ຄວາມຮັກໄປຜິດທາງ – ຫົວຫນ້າກົມການເງິນ ແລະ ທ່ານຫມໍ

0
3668

ມັນໄດ້ເລີ່ມຕົ້ນດ້ວຍຂໍ້ຄວາມສັ້ນໆ, “ສະບາຍດີ”. ນາງສິລິນຍາ (ຫົວຫນ້າກົມການເງິນ ຂອງບໍລິສັດຜະລິດແຫ່ງໜຶ່ງ) ໄດ້ແນມເບິ່ງຂໍ້ຄວາມແລະໄດ້ເຫັນຮູບໂປຟາຍຂອງນາຍທະຫານຮູບງາມທີ່ຢູ່ໃນຊຸດເຄື່ອງແບບທະຫານ. ຂໍ້ມູນໃນແພລດຟອມເຄືອຂ່າຍອາຊີບຂຽນໄວ້ວ່າ:‘ທ່ານໝໍ ອາທິດ’. “ເຈົ້າຢູ່ໃສ?” ນາງສິລິນຍາຖາມ.

ນາງໄດ້ຮຽນຮູ້ວ່າ ທ່ານໝໍ ອາທິດ ເປັນທ່ານໝໍ ກອງທັບ ສະຫະລັດ ທີ່ເຮັດວຽກຢູ່ໃນຕ່າງປະເທດ. ລາວມັກຊ່ວຍຜູ້ຄົນ ດັ່ງນັ້ນລາວຈຶ່ງຮັກວຽກຂອງລາວ. ນາງສິລິນຍາ ພົບວ່າ ລາວເບິ່ງແລ້ວເປັນຄົນທີ່ຫນ້າຮັກ ແລະ ໃຈດີ ເຂົາເຈົ້າຈະແຊດລົມກັນເປັນເວລາຫຼາຍຊົ່ວໂມງ. “ຂ້ອຍຢາກໄດ້ຍິນສຽງຂອງເຈົ້າ. ຂ້ອຍໂທຫາເຈົ້າໄດ້ບໍ່?” ນາງໄດ້ຖາມໃນຕອນແລງໆຂອງມື້ຫນຶ່ງ. “ຂໍໂທດ, ກົດລະບຽບຂອງຖານກອງທັບບໍ່ອະນຸຍາດໃຫ້ລົມໂທລະສັບໃດໆສໍາລັບເຫດຜົນດ້ານຄວາມປອດໄພ” ລາວຕອບ. “ແຕ່ຂ້ອຍສາມາດສົ່ງຮູບພາບແລະວິດີໂອໃຫ້ເຈົ້າໄດ້ຖ້າເຈົ້າຕ້ອງການ”.

ໃນໄລຍະສອງສາມອາທິດຕໍ່ມາ, ພວກເຂົາເຈົ້າໄດ້ສົ່ງວິດີໂອແລະຮູບພາບໄປມາຫາກັນ.

ສອງສາມເດືອນຕໍ່ມາ, ມັນກໍ່ໄດ້ເກີດຂຶ້ນ. “ຂ້ອຍຄິດວ່າຂ້ອຍຮັກເຈົ້າ”. ໃຈຂອງ ສີລິນຍາ ໄດ້ເຕັ້ນກະໂດດ. ເຖິງແມ່ນວ່າ ຕອນນີ້ນາງອາຍຸໄດ້ 50ປີ ແລ້ວ, ແຕ່ລາວໄດ້ເຮັດໃຫ້ນາງຮູ້ສຶກວ່າກັບມາເປັນຍິງໜຸ່ມອີກຄັ້ງ. “ຂ້ອຍກໍ່ຮູ້ສຶກຄືກັນ” ນາງຕອບ. ອີກສອງສາມເດືອນຜ່ານໄປ.

