Cloud Services ຈາກ Unitel

0
1619

Cloud Services ປະກອບດ້ວຍ 3 ບໍລິການຄື:

1) ບໍລິການ Cloud Server

Cloud Server ແມ່ນບໍລິການທີ່ສະໜອງເຊີບເວີຈໍາລອງໃນພື້ນຖານໂຄງລ່າງ cloud ທີ່ມີປະສິດທິພາບໃນການໃຊ້ງານຄືກັບເຊີເວີແທ້ (Physical server).

+ ຄຸນສົມບັດຂອງ Cloud Server

  • ອຸປະກອນທີ່ເປັນເອກະລາດມີຄວາມດຸ່ນດ່ຽງສະເໝີ, ເພື່ອຫຼີກລ້ຽງການ Overloaded ແລະ ການຂັດແຍ່ງທາງດ້ານຊັບພະຍາກອນ.
  • ງ່າຍໃນການຈັດການ ມີເຄື່ອງມືໃນການຈັດການຢູ່ໃນ Web portal ເພື່ອຊ່ວຍລູກຄ້າໃນການຈັດການລະບົບ Start/Stop/Reset VM, Console VM ສາມາດເຊື່ອມຕໍ່ໂດຍກົງໄດ້.
  • ມາດຕະຖານທາງດ້ານເຕັກນິກ, ມາດຕະຖານການອອກແບບລະບົບ iso 20000-1, iso 27001, iso 27017, iso 27018, ມາດຕະຖານທາງດ້ານພື້ນຖານໂຄງລ່າງ iso 9001, iso 50001 Pci Dss, Tia 942 Rated 3.

+ ເປັນຫຍັງຕ້ອງເລືອກຂອງຢູນີເທວ Cloud server

  • ຢູນີເທວມີຄວາມພ້ອມທາງດ້ານພື້ນຖານໂຄງລ່າງ: ທັນສະໄໝ, ໄດ້ຮັບມາດຕະຖານສາກົນ.
  • ຢູນີເທວມີຄວາມພ້ອມທາງດ້ານບຸກຄະລະກອນ: ມີທີມງານທີ່ເປັນມືອາຊີບ ກໍຄືຜູ້ຊ່ຽວຊານທີ່ຢູ່ພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນຢູ່ໃນ ສສ ຫວຽດນາມທີ່ຄອຍຊ່ວຍເຫຼືອ, ໃຫ້ຄຳປຶກສາ ແລະ ແກ້ໄຂບັນຫາຕ່າງໆ.
  • Cloud server ຂອງຢູນີເທວງ່າຍໃນການຄຸ້ມຄອງ ແລະ ນໍາໃຊ້ແບບໜ້າເຊື່ອ.
  • ຊັບພະນາກອນແບບບໍ່ມີຂີດຈຳກັດ, ສາມາດເພີ່ມຂຶ້ນ ຫຼື ຫຼຸດລົງໂດຍບໍ່ສົ່ງຜົນກະທົບເຖິງເຄື່ອງທີ່ກໍາລັງນຳໃຊ້ຢູ່.
  • ຮັບປະກັນຄວາມປອດໄພສູງສຸດ,ມີລະບົບຕິດຕາມການເຂົ້າເຖິງຂໍ້ມູນທີ່ບໍ່ຖືກຕ້ອງແບບ Real time24/7.
  • ປະຫຍັດຄ່າໃຊ້ຈ່າຍ.

2) ບໍລິການ cloud camera

Cloud Camera ເປັນບໍລິການຕິດຕາມກ້ອງວົງຈອນທີ່ມີີປະສິດທິພາບສູງ, ຜູ້ໃຊ້ສາມາດເບິ່ງອອນລາຍ ແລະ ເບິ່ງຍ້ອນຫຼັງໄດ້, ຮັບປະກັນການສູນເສຍຂໍ້ມູນໃນກໍລະນີກ້ອງວົງຈອນເປ່ເພ ຫຼື ຖືກລັກ. ສາມາດບັນທຶກຂໍ້ມູນ ແລະ ຕິດຕາມຄຸ້ມຄອງກ້ອງວົງຈອນແບບລວມສູນ, ສາມາດເຊື່ອມຕໍ່ກັບກ້ອງວົງຈອນຫຼາຍຍີ່ຫໍ້ໃນທ້ອງຕະຫຼາດ ແລະ ສາມາດນຳໃຊ້ຜ່ານ Web ແລະ App(Android, iOS).

+ ຄຸນສົມບັດຂອງ cloud camera

  • ການແຈ້ງເຕືອນ: ມີຄວາມສາມາດໃນການກວດສອບ ແລະ ແຈ້ງເຕືອນສະຖານະການເຊື່ອມຕໍ່ລະຫວ່າງກ້ອງວົງຈອນກັບລະບົບການໃຫ້ບໍລິການໃນແອັບຕິດຕາມ.
  • ສາມາດຕິດຕາມໄດ້ຫຼາຍຈຸດໃນໜ້າຕ່າງດຽວກັນ, ຕິດຕາມໄດ້ທຸກທີ່ທຸກເວລາ, ທຸກອຸປະກອນ. ນອກນັ້ນຍັງສາມາດກຳນົດສິດທິໃນການຕິດຕາມໃຫ້ກັບຜູ້ໃຊ້ໄດ້ອີກ.
  • ຂໍ້ມູນທັງໝົດຈະຖືກບັນທຶກໃນ Data Center ທີ່ໄດ້ຮັບມາດຕະຖານສາກົນຂອງ Unitel, ຮັບປະກັນຄວາມປອດໄພຂອງຂໍ້ມູນ.
  • ນຳໃຊ້ເຕັກໂນໂລຊີ plug & play ໃນພື້ນຖານໂຄງລ່າງ cloud ຊ່ວຍໃນການເຊື່ອມຕໍ່ ແລະ ຈັດຕັ້ງຜັນຂະຫຍາຍລະບົບຕິດຕາມໄດ້ຢ່າງວ່ອງໄວ.

3) ບໍລິການ Cloud Colocation

Cloud Colocation ເຮົາມີໃຫ້ບໍລີການຄື:

  • ໂຊນໃຫ້ເຊົ່າຈັດວາງ Server ລວມສໍາລັບລູກຄ້າເຊົ່າສະຖານທີ່ຈັດວາງ Server ແບບລວມ,ຕາມ Rack, U.
  • ໂຊນໃຫ້ເຊົ່າຈັດວາງ Server ສ່ວນຕົວສໍາລັບລູກຄ້າທີ່ຕ້ອງການຄວາມປອດໄພສູງ, ຄວາມເປັນສ່ວນຕົວ.

+ ລິ້ງເວັບໄຊ: – https://ucloudcamera.unitel.com.la/

https://ucloudserver.unitel.com.la

LEAVE A REPLY

Please enter your comment!
Please enter your name here