ເຫດລົດຈັກຕຳທ້າຍລົດບັນທຸກ ເສຍຊີວິດ 2

0
1589

ໃນເວລາ 23 ໂມງ 35 ນາທີ ຂອງວັນທີ 05 ມີນາ 2023 ທີ່ຜ່ານມາ. ໄດ້ເກີດອຸບັດຕິເຫດ ຢູ່ເສັ້ນທາງ ທະໜົນ R4 ຂອບເຂດບ້ານ ຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ ລະຫ່ວາງລົດຈັກຍີ່ຫໍ້ ຢ່າມາຮາ ສີຟ້າ ບໍ່ມີທະບຽນ ຂັບຂີ່ໂດຍ:ທ້າວ ນຸ ແກ້ວມະນີ ອາຍຸ 18 ປີ ອາຊີບ ນັກຮຽນ ປະຈຸບັນຢູ່ບ້ານດອນຫຼຶງ ເມືອງປາກລາຍ ແຂວງໄຊຍະບູລີ ຕຳທ້າຍລົດບັນທຸກ 12 ລໍ້ທີ່ຈອດໄວ້ຂ້າງທາງ,ຜູ້ຊ້ອນທ້າຍຊື່ ທ້າວ ສຸພະໄຊ ໄຊຍະເດດ ອາຍຸ 17 ປີ ອາຊີບນັກຮຽນ ຢູ່ບ້ານ ແສງລາຍ ເມືອງປາກລາຍ ແຂວງໄຊຍະບູລີ ຕຳໃສ່ທ້າຍລົດບັນທຸກ 12 ລໍ້ຍີ່ຫໍ້ ຟູໂຊ ສີຂຽວ ໝາຍເລກທະບຽນ ບກ 0655 ໄຊຍະບູລີ ຂັບຂີ່ໂດຍ ທ້າວ ສົມ ໄຊຍະລາດ ອາຍຸ 47 ປີ ອາຊີບຂັບລົດ ຢູ່ບ້ານ ຫ້ວຍລາຍນ້ອຍ ເມືອງປາກລາຍ ແຂວງໄຊຍະບູລີ.

ຜົນເສຍຫາຍ ຈາກການເກີດອຸບັດຕິເຫດໃນຄັ້ງນີ້: ພາຫານະເປ່ເພທັງໝົດ 02 ຄັນ:ຄື:ລົດ ບັນທຸກ 12 ລໍ ແລະ ລົດຈັກ,ລົດເປ່ເພສົມຄວນ 01 ຄັນຄື:ລົດຈັກ.ຄົນເສຍຊີວິດຄາທີ່ຈຳນວນ 02 ຄົນ ຄື: ທ້າວ ນຸ ແກ້ວມະນີ ອາຍຸ 18 ປີ ອາຊີບນັກຮຽນ ຢູ່ບ້ານດອນຫຼຶງ ເມືອງປາກລາຍ ແຂວງໄຊຍະບູລີ, ທ້າວ ສຸພະໄຊ ໄຊຍະເດດ ອາຍ 17 ປີ ອາຊີບນັກຮຽນ ຢູ່ບ້ານແສງລາຍ ເມືອງປາກລາຍ ແຂວງໄຊຍະບູລີສະພາບສະຖານທີ່ເກີດອຸບັດຕິເຫດ ເປັນເສັ້ນທາງຊື່ ປູຢາງ ແລະ ເປັນກາງຄືນອາກາດມືດມົວ ສາເຫດທີ່ພາໃຫ້ເກີດ ອຸບັດຕິເຫດໃນຄັ້ງນີ້: ແມ່ນຍ້ອນ ທ້າວ ສົມໄຊຍະລາດ ຈອດລົດໄວ້ບ່ອນຫ້າມຈອດ,ແລະ ບໍ່ຕິດປ້າຍຫຼືເຄື່ອງໝາຍສຸກເສີນໄວ້.

ຂ່າວ:ບຸນສີ ພາດີ ນັກຂ່າວປກສເມືອງປາກລາຍລາຍງານ

LEAVE A REPLY

Please enter your comment!
Please enter your name here