ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ​ຊັ້ນພັນ​ໂທ ຂຶ້ນ ພັນ​ເອກ

0
1079

ກະຊວງ​ປ້ອງ​ກັນ​ປະເທດ​ໄດ້ປະກາດ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ​ຊັ້ນ ພັນ​ໂທ ຂຶ້ນ​ຊັ້ນ ພັນ​ເອກ ຈຳນວນ 46 ສະຫາຍ ໃນ​ວັນ​ທີ 19 ມັງກອນ 2023 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ​ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ກຳມະການ​ສູນ​ກາງ​ພັກ ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ຄະນະ​ນຳກະຊວງ​ປ້ອງ​ກັນປະເທດ, ພະນັກງານ​ຫຼັກ​ແຫຼ່ງ ແລະ ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ.

ສະຫາຍ ພົນ​ຕີ ວໍລະ​ສານ ວິລັດ​ດາ​ວົງ ກຳມະການ​ຄະນະ ພັກ​ກະຊວງ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ໃຫ້​ນາຍ​ທະຫານ ແລະ ອີງ​ຕາມ​ກົດໝາຍ ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ( ສະບັບ​ປັບປຸງ ) ໃນ​ນັ້ນ ໄດ້​ຮັບ​ການ​ເລື່ອນ​ຊັ້ນ ​ພັນ​ເອກ​ມີ:

ສະຫາຍ ພັນ​ເອກ ບຸນ​ຍົດ ພົງ​ສະ​ຫວັດ ຮອງຫົວໜ້າ​ກົມປ້ອງ​ກັນ​ອາກາດ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ພູ​ເງິນ ພົມ​ເມືອງ ຮອງ​ຫົວໜ້າກົມ​ອົບຮົມ ກົມ​ໃຫຍ່​ເສນາທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ທອງ​ດຳ ດວງ​ມາລາ ຮອງຫົວໜ້າ​ກົມ 49 ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ມີ​ສຸກ ຂັນ​ທະຍົງທອງ ຮອງຫົວໜ້າກົມ​ໂຮງຮຽນ ກົມໃຫຍ່​ເສນາທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ຄຳ​ເກິ່ງ ພົມມະວັນ ຮອງຫົວໜ້າກົມປ້ອງກັນ​ພາຍ​ໃນ ກົມ​ໃຫຍ່​ການເມືອງ​ກອງທັບ,

ສະຫາຍ ພັນ​ເອກ ອຳພອນ ສຸກ​ວິ​ໄຊ ຮອງ​ຫົວໜ້າຫ້ອງ​​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ,

ສະຫາຍ ພັນ​ເອກ ຈັນ​ມີ ໄຊສົມ​ພອນ ຮອງຫົວໜ້າກົມ​ນະໂຍບາຍ ກົມ​ໃຫຍ່ການເມືອງ​ກອງທັບ,

ສະຫາຍ ພັນເອກ ດວງ​ມະນີ ສີ​ວິ​ໄຊ ຮອງຫົວໜ້າ​ຫ້ອງ​ການ ກົມ​ໃຫຍ່​ການເມືອງ​ກອງທັບ,

ສະຫາຍ ພັນ​ເອກ ນາງ ​ຫຼ້າ ຄຸນ​ນະວົງສາ ຮອງ​ຫົວໜ້າຫ້ອງການ​ສະຫະພັນ​ແມ່ຍິງກອງທັບ ກົມ​ໃຫຍ່​ການເມືອງ​ກອງທັບ, ສະຫາຍ ພັນ​ເອກ ສົມ​ພິດ ແກ້ວວັນທອງ ຮອງ​ຫົວໜ້າກົມ​ເສນາ​ພະລາ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ບຸນ​ມີ ວິເສດ​ສິນ ຮອງ​ຫົວໜ້າຫ້ອງ​ການ ກົມ​ໃຫຍ່ພະລາທິການ​ກອງທັບ,

ສະຫາຍ ພັນ​ເອກ ຈັນ​ພອນ ພົນຫາ​ວົງ ຮອງຫົວໜ້າການທະຫານ ຫົວໜ້າ​ຫ້ອງ​ອົບຮົມ ວິທະຍາຄານ​ການ​ແພດ​ ກົມໃຫຍ່ພະລາທິການກອງທັບ,

