ບໍ່ມີທາງເລືອກ ຈຶ່ງຕ້ອງໄດ້ເລາະຂໍເງິນຄົນ

0
1298

ຕາມການລາຍງານຂອງຜູ້ໃຊ້ເຟສບຸກຊື່ວ່າ: Anousone Phanpaseuth ໄດ້ໂພສຄລິບວີດີໂອ ເດັກນ້ອຍຄົນໜິ່ງ ເລະຂໍເງິນປະຊາຊົນຢູ່ປໍ້ານໍ້າມັນບ້ານນາເມືອງ ເມືອງນານ ແຂວງຫຼວງພະບາງ.

ເຊິ່ງຜູ້ກ່ຽວໄດ້ລະບຸວ່າ: ເຄີຍນັ່ງລົດລົງໄປວຽງຈັນຫຼາຍເທື່ອແລ້ວ ແລະ ມັກແວ່ເຂົ້າຫ້ອງນໍ້າ ປໍ້ານໍ້າມັນແຫ່ງນີ້ ແລະ ຈະມັກເຫັນເດັກນ້ອຍຜູ້ນີ້ມາຂໍເງີນຕະຫຼອດ ແຕ່ມາວັນທີ່ 3 ເມສາ(4) 2023 ເວລາ 13ໂມງ25 ນາທີ ເທື່ອນີ້ມາເຫັນໃນສະພາບທີ່ນະມອມແມ໋ມ ແລະ ມີບາດແຜເຕັມໂຕເລີຍຖາມກົກປາຍສາຍເຫດ ຈຶ່ງໄດ້ຮູ້ວ່າທີ່ບາດເຈັບມາ ລາວໄດ້ບອກວ່າຖຶກພໍ່ຕີ ຍ້ອນມາຂໍເງີນໄປໃຫ້ພໍ່ບໍ່ໄດ້ ພໍ່ແມ່ນກິນຢາ ແມ່ໜີປະ ເພີ່ນກໍເລີຍໄປຖາມຄົນອ້ອມແອມແຖວນັ້ນວ່າເເມ່ນຄວາມຈິ່ງແທ້ບໍ ເຂົາເຈົ້າກະຕອບເປັນສຽງດຽວກັນວ່າຖຶກພໍ່ຕີຕະຫຼອດຖ້າຫາກມາຂໍເງີນນຳລົດທີ່ພາແຂກມາແວ່ເຂົ້າຫ້ອງນໍ້າຢູ່ທີ່ນີ້ບໍ່ໄດ້

ສະນັ້ນຈຶ່ງຮຽກຮ້ອງໃຫ້ອົງການຈັດຕັ້ງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງລົງໄປຊ່ອຍເຫຼືອແກ້ໄຂບັນຫາເດັກນ້ອຍຜູ້ນີ້ແດ່ທ້ອນ.

LEAVE A REPLY

Please enter your comment!
Please enter your name here