ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ ຄັ້ງທີ 20

0
769

ກອງປະຊຸມອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ຄັ້ງທີ 20 ຈັດຂຶ້ນວັນທີ 31 ມັງກອນ 2023 ຢູ່ຫ້ອງວ່າການປົກຄອງ ນວ ໂດຍເປັນ ປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີທ່ານຮອງເຈົ້າຄອງ ບັນດາຫົວຫນ້າພະແນກການ ແລະ ຂະແຫນງການກ່ຽວຂ້ອງເຂົ້າຮ່ວມ.

ຈາກນັ້ນທ່ານ ເຈົ້າຄອງ ໄດ້ມີຄໍາເຫັນຊີ້ນໍາໃຫ້ທຸກພາກສ່ວນຈົ່ງສຸມໃສ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວຢ່າງມີຈຸດສຸມເປັນຕົ້ນ ການປະຕິບັດທິດທາງລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານປະຈໍາປີ 2023 ຂອງ ນວ ໃຫ້ມີຜົນສໍາເລັດ ໂດຍ ສະເພາະການຍູ້ແຮງພັດທະນາເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຄຸນນະພາບ ສີຂຽວ ແລະ ຍືນຍົງ ຄຸ້ມຄອງເສດຖະກິດໃຫ້ມີ ສະຖຽນລະພາບ ໂດຍສຸມໃສ່ການແກ້ໄຂບັນຫາດ້ານເສດຖະກິດ-ການເງິນ ຢ່າງເປັນຮູບປະທໍາຕາມທິດປະຢັດ ໂປ່ງໃສ ກວດສອບໄດ້ ແລະ ເປັນມືອາຊີບ ເພື່ອສ້າງເງື່ອນໄຂທີ່ສໍາຄັນໃຫ້ແກ່ການພັດທະນາ ໃຫ້ມີຄຸນນະພາບດີຂຶ້ນ ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງປະຊາຊົນ ຕິດພັນກັບວຽກງານ 3 ສ້າງ ໃຫ້ແຂງແຮງ ເລິກເຊິ່ງ ແລະ ກວ້າງຂວາງກວ່າເກົ່າ ສູ້ຊົນເຮັດໃຫ້ລວມຍອດ ຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວໃນລະດັບ 5,5% ຂຶ້ນໄປ GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 67,8 ລ້ານກີບ ສູ້ຊົນເກັບລາຍຮັບ ທັງຫມົດໃຫ້ໄດ້ 5.788,31 ຕື້ກີບ ສູ້ຊົນລະດົມການລົງທຶນໃຫ້ໄດ້ 19.000 ຕື້ກີບ ເທົ່າກັບ 27,5% ຂອງ GDP ການລົງທຶນຈາກງົບປະມານ ພາຍໃນໃຫ້ໄດ້ຢ່າງຫນ້ອຍ 2% ຂອງການລົງທຶນທັງຫມົດ ເທົ່າກັບ 380 ຕື້ກີບ ການຊ່ວຍເຫຼືອທາງການພັດທະນາ ໃຫ້ໄດ້ 4% ຂອງການລົງທຶນ ທັງຫມົດເທົ່າກັບ 760 ຕື້ກີບ ແລະ ການລົງທຶນຂອງພາກເອກະຊົນ ໃຫ້ໄດ້ຢ່າງຫນ້ອຍ 94% ຂອງການລົງທຶນທັງຫມົດ ເທົ່າກັບ 17.860 ຕື້ກີບ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການລາຍງານຫຼາຍບັນຫາສໍາຄັນຂອງ ນວ ເປັນຕົ້ນການລາຍງານບັນຫາພົ້ນເດັ່ນຂອງ ນວ ເຊັ່ນ: ການເຜີຍແຜ່ ຜົນສໍາເລັດກອງປະຊຸມ ຄົບຄະນະບໍລິຫານງານພັກ ນວ ເປີດກວ້າງຄັ້ງທີ 8 ສະໄຫນທີ 7 ຮ່າງຂໍ້ຕົກລົງ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດສັງຄົມ ແລະ ແຜນງົບປະມານປະຈໍາປີ 2023 ຂອງ ນວ ການລາຍງານໃຫ້ທິດຊີ້ນໍາກ່ຽວກັບ ການຄິດໄລ່ປະເມີນລາຄາຄືນຂອງ ໂຄງການກໍ່ສ້າງສູນປິ່ນປົວ ແລະ ສູນເຝິກວິຊາຊີບຜູ້ຕິດຢາເສບຕິດຢູ່ບ້ານ ສົມສະຫງ່າ ເມືອງ ໄຊເສດຖາ ການລາຍງານກ່ຽວກັບ ການຮັບຮອງ ແຜນສ້ອມແປງຂົວທາງໂດຍນໍາໃຊ້ງົບປະມານບ້ວງກອງທຶນທາງປີ 2022 (ປະຕິບັດ 2023) ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ແບ່ງໃຫ້ ນວ ເພື່ອບູລະນະຮັກສາ ແລະ ສ້ອມແປງທາງໃນ ນວ ຈໍານວນເງິນ 6,89 ຕື້ກີບ ແລະ ຮັບຟັງການລາຍງານສະພາບພົ້ນເດັ່ນເດືອນ ມັງກອນ ລວມທັງ ທິດທາງແຜນ ວຽກບູລິມະສິດເດືອນ ກຸມພາ 2023 ຂອງອົງການປົກຄອງ ນວ.

LEAVE A REPLY

Please enter your comment!
Please enter your name here