ສະຫາຍ ພັນ​ເອກ ທອງ​ອ້ວນ ຄຳ​ວັນ​ທອງ ຮອງຫົວໜ້າຫ້ອງການເມືອງ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ສຸກ ພະ​ມີ​ໄຊ ຮອງ​ຫົວໜ້າກົມ​ກໍ່ສ້າງ-ຄຸ້ມ​ຄອງ​ຊັບສິນ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ເພັດ​ທອງຄູນ ວົງ​ຜາ​ຈັນ ຮອງ​ຫົວໜ້າກົມນໍ້າມັນເຊື້ອ​ໄຟ ກົມ​ໃຫຍ່​ພະລາ​ທິ​ການ​ກອງທັບ,

ສະຫາຍ ພັນ​ເອກ ພຶດສະພາ ສົນທິ​ລາດ ຫົວໜ້າ​ການ​ທະຫານ ສະ​ຖາ​ບັນ​ອະນາໄມ, ກັນພະຍາດ ແລະ ສົ່ງເສີມ​ສຸຂະພາບ​ ກົມໃຫຍ່ ພະລາທິການກອງທັບ,

ສະຫາຍ ພັນ​ເອກ ບຸນ​ທະໜອມ ສາຍ​ຄຳຈັນ ຮອງ​ຫົວໜ້າກົມ​ເສນາ​ເຕັກນິກ ກົມ​ໃຫຍ່​ເຕັກນິກ​ກອງທັບ,

ສະຫາຍ ພັນເອກ ສອນ​ວິໄລ ປັນຍາ​ສິດ ອຳນວຍ​ການ​ໂຮງງານ​ປະສານເຫຼົ່າພາກ​ກາງ ກົມ​ໃຫຍ່​ເຕັກນິກ​ກອງທັບ,

ສະຫາຍ ພັນ​ເອກ ສັກ​ສີ ຈັນທະບັນດິດ ອຳນວຍການໂຮງງານ​ປະສານ​ເຫຼົ່າ​ພາກ​ໃຕ້ ກົມໃຫຍ່ເຕັກນິກກອງທັບ, ສະຫາຍ ພັນ​ເອກ ນວນ​ທອງ ບຸນ​ທອງ​ວັນ ຫົວໜ້າ​ການເມືອງ ໂຮງງານ ອ 410 ກົມໃຫຍ່ເຕັກນິກກອງທັບ,

ສະຫາຍ ພັນ​ເອກ ສຸດທິພົງ ເພັງ​ວິໄລ​ຈິດ ອຳນວຍ​ການ​ໂຮງງານ​ທາດລະເບີດ ກົມໃຫຍ່ເຕັກນິກກອງທັບ,

ສະຫາຍ ພັນ​ເອກ ສີ​ມອນ ຄະ​ວົງສາ ຮອງຫົວໜ້າ​ກົມ​ເຕັກນິກ​ເຫຼົ່າຮົບ ກົມໃຫຍ່ເຕັກ ນິກກອງທັບ,

ສະຫາຍ ພັນ​ເອກ ຄຳ​ນິດ ທຸມມະ​ວົງສາ ອຳນວຍ​ການບໍລິສັດກໍ່ສ້າງ-ຂົວ​ທາງ​ຄົບ​ວົງຈອນ ຫ້ອງວ່າການ​ກະຊວງ​ປ້ອງກັນປະເທດ,

ສະຫາຍ ພັນ​ເອກ ຄຳ​ເຫຼັກ ເພັດ​ສີ​ສົມ​ພູ ຫົວໜ້າການເມືອງໂຮງຮຽນ 301 ກົມ 213,

ສະຫາຍ ພັນ​ເອກ ໄມ​ພອນ ພິ​ພັກ ຫົວໜ້າ​ຫ້ອງການ ແລະ ບໍລິຫານ​ ກອງພົນທີ 1,

ສະຫາຍ ພັນ​ເອກ ພູ​ວຽງ ດາ​ວັນນະ​ຮັກ ຮອງຫົວໜ້າກອງພົນ ຮັບຜິດຊອບວຽກງານພະລາທິການ, ຫົວໜ້າ​ຫ້ອງພະລາທິການກອງ​ພົນ​ທີ 1,

