ພິທີ ເຊັນສັນຍາ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ

0
880

ພິທີ ເຊັນສັນຍາ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ໄດ້ມີຂຶ້ນໃນຕອນເຊົ້າວັນທີ 24 ກຸມພາ 2023 ທີ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ເຄືອຂ່າຍອັນດັບ 1 ຂອງລາວ ໂດຍການເຂົ້າຮ່ວມຂອງທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ປະຖົມພົບ ສຸວັນສິລິ ປະທານເຈົ້າຫນ້າທີ່ບໍລິຫານ ບໍລິສັດ ໄທຄົມ ຈຳກັດ (ມະຫາຊົນ), ຮອງປະທານ ສະພາຜູ້ຖືຫຸ້ນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະກຳມະການ ສະພາຜູ້ຖືຫຸ້ນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ຄະນະ​ຜູ້​ບໍລິຫານ ບໍລິສັດ ໄທຄົມ ຈຳກັດ (ມະຫາຊົນ), ຄະນະ​ຜູ້​ບໍລິຫານ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ, ແລະ ວິຊາການທັງສອງຝ່າຍ ໃຫ້ກຽດລົງນາມໂດຍ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ນາງ ສຸດາລັດ ນຽມຊາວນາ ຜູ້ຈັດການສ່ວນງານຂາຍການຕະຫຼາດ ກຸ່ມປະເທດ CLMV (ປະເທດ ກໍາປູເຈຍ, ສປປ ລາວ, ປະເທດມຽນມາ ແລະ ສສ ຫວຽດນາມ) ບໍລິສັດ ໄທຄົມ ຈຳກັດ (ມະຫາຊົນ).

ຈຸດປະສົງຂອງພິທີໃນຄັ້ງນີ້ແມ່ນ ເພື່ອບັນທືກຄວາມເຂົ້າໃຈ ການຮ່ວມມືຍຸດທະສາດທາງທຸລະກິດ ການໃຫ້ບໍລິການສື່ສານໂທລະຄົມມະນາຄົມ ລະຫວ່າງ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ໄທຄົມ ຈໍາກັດ (ມະຫາຊົນ) ເຊິ່ງເປັນທຸລະກິດໃຫມ່ ທີ່ທັ້ງສອງບໍລີສັດຈະຮ່ວມມືກັນ ເພື່ອນຳເອົາເຂົ້າມາໃຫ້ບໍລິການໃນ ສປປ ລາວ ພາຍໃຕ້ໂຄງການ “ການວິເຄາະຂໍ້ມູນພູມສາດ ແລະ ເຕັກໂນໂລຊີ ອາວະກາດ (Geospatial Data Analytics and Space Technology Project)” ເປັນໂຄງການທີ່ ປະສົມປະສານລວມເອົາ ການບໍລິການຂອງ ດາວທຽມສໍາຫລວດຊັບພະຍາກອນ ມາໃຊ້ຮ່ວມກັບການວິເຄາະຂໍ້ມູນ ໃຫ້ຍູ່ເທິງດິຈິຕອນແພົດຟອມ (Digital Platform) ເຊິ່ງຖືວ່າເປັນນະວັດຕະກໍາຮູບແບບໃຫມ່ ທີ່ເອົາຮູບພາບຖ່າຍ ຫຼື ຜົນການສໍາຫຼວດຈາກ ດາວທຽມສໍາຫລວດຊັບພະຍາກອນ ມາວິເຄາະເທິງແພົດຟອມ ເພື່ອໃຊ້ເຂົ້າໃນການປະເມີນຜົນໃນດ້ານຂົງເຂດຕ່າງໆ ເຊົ່ນ: ການວິເຄາະພື້ນທີ່ປ່າໄມ້, ການປະເມີນການກັກເກັບກາກບອນໃນຂະແໜງປ່າໄມ້ (Carbon Credit), ການນໍາໃຊ້ປະໂຍດພື້ນທີ່ດິນ, ການວິເຄາະຂໍ້ມູນເຊິງພື້ນທີ່ດ້ານການກະສິກໍາທີ່ຊັດເຈນ, ລວມທັງການປະສົມປະສານກັບການບໍລິການດ້ານເຕັກໂນໂລຊີດິຈິຕອລອື່ນໆ ຂອງບໍລິສັດໃນ ກຸ່ມບໍລິສັດ ໄທຄົມ

ລາວ ໂທລະຄົມ ເປັນຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ອັນດັບ 1 ໃນ ສປປ ລາວ ເຊິ່ງມີທັງບຸກຄະລາກອນ ແລະ ເທັກໂນໂລຍີ ທີ່ສາມາດຂະຫຍາຍໄປສູ່ການບໍລິການອື່ນໆ ໄດ້ຢ່າງຫລາກຫຼາຍ

ການຮ່ວມມືທາງທຸລະກິດພາຍໃຕ້ໂຄງການນີ້ ທັ້ງສອງບໍລິສັດ ເຊື່ອຫມັ້ນວ່າ ຈະເປັນໂອກາດອັນດີ ໃນການຮ່ວມມືກັນເພື່ອພັດທະນາຜະລິດຕະພັນແລະນໍາເອົາການບໍລິການໃຫມ່ ທາງດ້ານເຕັກໂນໂລຊີອາວະກາດ ເຂົ້າມາໃຫ້ບໍລິການແກ່ສັງຄົມ ທັ້ງພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ.

LEAVE A REPLY

Please enter your comment!
Please enter your name here