ດຣ ອາທິດ: “ສະບາຍດີທີ່ຮັກ. ພໍ່ຂອງຂ້ອຍໄດ້ເສຍຊີວິດໄປ.” ລາວໄດ້ອະທິບາຍວ່າ ຢາກຈະໂອນມູນມໍຣະດົກຈາກພໍ່ຜູ້ລ່ວງລັບ, ມູນຄ່າ 85 ລ້ານໂດລາ ສະຫະລັດ ໄປໄທ ແລະ ຊື້ເຮືອນທີ່ຫຼູຫຼາ ສຳລັບຕົນເອງ ແລະ ສີລິນຍາ. ດ້ວຍໄລຍະເວລາໃດໜຶ່ງແລະແຜນຕົວະຍົວະເປັນໄປໄດ້ດີ, ນາງໄດ້ຈິນຕະນາການເຖິງບ້ານທີ່ສວຍງາມ. ຈາກນັ້ນ ດຣ ອາທິດ ກໍໄດ້ຮ້ອງຂໍໃຫ້ ສີລິນຍາ ມັດຈຳເງິນກ່ອນ ເນື່ອງຈາກວ່າລາວມີບັນຫາໃນການໂອນເງິນອອກຈາກບັນຊີທະນາຄານຂອງລາວໃນສະວິດເຊີແລນ. ພ້ອມດຽວກັນນັ້ນ, ລາວຍັງໄດ້ຂໍເງິນເພີ່ມຕື່ມ ເພື່ອຈ່າຍຄ່າໃຊ້ຈ່າຍອື່ນໆ ທີ່ພົວພັນກັບການໂອນມູນມໍຣະດົກອັນໃຫຍ່ຫຼວງ ຂອງລາວ ໄປປະເທດໄທ.

ໃນໄລຍະສາມເດືອນຕໍ່ຫນ້າ,ສີລິນຍາ ໄດ້ໃຊ້ໃບແຈ້ງປອມ ແລະ ບັນຊີປອມ ເພື່ອເຮັດການໂອນເງິນ 251ບັນຊີ ໃຫ້ກັບ 112 ບັນຊີທະນາຄານ ໃນ 17 ປະເທດ. ສີລິນຍາ ໄດ້ມີການໂອນເງິນອອກຈາກບັນຊີນາຍຈ້າງຂອງນາງປະມານສີ່ເດືອນ ຈົນກະທັ້ງບໍລິສັດໄດ້ຄົ້ນພົບການໂອນເງິນທີ່ສໍ້ໂກງ ຕົກເປັນຈຳນວນເງິນ ເກີນ 250 ລ້ານໂດລາສະຫະລັດ.

ນາງຖືກກ່າວຫາ 251ຂໍ້ຫາກ່ຽວກັບຄະດີລັກລອບ ແລະ ຖືກຈໍາຄຸກ 502 ປີ.

ໃຜໆກໍ່ສາມາດຕົກເປັນຜູ້ເຄາະຮ້າຍໄດ້! ເຖິງຢ່າງໃດກໍ່ຕາມ, ດ້ວຍການຮັກສາຫລັກການປະຕິບັດ ແລະ ມີສະຕິເຝົ້າລະວັງສັນຍານອັນຕະລາຍ, ທ່ານກໍ່ສາມາດປ້ອງກັນການໂຈມຕີຕົວະຍົວະຫລອກລວງທາງອອນລາຍໄດ້. ທຸກຄົນສາມາດເຮັດໃນສ່ວນຂອງຕົນເອງທີ່ເຮັດໄດ້! ສຶກສາຮຽນຮູ້ເພີ່ມເຕີມກ່ຽວກັບ ການຕົວະຍົວະຫຼອກລວງຕ່າງໆ, ການຫຼອກລໍ້ອ່ອຍເຍື່ອໃຫ້ຕິດກັບທາງອອນລາຍ, ແລະການລັກຂໍ້ມູນບັດລະບຸຕົວຕົນ ໃນເຂດອາຊີຕາເວັນອອກສຽງໃຕ້ ກະລຸນາຢ້ຽມຢາມທີ່ UNODC website.

LEAVE A REPLY

Please enter your comment!
Please enter your name here