ສະຫາຍ ພັນ​ເອກ ຄຳ​ຕັນ ແສງ​ມາ​ລາພອນ ຫົວໜ້າ​ຫ້ອງການ ແລະ ບໍລິຫານ ກອງ​ພົນ​ທີ 3,

ສະຫາຍ ພັນເອກ ທອງ​ສຸກ ຈັນ​ມະນີ ຫົວໜ້າການເມືອງ​ ກອງພັນ​ໃຫຍ່ 301 ກອງ​ພົນ​ທີ 3,

ສະຫາຍ ພັນ​ເອກ ຈອມ​ໃຈ ໄຊ​ພະ​ວົງ ຫົວໜ້າ​ການເມືອງ​ ກອງພັນ​ໃຫຍ່ 302 ກອງ​ພົນທີ 3,

ສະຫາຍ ພັນ​ເອກ ສົມບູນ​ ໄຊ​ສົງຄາມ ຮອງຫົວໜ້າກອງພົນ ຫົວໜ້າ​ຫ້ອງ​ເຕັກນິກ​ ກອງ​ພົນ​ທີ 5,

ສະຫາຍ ພັນ​ເອກ ບຸນ​ມີ​ໄຊ ຫຼ້າ​ສຸ​ວົງ ຫົວໜ້າ​ຫ້ອງ​ການ ແລະ ບໍລິຫານ ກອງ​ບັນຊາ​ການ​ທະຫານແຂວງ​ຜົ້ງສາລີ,

ສະຫາຍ ພັນ​ເອກ ພອນ​ເອື້ອຍ ຄຳ​ມີພົນ ຫົວໜ້າຫ້ອງການ ແລະ ບໍລິຫານ ກອງ​ບັນຊາ​ການ​ທະຫານແຂວງຫຼວງ​ນໍ້າ​ທາ,

ສະຫາຍ ພັນເອກ ຕຸ້ຍ ພົມ​ມີ​ໄຊ ຮອງຫົວ ໜ້າການເມືອງ, ຫົວໜ້າຫ້ອງການເມືອງ ກອງບັນຊາ​ການ​ທະຫານແຂວງອຸດົມໄຊ,

ສະຫາຍ ພັນ​ເອກ ວິລະສິນ ມິດ​ຕະພອນ ຮອງຫົວໜ້າການເມືອງ, ຫົວໜ້າ​ຫ້ອງການເມືອງ ກອງບັນຊາການທະຫານແຂວງ​ຫຼວງ​ພະ​ບາງ,

ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳມ່ວນ,

ສະຫາຍ ພັນ​ເອກ ບຸນ​ຍົງ ແກ້ວ​ມະນີ ຫົວໜ້າ​ຫ້ອງ​ການ​​ ປກຊ-​ປກສ ແຂວງ​ຄຳ​ມ່ວນ, ສະຫາຍ ພັນ​ເອກ ເຄນ​ຄຳ ວໍລະ​ຈິດ ຫົວໜ້າຫ້ອງການ ​ປກຊ-​ປກສ ແຂວງສາລະ​ວັນ,

ສະຫາຍ ພັນເອກ ບຸນ​ໄຫຼ ໄຊ​ຍະ​ສິງ ຮອງຫົວໜ້າ​ກອງພັນ​ໃຫຍ່ ຮັບຜິດຊອບ​ວຽກ​ງານ​ພະລາ​ທິ​ການ ຫົວໜ້າ ພະແນກພະລາທິການ ກອງພັນ​ໃຫຍ່ 703 ກອງ​ບັນຊາ​ການ​ທະຫານ​ອາກາດ,

ສະຫາຍ ພັນ​ເອກ ໄຊ​ອຸດອນ ສຸ​ພິ​ດາ ຮອງຫົວໜ້າກົມ​ຄົ້ນຄວ້າ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ ​ວປກ,

ສະຫາຍ ພັນ​ເອກ ນວນ​ສີ​ສຸກ ພົງ​ປະສານສັກ ຫົວໜ້າ​ຄະນະ​ວິຊາ​ຄູ​ສື່ສານ ​ວປກ, ສະຫາຍ ພັນ​ເອກ ຂັນ​ທະ​ໄຊ ໄຊ​ນະຄອນ ຮອງຄະນະວິຊາ​ຄູ​ການ​ທະຫານ​ທ້ອງ​ຖິ່​ນ ວ​​ປກ,

