ພິທີປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ

0
1211

ວັນທີ 4 ເມສາ 2023 ກະຊວງ ປກສ ຈັດພິທີປະກາດແຕ່ງຕັ້ງ ແລະ ເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ໃຫ້ກຽດເປັນປະທານ ແລະ ປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່, ຄະນະຈັດຕັ້ງສູນກາງພັກ, ກົມກອງອ້ອມຂ້າງກະຊວງ, ຕະຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ເລື່ອນຊັ້ນເຂົ້າຮ່ວມ.

ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ຜ່ານມະຕິຕົກລົງເລກທີ 326, 327, 328/ຄລສພ, ລົງວັນທີ 29 ມີນາ 2023 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ກໍາມະການປະຈໍາພັກ, ກໍາມະການຄະນະພັກກະຊວງປ້ອງກັນຄວາມສະຫງົບ; ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ພົຈວ ທອງສຸກ ຍ່າເອີລາວລີ ເປັນກຳມະການປະຈຳພັກ ກະຊວງປ້ອງ ກັນຄວາມສະຫງົບ, ສະຫາຍ ພົຈວ ໜູຈອນ ກ້ອນທອງດໍາ ເປັນກຳມະການຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ພົຈວ ແອນ ອຸ່ນອານົງນຸດ ເປັນກຳມະການຄະນະພັກ ກະຊວງປ້ອງກັນຄວາມສະຫງົບ; ດໍາລັດ ສະບັບເລກທີ 151, 152, 153/ນຍ, ລົງວັນທີ 30 ມີນາ 2023 ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ; ໃນນີ້, ແຕ່ງຕັ້ງ ພົຈວ ທອງສຸກ ຍ່າເອີລາວລີ ເປັນຫົວໜ້າກົມໃຫຍ່ພະລາທິການ ປກສ, ພັອ ເຄນທະວີໄຊ ເພັດພະນາ ເປັນຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ພັອ ບຸນລຽນ ສະອາດສີ ເປັນຫົວໜ້າກົມກວດກາ-ກວດການ ກະຊວງ ປກສ.

ໃນພິທີ, ທ່ານ ດອນ ໄພວົງ ຍັງໄດ້ຜ່ານລັດຖະດຳລັດ ສະບັບເລກທີ 039-042/ປປທ, ລົງວັນທີ 4 ເສມາ 2023 ວ່າດ້ວຍການເລື່ອນຊັ້ນພັນເອກ ຂຶ້ນ ຊັ້ນພົນຈັດຕະວາ ໃຫ້ນາຍຕຳຫຼວດ ຈໍານວນ 5 ສະຫາຍ ປະກອບມີ: ສະຫາຍ ສີສຸວັນ ທອງປະເສີດ ຮອງຫົວໜ້າກົມໃຫຍ່ພະລາທິການ ປກສ, ສະຫາຍ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ, ສະຫາຍ ຄຳຈັນ ແສງລາວົງ ຫົວໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ສະຫາຍ ຕູ່ຊົ່ງ ປັດໃຈ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງພະບາງ, ສະຫາຍ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ; ຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 154-187/ນຍ, ລົງວັນທີ 30 ມີນາ 2023 ວ່າດ້ວຍການເລື່ອນຊັ້ນ ພັນໂທ ຂຶ້ນຊັ້ນ ພັນເອກ ໃຫ້ນາຍຕໍາຫຼວດ ຈໍານວນ 34 ສະຫາຍ ຍິງ 4 ສະຫາຍ.

ແຫຼ່ງຂ່າວ ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here