ ທີ່ນາຍ ແລະ ພົນທະຫານ ກອງພົນທະຫານຮາບທີ 5 ສາມາດຍາດມາໄດ້, ພ້ອມທັງຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນ ຢູ່ພາຍໃນ ແລະ ຕ່າງປະເທດ, ສະພາບການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໂດຍສະເພາະ ຄວາມພະຍາຍາມຂອງລັດຖະບານ ແລະ ພາກສ່ວນທີ່ກ່ຽວຂ້ອງ, ຜົນສຳເລັດ, ຂໍ້ສະດວກ-ຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດເຮົາໃນປັດຈຸບັນ. ຕໍ່ສະພາບການດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນເນັ້ນໜັກ ໃຫ້ຄະນະພັກ-ຄະນະບັນຊາຕະຫຼອດຮອດພະນັກງານ-ນັກຮົບທົ່ວກອງພົນທະຫານຮາບທີ 5 ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ເຊີດຊູສະຕິລະວັງຕົວ, ສະຕິປົກປັກຮັກສາແນວທາງນະໂຍບາຍຂອງພັກ-ລັດ, ປົກປັກຮັກສາໝາກຜົນຂອງການປະຕິວັດ, ປົກປັກຮັກສາລະບອບໃໝ່ໄວ້ໃຫ້ໝັ້ນຄົງ; ສົມທົບແໜ້ນ ລະຫວ່າງ ວຽກງານ ປກຊ-ປກສ ກັບການສ້າງສາພັດທະນາເສດຖະກິດ-ສັງຄົມ; ເພີ່ມທະວີການເຮັດວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງ; ປັບປຸງແບບແຜນວິທີເຮັດວຽກໃຫ້ມີລັກສະນະປະຕິວັດບຸກ, ມີວິທະຍາສາດ, ແທດຕົວຈິງ ແລະ ໂປ່ງໃສ, ມີການແບ່ງງານ, ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ, ແບບແຜນນຳພາຕ້ອງປະດິດສ້າງ, ກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບຕໍ່ຜົນໄດ້ຜົນເສຍໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ທີ່ນອນໃນຂອບເຂດຮັບຜິດຊອບ ໂດຍຖືເອົາຜົນປະໂຫຍດຂອງຊາດ, ຂອງປະຊາຊົນ ເປັນບ່ອນອີງ; ຕັ້ງໜ້າປັບປຸງກຳລັງໃນທຸກດ້ານໃຫ້ໜັກແໜ້ນເຂັ້ມແຂງ, ເອົາໃຈໃສ່ຕໍ່ການປັບປຸງລະບອບຄຸ້ມຄອງ-ບັນຊາ, ປັບປຸງກຳລັງປະເພດຕ່າງໆ ໂດຍຖືເອົາຄຸນນະພາບເປັນຕົ້ນຕໍ; ສຸມທຸກເງື່ອນໄຂຄວາມສາມາດ ໃນການສ້າງເສດຖະກິດ ເພື່ອກ້າວໄປເຖິງການກຸ້ມຕົນເອງ ຢ່າງຮອບດ້ານ ໂດຍຖືເອົາວຽກງານຄຸ້ມຄອງ ແລະ ລ້ຽງດູກອງທັບ ດ້ວຍການສ້າງພະລາທິການກັບທີ່ເປັນວຽກງານຕົ້ນຕໍ; ເຂົ້າຮ່ວມຢ່າງຕັ້ງໜ້າກໍ່ສ້າງກິດຈະການດ້ານເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ, ຊ່ວຍເຫຼືອປະຊາຊົນ ໃນການປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ວັດທະນະທຳໃຫ້ນັບມື້ນັບດີຂຶ້ນ; ສືບຕໍ່ປະຕິບັດແນວທາງການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື, ປັບປຸງ ແລະ ເພີ່ມທະວີການຮ່ວມມືຮອບດ້ານກັບກອງທັບເພື່ອນມິດຍຸດທະສາດ ແລະ ການຮ່ວມມືກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ປັບປຸງກໍ່ສ້າງກອງທັບໃຫ້ກ້າວໜ້າສູ່ຄຸນນະພາບໃໝ່.

ໃນໂອກາດເຄື່ອນໄຫວຢ້ຽມຢາມຂອງທ່ານ ນາຍົກລັດຖະມົນຕີຄັ້ງນີ້, ທ່ານ ຍັງໄດ້ມອບວັດຖຸປັດໄຈຈໍານວນໜຶ່ງໃຫ້ກອງພົນທະຫານຮາບທີ 5 ເພື່ອປະກອບສ່ວນເຂົ້າໃນການປັບປຸງພັດທະນາກອງພົນໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆ, ພ້ອມກັນນັ້ນ ກໍໄດ້ລົງຢ້ຽມຢາມພະນັກງານ-ນັກຮົບກອງພັນ 565 ແລະ ກອງພັນ 611 ທີ່ຂຶ້ນກັບກອງພົນທີ 5 ຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here