ສະຫາຍ ພັນ​ເອກ ຄຳ​ສອນ ແກ້ວ​ບຸນ​ປັນ ຮອງ​ຄະນະ​ວິຊາ​ຄູ​ຍຸດ​ທະ​ບັ້ນ​ຮົບ​​ ວປກ,

ສະຫາຍ ພັນ​ເອກ ອັ້ນ ພົມ​ມະ​ວົງ ຫົວ ໜ້າ​ຄະນະ​ວິຊາ​ຄູ​ລັດ​ຖະສາດ-ນິຕິສາດ ​ວປກ,

ສະຫາຍ ພັນ​ເອກ ຫຼຽນ​ທອງ ເພັງ​ສະຫວັນ ຫົວໜ້າ​ຄະນະ​ວິຊາ​ຄູ​ລົດ​ຕັງ-ຍານ​ເກາະ ​ວປກ,

ສະຫາຍ ພັນ​​​ເອກ ສົມ​ເພັດ ວົງ​ພະຈັນ ຫົວໜ້າຫ້ອງ​ຄົ້ນຄວ້າວິທະຍາສາດ-ປະຫວັດສາດການທະຫານ ​ວິທະຍາຄານ​ພະລາ​ທິ​ການກອງທັບ

ສະຫາຍ ພັນເອກ ກິ​ແກ້ວ ລິດ​ແສນ​ຫວັງ ຮອງອຳນວຍການຮັບຜິດຊອບ ວຽກງານພະລາທິການ ຫົວໜ້າ​ຫ້ອງ​ພະລາ​ທິ​ການ ໂຮງຮຽນກໍ່ ສ້າງ​ນາຍ​ສິບ ​ເລກ 2 ວຽງໄຊ.

ໂອກາດ​ນີ້, ສະຫາຍ ພົນ​ໂທ ທອງ​ລອຍ ສິລິ​ວົງ ໄດ້​ໃຫ້​ກຽດ​ໂອ້​ລົມ ແລະ ໃຫ້​ທິດ​ຊີ້​ນຳ​ຫຼາຍບັນ ຫາສຳຄັນ​ຕໍ່​ນາຍ​ທະຫານຂັ້ນ​ສູງ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່​ໃນຄັ້ງ​ນີ້, ພ້ອມ​ທັງ ​ໄດ້​ເນັ້ນ​ໜັກ​ໃຫ້​ນາຍ​ທະຫານ​ແຕ່​ລະ​ສະຫາຍ​ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຮອບດ້ານ, ພ້ອມກັນ​ຍົກ​ສູງຄວາມ​ຮັບຜິດຊອບ​ການເມືອງ​ຂອງ​ຕົນ​ຢ່າງ​ເປັນ​ເຈົ້າ​ການ, ເປັນ​ຫຼັກ​ແຫຼ່ງ​ໃນ​ການ​ເຕົ້າໂຮມ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ໜັກ​ແໜ້ນ, ສຸມ​ໃສ່​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ຮັດກຸມ​ໃນ​ການ​ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ເປັນ​ບັນຫາ​ສຳຄັນ ບົນ​ພື້ນຖານ​ຕ້ອງ​ປະຕິບັດ​ຕາມ​ຫຼັກການ​ລວມ​ສູນ​ປະຊາທິປະໄຕ ເຮັດ​ວຽກ​ເປັນ​ໝູ່​ຄະນະ, ແບບແຜນ​ເຮັດ​ວຽກ​ຕ້ອງ​ມີ​ຂັ້ນ​ມີ​ຕອນ ແລະ ມີ​ຈຸດ​ສຸມ, ພາຍຫຼັງໄດ້​ຮັບ​ຊັ້ນ​ໃໝ່​ກັບ​ຄືນ​ກົມ​ກອງ ຈົ່ງ​ສືບຕໍ່​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ຕົນ​ໃຫ້​ສຳເລັດ​ດີ​ກວ່າ​ເກົ່າ ເພື່ອ​ພ້ອມ​ກັນ​ກໍ່ສ້າງ​ກອງທັບ​ກ້າວ​ຂຶ້ນ​ເປັນ​ກອງທັບ​ປະຕິວັດມີ​ແບບແຜນທັນ​ສະໄໝ.

LEAVE A REPLY

Please enter your comment!
Please enter your name here