ອັບເດດໂຄງການກໍ່ສ້າງ ສະໜາມບິນສາກົນບໍ່ແກ້ວ

0
1775

ປັດຈຸບັນ ໂຄງການກໍ່ສ້າງສະໜາມບິນສາກົນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີຄວາມຄືບໜ້າແລ້ວ 90% ໂດຍໄດ້ສຳເລັດໃນຫລາຍໜ້າວຽກຫລັກ ເປັນຕົ້ນ ທາງແລ່ນຂຶ້ນລົງ (run way), ທາງເຊື່ອມຈອດ(taxi way) ແລະ ລານຈອດ Apron, ຕຶກອາຄານຜູ້ໂດຍສານ, ຕຶກຫໍຄອຍ ແລະ ເລັ່ງຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆພາຍໃນສະໜາມບິນ ແລະ ຄາດວ່າ ຈະເປີດໃຫ້ບໍລິການໃນປີ 2023 ນີ້.

ທ່ານ ຈື່ຊົງ ຈົງຢາ ຫົວໜ້າຄະນະປະສານງານຄວາມປອດໄພ ແລະ ປ້ອງກັນຄວາມປອດໄພການບິນ, ຄະນະຄຸ້ມຄອງໂຄງການກໍ່ສ້າງສະຫນາມບິນສະໜາມບິນສາກົນບໍ່ແກ້ວ ກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ຕາມແຜນແລ້ວໂຄງການນີ້ ຈະໃຫ້ສຳເລັດພາຍໃນ 18 ເດືອນ, ພາຍຫລັງເລີ່ມລົງມືແຕ່ວັນທີ 20 ກັນຍາ 2020, ແຕ່ເນື່ອງຈາກມີການແພ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ໂຄງການມີຄວາມຊັກຊ້າ.

ແຕ່ມາຮອດປັດຈຸບັນ ໂຄງການພວກເຮົາກໍໄດ້ສ້າງສຳເລັດໄດ້ຫລາຍໜ້າວຽກ ແລະ ກຳລັງເລັ່ງຕິດຕັ້ງສິ່ງອຳນວຍຄວາມສະດວກຕ່າງໆ, ພ້ອມທັ້ງ ຕິດຕັ້ງລະບົບຄວາມປອດໄພ ແລະ ຈັດຊື້ຍານພາຫະນະຂົ່ນສົ່ງຕ່າງໆ,ຄາດວ່າຈະເປີດໃຫ້ບໍລິການ ໃນປີ 2023 ນີ້.

ການກໍ່ສ້າງສະໜາມບິນສາກົນແຂວງບໍ່ແກ້ວ ເປັນການກໍ່ສ້າງໃຫ້ໄດ້ຕາມມາດຕະຖານຄວາມປອດໄພຂອງ ກົມການບິນພົນລະເຮືອນ ແລະ ມາດຕະຖານຂອງອົງການການບິນພົນລະເຮືອນສາກົນ (ICAO) ວາງອອກ ຄື: ຂະໜາດຂອງສະໜາມບິນທີ່ມີລະຫັດໝາຍເລກ ແລະ ຕົວອັກສອນ 4C (Aerodrome Code 4C) ທາງແລ່ນຂຶ້ນ-ລົງຂອງເຮືອບິນມີຄວາມຍາວ 2.500 ແມັດ, ກວ້າງ 45 ແມັດ ແລະ ບ່າທາງແລ່ນຂຶ້ນ-ລົງ ເບື້ອງລະ 7,5 ແມັດ ຊຶ່ງສາມາດຮອງຮັບເຮືອບິນຂະໜາດ Boing 737-900ER Airbus A320/ A321 ຫລື ເຮືອບິນຊະນິດຕ່າງໆ ທີ່ສາມາດຮອງຮັບຜູ້ໂດຍສານໄດ້ 200 ບ່ອນນັ່ງລົງມາ ແລະ ມີແຜນທີ່ຈະຕໍ່ເຕີມທາງແລ່ນຂຶ້ນ-ລົງ ໃນອະນາຄົດອີກ ເພື່ອສາມາດຮອງຮັບເຮືອບິນຂະໜາດ Boing 747 ໄດ້, ພາຍໃນອາຄານຜູ້ໂດຍສານທັງຂາເຂົ້າ ແລະ ຂາອອກ ສາມາດຮອງຮັບໄດ້ຜູ້ໂດຍສານ 600 ຄົນ ໃນເວລາດຽວກັນ, ໂຄງການນີ້ ມີທີ່ຕັ້ງຫ່າງຈາກເຂດເສດຖະກິດພິເສດສາມຫລ່ຽມຄໍາ 5 ກິໂລແມັດ ແລະ ຫ່າງຈາກເທສະບານເມືອງຕົ້ນເຜິ້ງ ປະມານ 7 ກິໂລແມັດ, ເມື່ອໂຄງການສໍາເລັດ ແລະ ສາມາດເປີດນໍາໃຊ້ໄດ້ຢ່າງເຕັມຮູບແບບ ຈະສາມາດຮອງຮັບຜູ້ໂດຍໄດ້ເຖິງ 2 ລ້ານເທື່ອຄົນຕໍ່ປີ.

