ນາຍົກລັດຖະມົນຕີໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ປະຈຳປີ 2022

0
701

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໂອ້ລົມຕໍ່ກອງປະຊຸມສະຫຼຸບວຽກງານ ແຜນການ ແລະ ການລົງທຶນ ປະຈຳປີ 2022 ແລະ ທິດທາງປະຈຳປີ 2023 ໃນວັນທີ 18 ມັງກອນ ນີ້ ທີ່ຫໍປະຊຸມແຫ່ງຊາດ ໂດຍ ມີ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຂະແໜງແຜນການ ແລະ ການລົງທຶນ ທີ່​ສາ​ມາດຍາດຜົນງານເດັ່ນຫຼາຍ ໃນໄລຍະທີ່ຜ່ານມາ ແລະ ໄດ້ເນັ້ນໃຫ້ເອົາໃຈໃສຕື່ມ 11 ບັນຫາດັ່ງນີ້:

ບັນດາສະຫາຍສະມາຊິກພັກ ແລະ ພະນັກງານ ຕ້ອງເດັດຂາດ ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ພາຍໃຕ້ຄໍາຂວັນ” ສ້າງການຫັນປ່ຽນຢ່າງແຂງແຮງ ວຽກງານແຜນການ ແລະ ການລົງທຶນໃນເງື່ອນໄຂໃໝ່” ຕ້ອງບຸກທະລຸທາງດ້ານຈິນຕະນາການ, ຄິດໃໝ່, ລຸກໃໝ່, ສ້າງການຫັນປ່ຽນ ໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂຶ້ນ​ຕື່ມ, ເຂົ້າໃຈສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນໂດຍອີງໃສ່ 3 ຫຼັກການທີ່ກໍານົດໃນວາລະແຫ່ງຊາດຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບ ຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ;

ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ສ້າງ ແລະ ພັດທະນາບຸກຄະລາກອນ ຂອງຂະ ແໜງແຜນການ ແລະ ການລົງທຶນ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມເປັນເຈົ້າການ, ມີຈັນຍາບັນ, ຮັກວິຊາຊີບ, ອົດທົນເສຍສະຫຼະ ແລະ ປະຕິບັດວິໄນ ທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ, ຍົກສູງສະຕິຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ແລະ ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ ເພື່ອລຶບລ້າງປະກົດການຫຍໍ້ທໍ້ໃຫ້ຂາດໂຕ.

ຂະແໜງແຜນການ ແລະ ການລົງທຶນ ເປັນຂະແໜງການມະຫາພາກ ທີ່ຕີຈັງຫວະ ແລະ ຕິດຕາມການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ໃຫ້ລັດຖະບານ ຮ່ວມຂະແໜງການຕ່າງໆ.

ດັ່ງນັ້ນ, ຈະເຮັດແນວໃດເພື່ອໃຫ້ເສດຖະກິດຂອງປະເທດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບ, ຄວາມທຸກຍາກຂອງປະຊາຊົນໄດ້ຮັບການແກ້ໄຂ ແລະ ສ້າງວຽກເຮັດງານທຳ, ສິ່ງໜຶ່ງທີ່ເປັນປັດໄຈຕັດສິນ ແມ່ນຕ້ອງມີລະບົບສະຖິຕິທີ່ເຂັ້ມແຂງ ແລະ ລົງເຖິງຮາກຖານ, ມີການຄົ້ນຄວ້າວິໄຈຢ່າງໜັກແໜ້ນ ສາມາດສະເໜີແນະນະໂຍບາຍຕ່າງໆ ໃຫ້ແກ່ການນຳຢ່າງທັນການ, ຕ້ອງສ້າງກົນໄກໃນການປະສານງານ ລະຫວ່າງພາກສ່ວນຕ່າງໆ ຕັ້ງແຕ່ຫົວທີໃຫ້ມີຄວາມໂລ່ງລ່ຽນ, ສະດວກ, ວ່ອງໄວ ແລະ ມີປະສິດທິຜົນສູງ; ມີຄວາມເຂົ້າໃຈໃນບົດບາດ-ພາລະໜ້າທີ່ຂອງແຕ່ລະພາກສ່ວນ ທັງສູນກາງ ແລະ ທ້ອງຖິ່ນ.

ສືບຕໍ່ເປັນເຈົ້າໃນການປະສານ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທໍາ, ນໍາໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂ ແລະ ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວ; ຕ້ອງປະສານສົມທົບກັນຢ່າງກົມກຽວທັງໃນຂະແໜງການເອງ, ຂະແໜງການດ້ວຍກັນ ແລະ ຂະແໜງການກັບທ້ອງຖິ່ນໃຫ້ມີປະສິດທິຜົນສູງຂຶ້ນ.

