ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມັງກອນ

0
986

ລັດຖະບານ ໄດ້ໄຂກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມັງກອນ 2023 ໃນຂອງວັນທີ 6 ກຸມພາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານຮອງນາຍົກລັດຖະມົນຕີ, ບັນດາສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນມັງກອນ 2023 ຈະດໍາເນີນໄປເປັນເວລາ 1ວັນເຄິ່ງ ເຊິ່ງຈະໄດ້ພ້ອມກັນປຶກສາຫາລື, ຄົົ້ນຄວ້າ ແລະ ພິຈາລະນາ 6 ຫົວຂໍ້ ທີ່ສໍາຄັນ ແລະ ຈຳເປັນ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບບັນດາວຽກຈຸດສຸມຂອງສອງວາ ລະແຫ່ງຊາດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງ ກໍຄື ການແກ້ໄຂບັນຫາລວມຂອງຊາດ ຄື: ສະຫລຸບການຈັດ ຕັ້ງປະຕິບັດວຽກງານປະຈຳເດືອນມັງກອນ ແລະ ທິດທາງແຜນການເດືອນກຸມພາ 2023 ຂອງລັດຖະ ບານ; ລາຍງານກ່ຽວກັບຮ່າງດຳລັດ ວ່າດ້ວຍກອງທຶນອາຊີວະສຶກສາ; ສະເໜີຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບ ຕອບສະໜອງໃຫ້ແກ່ການພັດທະນາ ໃນເງື່ອນໄຂໃໝ່;ລາຍງານກ່ຽວກັບຮ່າງດຳລັດວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບມາດຕະຖານ; ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍການປັບໄໝ ແລະ ນຳໃຊ້ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບມາດຕະຖານວັດແທກ; ລາຍງານ ກ່ຽວກັບຮ່າງດຳລັດວ່າດ້ວຍເຂດປອດພາສີ ແລະ ຮ້ານຄ້າປອດພາສີ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງທ່ານຮອງນາຍົກລັດ ຖະມົນຕີ ແລະ ບັນດາສະມາຊິກລັດຖະບານ ຈົ່ງໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ, ປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດໄວ້.

ຂ່າວ-ພາບ: ກົມປະຊາສໍາພັນ, ຫສນຍ

LEAVE A REPLY

Please enter your comment!
Please enter your name here