ສໍາລັບເປົ້າໝາຍຂອງໂຄງການກໍ່ສ້າງສະໜາມບິນສາກົນແຂວງບໍ່ແກ້ວ ເພື່ອພັດທະນາໂຄງລ່າງພື້ນຖານພາຍໃນທ້ອງຖິ່ນ ແລະ ເປັນການພັດທະນາເຂດເສດຖະກິດພິເສດ ສາມຫລ່ຽມຄຳ, ເສີມສ້າງການຄົມມະນາຄົມຂົນສົ່ງທາງອາກາດໃຫ້ມີຄວາມເຂັ້ມແຂງ ເພື່ອເຊື່ອມຕໍ່ກັບສາກົນ, ທັງອຳນວຍຄວາມສະດວກໃນການລົງທຶນ, ການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມຂີດຄວາມສາມາດ ໃນການພັດທະນາພື້ນຖານໂຄງລ່າງຂອງພາກເໜືອ ໂດຍສະເພາະແຂວງບໍ່ແກ້ວ.

ໂຄງການນີ້ ແມ່ນຢູ່ໃນຮູບແບບ BOT (ຜູ້ຮັບເໝົາລົງທຶນໃນການກໍ່ສ້າງ) ໂດຍເນື້ອທີ່ຂອງໂຄງການກໍ່ສ້າງປະມານ 300 ເຮັກຕາ ທີ່ນອນຢູ່ໃນເຂດດິນສຳປະທານຂອງກຸ່ມບໍລິສັດດອກງິ້ວຄຳ, ເປັນດິນກະສິກຳ ທີ່ໄດ້ໄປຮັບຊື້ຈາກປະຊາຊົນເພື່ອມາພັດທະນາ, ງົບປະມານຂອງການກໍ່ສ້າງໂຄງການນີ້ແມ່ນ 175 ລ້ານໂດລາສະຫະລັດ ໂດຍແມ່ນທຶນຂອງບໍລິສັດເກຣເຕີເບ ເຊິ່ງເປັນບໍລິສັດທີ່ນອນຢູ່ໃນກຸ່ມບໍລິສັດດອກງິ້ວຄຳ, ໄລຍະການສຳປະທານ 50 ປີ, ພາຍຫລັງໝົດສັນຍາ ແມ່ນຈະມອບໃຫ້ລັດເປັນຜູ້ຄຸ້ມຄອງຕໍ່ໄປ.

ຂ່າວ: ປະເທດລາວ, ພາບ: ນຸຖາພອນ

LEAVE A REPLY

Please enter your comment!
Please enter your name here