ຍຶດມາທຳລາຍໃຫ້ໝົດຢາສູບໄຟຟ້າ ເທດສະບານແຂວງອຸດົມໄຊ

0
873

ເຈົ້າໜ້າທີ່ ພະແນກອຸດສາຫະກຳ ແລະ ການຄ້າ ລົງເຄື່ອນໄຫວ ຕິດຕາມ, ກວດກາ ການຈຳໜ່າຍ, ນຳເຂົ້າ-ສົ່ງອອກ, ຊື້-ຂາຍ ຢາສູບໄຟຟ້າ ແລະ ຢາສູບນອກລະບົບ ຢູ່ ຫ້າງຮ້ານ ເທດສະບານແຂວງ.

ວັນທີ 2-3 ມີນານີ້ ເຈົ້າໜ້າທີ່ ປກສ ແຂວງ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ລົງເຄື່ອນໄຫວ ຕິດຕາມ, ກວດກາ ການຈຳໜ່າຍ, ນຳເຂົ້າ-ສົ່ງອອກ, ສົ່ງຜ່ານ, ຊື້-ຂາຍ ຢາສູບໄຟຟ້າ, ຢາສູບລະເຫີຍອາຍ ແລະ ຢາສູບນອກລະບົບ ຢູ່ ບັນດາຫ້າງຮ້ານ ພາຍໃນເທດສະບານ ແຂວງອຸດົມໄຊ.

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໃຫ້ສຳພາດວ່າ: ຈຸດປະສົງ ໃນການລົງເຄື່ອນໄຫວ ຕິດຕາມ, ກວດກາ ສິນຄ້າ ຢູ່ຕາມທ້ອງຕະຫຼາດ ແລະ ບັນດາຫ້າງຮ້ານ ຄັ້ງນີ້ ແມ່ນເພື່ອປະຕິບັດຕາມແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການ ນຳເຂົ້າ-ສົ່ງອອກ, ຊື້-ຂາຍ ແລະ ຊົມໃຊ້ຢາສູບໄຟຟ້າ, ຢາສູບນອກລະບົບ ຢູ່ ສປປ ລາວ, ເພື່ອຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດໃນຂົງເຂດວຽກງານອຸດສາຫະກຳ ແລະ ການຄ້າ ເນື່ອງຈາກວ່າ ປະຈຸບັນ ມີກຸ່ມໄວລຸ້ນ ແລະ ສັງຄົມ ໄດ້ຊົມໃຊ້ຢາສູບໄຟຟ້າເປັນວົງກວ້າງ ເຊິ່ງໄດ້ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ເກີດມີຫຼາຍປາກົດການຫຍໍ້ທໍ້ເກີດຂຶ້ນສົ່ງຜົນກະທົບຕໍ່ສັງຄົມ.

ຜ່ານການລົງເຄື່ອນໄຫວ ຕິດຕາມ, ກວດກາ ຕົວຈິງ ພົບພໍ່ຄ້າ-ແມ່ຄ້າຈຳນວນໜຶ່ງຍັງລະເມີດ ໂດຍການນຳເອົາສິນຄ້າຕ້ອງຫ້າມ ແລະ ນອກລະບົບ ເຂົ້າມາຂາຍຢູ່ຕາມຫ້າງຮ້ານພາຍໃນເທດສະບານແຂວງ ໂດຍສະເພາະແມ່ນຢາສູບໄຟຟ້າ, ນ້ຳຢາ, ຢາສູບນຳເຂົ້າທີ່ບໍ່ຖຶກຕ້ອງ ແລະ ສິນຄ້າໝົດອາຍຸຈຳນວນໜຶ່ງ.

ຕໍ່ກັບຜູ້ລະເມີດຄັ້ງນີ້ ທາງເຈົ້າໜ້າທີ່ໄດ້ຍຶດເອົາສິນຄ້າເພື່ອນຳໄປທຳລາຍຖິ້ມ ພ້ອມທັງ ສ້າງບົດບັນທຶກ ແລະ ສຶກສາອົບຮົມ, ກ່າວເຕື່ອນເຈົ້າຂອງຮ້ານ ຖ້າຫາກຍັງກວດພົບເຫັນຄັ້ງຕໍ່ໄປ ທາງເຈົ້າໜ້າທີ່ຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ຂໍ້ມູນ ແລະ ຮູບພາບຈາກ: Media Laos

LEAVE A REPLY

Please enter your comment!
Please enter your name here