ຮອງປະທານປະເທດ ຢ້ຽມຢາມເຂດການຜະລິດເຂົ້າ

0
1046

ໃນວັນທີ 17 ມັງກອນ 2023, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ເມືອງມຸນລະປາໂມກ ແຂວງຈຳປາສັກ, ໂດຍມີ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ພ້ອມຄະນະນຳຂອງແຂວງ, ພະແນກການກ່ຽວຂ້ອງ ຮ່ວມຕິດຕາມ ແລະ ມີ ທ່ານ​ ພິດສະຫົງ ພົມມະວົງສາ ເຈົ້າເມືອງມຸນລະປາໂມກ ໃຫ້ການຕ້ອນຮັບ.

ໃນການຢ້ຽມຢາມ ເມືອງມຸນລະປາໂມກນີ້, ທ່ານຮອງປະທານປະເທດ ໄດ້ຢ້ຽມຢາມເຂດການຜະລິດເຂົ້າບ້ານປ່າໂມກ ຂອງ ບໍລິສັດ ລັດວິສາຫະກິດ ກໍ່ສ້າງຂົວ-ທາງເເລະຕິດຕັ້ງໄຟຟ້າຄົບວົງຈອນໄຊສົມບູນ ແລະຮັບຟັງການລາຍງານຈາກ ທ່ານ ພັນເອກ ສີສະຫງວນ ອິນທະຈັກ ຜູ້ອຳນວຍການບໍລິສັດ ດັ່ງກ່າວ, ເຂດການຜະລິດເຂົ້າຂອງບໍລິສັດ ມີເນື້ອທີ່ປູກເຂົ້າທັງໝົດ 350 ເຮັກຕາ, ສາມາດປູກເຂົ້າໄດ້ 2 ລະດູການ/ປີ ຄືນາປີ ເເລະ ນາເເຊງ; ດ້ວຍກຳມະວິທີການປູກເເບບ ຢອດເມັດ, ສ່ວນໃຫຍ່ເເມ່ນນໍາໃຊ້ກົນຈັກທີ່ທັນສະໄຫມເຂົ້າໃນການຜະລິດ ເນື່ອງຈາກວ່າໃຊ້ຕົ້ນທຶນທີ່ຕໍ່າ ເເລະ ຫລຸດຜ່ອນກໍາ ລັງເເຮງງານຄົນໄດ້ດີ ສາມາດຄືນທຶນໄດ້ໄວ. ສວ່ນວ່າຕົ້ນທຶນໃນການບຸກເບີກເນື້ອທີ່ນາເເມ່ນ ປະມານ 15 ລ້ານກີບ/ເຮັກຕາ, ຜົນຜະລິດທີ່ໄດ້ຮັບສະເລ່ຍ 2.5ໂຕນ/ເຮັກຕາ ສຳລັບການຜະລິດປີຜ່ານມາ ເເລະ ຕົ້ນປີ2023 ໄດ້ມີການປັບປຸງເນື້ອທີ່ນາໃໝ່, ເເກ້ໄຂລະບົບລະບາຍນໍ້າເພື່ອໃຫ້ທ່ວງທັນເຂົ້າໃນການຜະລິດ ເເລະ ຄາດຄະເນ ຜົນຜະລິດທີ່ຈະໄດ້ຮັບເເມ່ນ4ໂຕນ/ເຮັກຕາ.

ນອກນັ້ນ ກໍມີໂຮງສີເຂົ້າທັນສະໄຫມ, ສະມັດຕະພາບ ສາມາດຄັດເມັດເເຍກເມັດເຂົ້າໄດ້ລະອຽດເເລະ ສາມາດສີເຂົ້າໄດ້ 2 ໂຕນ/1 ຊົ່ວໂມງ, ສະເລ່ຍໃນມື້ໝຶ່ງໄດ້16ໂຕນ; ສ່ວນໃຫຍ່ເຂົ້າທີ່ສີໄປເເມ່ນສົ່ງໃຫ້ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ໃນຂົງເຂດພາກໃຕ້ເເລະພາກກາງ ທັງນີ້ກໍ່ເພື່ອຮັບປະກັນທາງດ້ານສະບຽງອາຫານໃຫ້ເເກ່ກອງທັບປະຊາຊົນລາວ ແລະ ຍັງຈັດຈຳຫນ່າຍຕາມທ້ອງຕະຫລາດພາຍໃນປະເທດອີກດ້ວຍ.

ຈາກນັ້ນ, ທ່ານຮອງປະທານປະເທດ ພ້ອມຄະນະ ຍັງໄດ້ລົງເບິ່ງຈຸດທີ່ຈະກໍ່ສ້າງຂົວເຊລຳເພົາ ຕັ້ງຢູ່ບ້ານເວີນຍາງ, ເມືອງມູນລະປາໂມກ, ຕາມການອອກແບບຂົວ ແມ່ນກຳນົດຈຸດຫ່າງຈາກເສັ້ນທາງໄປ ປະມານ 500 ແມັດ, ເປັນຂົວເບຕົງອັດແຮງ, ມີ ຄວາມຍາວ 150 ແມັດ, ກວ້າງ ໜ້າຂົວ 8 ແມັດ, ໂຄງການນີ້ໄດ້ເລີ່ມດຳເນີນການແຕ່ ປີ 2013 ເປັນຕົ້ນມາ. ແລະໃນໂອກາດດັ່ງກ່າວ, ທ່ານນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ຍັງໄດ້ມອບ ນ້ຳດື່ມ, ປັດໃຈການບໍລິໂພກ ໃຫ້ ກຳລັງປກຊ-ປກສ ໃນເຂດຈຸດດັ່ງກ່າວ ນຳອີກ.

ແຫຼ່ງຂ່າວຈາກ:

LEAVE A REPLY

Please enter your comment!
Please enter your name here