ມ້າງຄະດີຢາເສບຕິດໄດ້ 211 ເລື່ອງ ພາຍໃນເວລາ 1 ປີ 1 ເດືອນ

0
794

ຕາມການລາຍງານຈາກ ທ່ານ ພັອ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໃນກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນ ແຂວງຫົວພັນ ຊຸດທີ II ໃຫ້ຮູ້ວ່າ: ປະຕິບັດຕາມວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນປີ 2022 ຄະນະພັກ ຄະນະບັນຊາ ໄດ້ເອົາໃຈໃສ່ເຄື່ອນໄຫວໂຄສະນາຕາມໜ້າທີ່ຄວາມຮັບຜິດຊອບຂອງຕົນໄດ້ເປັນຢ່າງດີ ເປັນຕົ້ນ ການຕິດປ້າຍຄຳຂວັນໂຄສະນາ, ເຜີຍແຜ່ເຊື່ອມຊຶມເອກະສານຕ່າງໆ ນຳໃຊ້ມາດຕະການທາງດ້ານກົດໝາຍ ແລະ ມາດຕະການທາງດ້ານວິຊາສະເພາະ, ນັບແຕ່ເດືອນ (ຕຸລາ 2021-ພະຈິກ 2022) ສາມາດມ້າງຄະດີຢາເສບຕິດໄດ້ທັງໝົດ 211 ເລື່ອງ, ກັກຜູ້ຖືກຫາໄດ້ 246 ຄົນ, ຍິງ 36 ຄົນ, ຄົນຕ່າງປະເທດ 4 ຄົນ, ຢຶດຢາບ້າໄດ້ 265.061 ເມັດ, ເຮໂລອິນ 7.559 ກິໂລກຣາມ, ຢາໄອສ໌ 43 ຫໍ່, ໜັກ 43 ກິໂລກຣາມ, ຝຸ່ນຂາວຄ້າຍຄືຢາໄອສ໌ 1 ຖົງ ໜັກ 16,1 ກຣາມ, ຢາຝິ່ນ 5.150 ກິໂລກຣາມ ແລະ ແກ່ນ ຝິ່ນ 5 ກິໂລກຣາມ, ລົດໃຫຍ່ 3 ຄັນ, ລົດຈັກ 50 ຄັນ, ໂທລະສັບ 102 ໜ່ວຍ, ເງິນ 42.831.000 ກີບ, ເງິນດົງ 46.240.000 ດົງ ແລະ ຂອງກາງອື່ນໆອີກຈຳນວນໜຶ່ງ.

ທ່ານ ພັອ ເພັດສອນ ອິນສຸພັນ ຍັງໃຫ້ຮູ້ອີກວ່າ: ສຳລັບການຄວບຄຸມ ແລະ ສະກັດກັ້ນຢາເສບຕິດ ປັດຈຸບັນ, ມີຜູ້ໄດ້ຮັບປິ່ນປົວ ແລະ ບຳບັດຢູ່ສູນຂອງກອງບັນຊາການ ປກສ ແຂວງຈຳນວນ 98 ຄົນ ຍິງ 3 ຄົນ.

ນອກຈາກນີ້, ຍັງໄດ້ປະສານກັບອົງການ ສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກຳ(UNODC) ຕິດຕາມບັນດາສູນບຳບັດຜູ້ຕິດຢາເສບຕິດແບບສະໝັກໃຈຢູ່ 6 ເມືອງຄື: ເມືອງຊ່ອນ, ເມືອງກວັນ, ຊຳໃຕ້, ຫົວເມືອງ, ວຽງໄຊ ແລະ ເມືອງຊຳເໜືອ ເຊິ່ງມີຜູ້ບຳບັດຢາເສບຕິດທັງໝົດ 4.464 ຄົນ ຍິງ 266 ຄົນ.

ໃນນີ້, ໄດ້ຮັບປິ່ນປົວ ແບບຊຸມຊົນ 389 ຄົນ, ຍິງ 2 ຄົນ, ປິ່ນປົວອອກໄປແລ້ວ 60 ຄົນ. ພ້ອມທັງໄດ້ປະສານສົມທົບກໍາລັງ ປກຊ ແລະ ອໍານາດການປົກ ຄອງບ້ານອອກ ເຄື່ອນໄຫວສຳຫລວດ ເກັບກໍາເນື້ອທີ່ລັກລອບປູກຝິ່ນ ຢູ່ບັນດາເມືອງໄດ້ຈໍານວນໜຶ່ງ ຕື່ມອີກ.

ແຫຼ່ງຂ່າວ ແລະ ຮູບພາບ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here