ປັບປຸງການສ້າງແຜນໃນໄລຍະໃໝ່ ເລີ່ມຈາກແຜນປີ 2023 ແລະ ປີຕໍ່ໆໄປ ຕ້ອງຕິດແທດກັບຕົວຈິງ ແລະ ມີວິທະຍາສາດຫຼາຍຂຶ້ນ, ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນໃໝ່ຢ່າງແທ້ຈິງ ໂດຍສະເພາະການຈັດບຸລິມະສິດ ແລະ ສຸມໃສ່ໂຄງການທີ່ຈຳເປັນ ແລະ ຮີບດ່ວນ, ມີປະສິດທິຜົນ ແລະ ເຫັນຜົນໄວດ້ານເສດຖະກິດທີ່ແທ້ຈິງ ຄຽງຄູ່ກັບການຈຳກັດໂຄງການທີ່ບໍ່ມີປະສິດທິຜົນ ເພື່ອບໍ່ໃຫ້ສ້າງໜີ້ສະສົມເພີ່ມຂຶ້ນຕື່ມ, ພ້ອມນັ້ນ ກໍຕ້ອງໄດ້ກວດກາຄືນໂຄງການລົງທຶນຂອງລັດທີ່ຍັງບໍ່ທັນໄດ້ປະຕິບັດ, ບໍ່ມີຄວາມຄືບໜ້າ, ບໍ່ມີປະສິດທິຜົນ, ແກ່ຍາວເວລາຈັບຈອງໂຄງການ ແລະ ເນື້ອທີ່, ຖ້າບໍ່ມີຄວາມຄືບໜ້າໃຫ້ສະເໜີໂຈະຊົ່ວຄາວ ຫຼື ຖາວອນ.

ສືບຕໍ່ຄົ້ນຄວ້າ ວິທີການຊໍາລະໜີ້ສິນທີ່ຍັງເຫຼືອດ້ວຍຮູບແບບຕ່າງໆ ໃນຂອບເພດານງົບປະມານທີ່ມີໃນແຕ່ລະປີ ແລະ ບໍ່ກະທົບຕໍ່ສະພາບຄ່ອງໃນການດໍາເນີນທຸລະກິດ, ປະຕິບັດກົດໝາຍການລົງທຶນຂອງລັດ ແລະ ຄໍາແນະນໍາຕ່າງໆຢ່າງ​ເຂັ້ມ​ງວດ.

ສຸມໃສ່ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຢ່າງແຂງແຮງເລິກເຊິ່ງ, ແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ, ຮັດກຸມ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການ; ເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດ ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດພາຍໃນປະເທດໃຫ້ດີຂຶ້ນ, ບຸກທະລຸໃນການນໍາໃຊ້ເຄື່ອງມືທັນສະໄໝເຂົ້າໃນການສະເໜີຂໍລົງທຶນ, ຄົ້ນຄວ້າຕໍ່ການສະເໜີຈົນຮອດຂອດການແຈ້ງຜົນການຄົ້ນຄວ້າຢ່າງເປັນລະບົບ.

ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດ ໃຫ້ກາຍເປັນກໍາລັງແຮງແທ້ຈິງໃຫ້ການພັດທະນາ ເສດຖະກິດ-ສັງຄົມ: ພັດທະນາເຂດເສດຖະກິດພິເສດຕ້ອງໃຫ້ມີຈຸດສຸມ, ມີການບໍລິຫານ ແລະ ຄຸ້ມຄອງເຂດໃຫ້ຮັດກຸມຕາມສັນຍາ, ລະບຽບ ແລະ ກົດໝາຍຢ່າງເຄັ່ງຄັດ. ການບໍລິການຂອງພາກລັດ ຢູ່ພາຍໃນເຂດເສດຖະກິດພິເສດ ກໍຕ້ອງເຮັດແບບປະຕູດຽວ ແລະ ຄົບຊຸດ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອໍານວຍຄວາມສະດວກໃຫ້ແກ່ຜູ້ລົງທຶນ. ຮຽກຮ້ອງໃຫ້ບັນດາທ້ອງຖິ່ນທີ່ມີເຂດເສດຖະກິດພິເສດຕ້ອງລົງຕິດຕາມ, ກວດກາຢ່າງໃກ້ຊິດໃນການຄຸ້ມຄອງບໍລິຫານໃຫ້ເຂົ້າສູ່ລະບຽບ, ມີຄວາມສະຫງົບ ແລະ ເອົາການບໍລິການທີ່ມີຄວາມວ່ອງໄວ, ສະດວກ ເພື່ອດຶງດູດການລົງທຶນເຂົ້າໃນເຂດແຕ່ລະແຫ່ງ.

ວຽກຮ່ວມມືກັບສາກົນ, ຮ່ວມມືລາວ-ຫວຽດນາມ ແລະ ຮ່ວມມືລາວ-ຈີນ ແມ່ນສືບຕໍ່ຊຸກຍູ້ ເສີມຂະຫຍາຍ, ຂົນຂວາຍການຊ່ວຍເຫຼືອທາງດ້ານວິຊາການ ແລະ ທຶນຮອນ ເຂົ້າມາໃນຂະບວນການພັດທະນາ ຕ້ອງມີຈຸດສຸມ, ມີການເລືອກເຟັ້ນ ແລະ ເປັນລະບົບ; ຫັນເອົາທຶນຈາກການຊ່ວຍເຫຼືອທາງການເພື່ອການພັດທະນາ ໄປສູ່ການພັດທະນາຄົນ, ສ້າງຂີດຄວາມສາມາດໃຫ້ພະນັກງານກາຍເປັນຊ່ຽວຊານ, ນໍາໃຊ້ການຊ່ວຍເຫຼືອເຂົ້າໃນການພັດທະນາໂຄ່ງລ່າງພື້ນຖານທີ່ຈໍາເປັນແທ້ໆ. ສະເພາະການຮ່ວມມືກັບ ສສ ຫວຽດນາມ ແລະ ສປ ຈີນ ນັ້ນ ຕ້ອງຖືເປັນວຽກບຸລິມະສິດເພື່ອສ້າງໃຫ້ໄດ້ ຄວາມໄວ້ເນື້ອເຊື່ອໃຈ, ໝາກຜົນຕົວຈິງ. ເປັນເຈົ້າການຊຸກຍູ້ໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງເລັ່ງຜັນຂະຫຍາຍເນື້ອໃນຖະແຫຼງການຮ່ວມລະຫວ່າງລາວ-ຈີນ, ລາວ-ຫວຽດນາມ ໃນການສ້າງແຜນແມ່ບົດຮ່ວມກັນ. ພວກເຮົາເອງຕ້ອງເປັນເຈົ້າການປັບປຸງ ປ່ຽນແປງປະຕິຮູບໃນແບບແຜນການເຮັດວຽກໃຫ້ວ່ອງໄວ, ມີຄຸນນະພາບ, ມີແນວຄິດບຸກທະລຸອັນໃໝ່ ແລະ ຈິງໃຈໃນວຽກງານການຮ່ວມມື.

ໃຫ້ເອົາໃຈໃສ່ແຕ່ຫົວທີວຽກງານປະເມີນຜົນໂຄງການໃນແຕ່ລະໄລຍະ (ຊຶ່ງມີ 4 ໄລຍະຂອງການປະເມີນ) ຕ້ອງປະຕິບັດໃຫ້ໄດ້, ເລັ່ງໃສ່ວຽກງານຕິດຕາມ-ກວດກາເປັນປົກກະຕິ ເມື່ອເຫັນແລ້ວກໍຕ້ອງມີການວາງມາດຕະການແກ້ໄຂ ຖ້າເກີດບັນຫາ, ຖ້າປະຕິບັດໄດ້ດີກໍຕ້ອງມີການຍ້ອງຍໍຊົມເຊີຍ;

ວຽກບໍລິການ, ການປະສານງານໃຫ້ມີຄວາມໂລ່ງລ່ຽນ, ວ່ອງໄວ ແມ່ນບຸລິມະສິດຫຼັກໃນທຸກໜ້າວຽກລວມທັງການຫັນກົງຈັກໃຫ້ກະທັດຮັດ ແຕ່ມີຄຸນນະພາບນັ້ນແມ່ນວຽກທີ່ຕັດສິນທຸກການປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ, ການເລືອກເຟັ້ນບຸກຄົນທີ່ໂດດເດັ່ນທາງດ້ານຄວາມຮູ້ – ຄວາມສາມາດ ແລະ ມີຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນແມ່ນໜ້າທີ່ຂອງຄະນະນໍາຂະແໜງ ແຜນການ ແລະ ການລົງທຶນຕ້ອງໄດ້ລົງເລິກຄົ້ນຄວ້າ​ຢ່າງ​ຖີ່​ຖ້ວນ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍັງໄດ້ຮຽກຮ້ອງມາຍັງຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງຂະແໜງແຜນການ-ການລົງທຶນ ແລະ ທຸກຂະແໜງການສືບຕໍ່ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນແທ້ໆໃນພາລະກິດພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນ, ມີຈິດໃຈຮັກຊາດ, ເສຍສະຫຼະເພື່ອ ສ່ວນລວມ, ຊື່ສັດບໍລິສຸດ, ພ້ອມກັນຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ຢ່າງຈິງຈັງຄືກັນກັບນັກຮົບປະຕິວັດໃນສະໜາມຮົບຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ສະໜາມຮົບແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ປະເທດເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ທີ່ມີຄວາມສ່ຽງຫຼາຍປະການ ແລະ ຖືເປັນບາດລ້ຽວທີ່​ພວກເຮົາຕ້ອງໄດ້ສຸມກໍາລັງແຮງ ແລະ ມັນສະໝອງ ເຂົ້າໃນການສຶກສາ-ຄົ້ນຄວ້າ, ລົງເລິກວິໄຈບັນຫາໃຫ້ລະອຽດໃຫ້ຮູ້ສາເຫດຕົ້ນຕໍແທ້ຈິງ ແລະ ຈະແຈ້ງເພື່ອຮ່ວມຈິດຮ່ວມໃຈ ສາມັກຄີ ເປັນນໍ້າ ໜຶ່ງໃຈດຽວກັນ ເຮັດໃຫ້ບັນດາຄາດໝາຍຕ່າງໆ ບັນລຸໄດ້ຜົນສໍາເລັດໃໝ່ ຢ່າງເປັນຮູບປະທໍາ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here