ນັກທ່ອງທ່ຽວໄທເລົ່າປະສົບການມາທ່ຽວລາວ

0
4785

ເມື່ອເວົ້າເຖິງສັງຄົມອອນລາຍ ຖືວ່າເປັນສິ່ງຫຼັກໆທີ່ສັງຄົມປັດຈຸບັນ ນຳໃຊ້ ແລະ ນຶກເຖິງໃນແຕ່ລະວັນ ບໍ່ວ່າຈະເປັນການແບ່ງປັນຮູບພາບ, ວີດີໂອ, ບົດຄວາມ… ເພື່ອໃຫ້ຄົນອື່ນໄດ້ຮູ້ຈັກ ແລະສະແດງຄວາມຄິດເຫັນ.

ເມື່ອບໍ່ດົນມານີ້, ຜູ້ໃຊ້ຕິກຕ໋ອກ ທີ່ໃສ່ຊື່ວ່າ Newkiim ໄດ້ເລົ່າປະສົບການເລື່ອງທີ່ຕົນເອງ ແລະ ໝູ່ມາທ່ຽວລາວຄັ້ງທຳອິດ ແລະ ໄດ້ຖືກປັບໃໝຈາກເຈົ້າໜ້າທີ່ ໂດຍມີເນື້ອໃນຂໍ້ຄວາມດັ່ງນີ້:

“ປະສົບການມາທ່ຽວ ສປປ ລາວ ກັບໝູ່ຄັ້ງທຳອິດ ຖືກຕຳຫຼວດປັບໃໝ່ 300 ບາດໄທ ເນື່ອງຈາກທ່ຽວແບບບໍ່ມີຄົນນຳທ່ຽວ (ໄກ້ນຳທ່ຽວ) ງົງ ແບບນີ້ ຖ້າທ່ຽວຈຸດອື່ນກໍຕ້ອງຈ່າຍແບບນີ້ໄປເລື່ອຍໆບໍ່?”

ເຈົ້າຂອງວີດີໂອໃຫ້ຮູ້ເພີ່ມເຕີມວ່າ: ເຈົ້າໜ້າທີ່ແຈ້ງວ່າເນື່ອງຈາກເປັນກຸ່ມໃຫຍ່ ແຕ່ບໍ່ມີຄົນນຳທ່ຽວ, ແຕ່ຄວາມຈິງແລ້ວ ຕົນເອງ ແລະໝູ່ແມ່ນມາເຮັດວຽກ ແລ້ວອອກໄປເລາະກິນເຂົ້າ ແລະໄດ້ແວ່ຖ່າຍຮູບ ເຊິ່ງລົດກໍແມ່ນເຊົ່າລົດລາວ ເປັນການຈ້າງລົດໂຮງແຮມ ເພື່ອຈະມາສົ່ງຖ່າຍຮູບທີ່ປະຕູໄຊ ເຊິ່ງມາຖ່າຍຮູບແລ້ວກໍຈະກັບ ແຕ່ເຈົ້າໜ້າທີ່ກໍເຂົ້າມາໂອລົມ.

ຫຼັງຈາກວີດີໂອຖືກແຊສອອກໄປ ກໍມີຜູ້ຄົນເຂົ້າມາສະແດງຄວາມຄິດເຫັນຈຳນວນຫຼາຍ. ບາງຄົນກໍວ່າເຮັດເກີນໄປ, ສ່ວນບາງຄົນກໍວ່າຖືກແລ້ວ ເພາະການມາທ່ຽວເປັນກຸ່ມກໍຕ້ອງມີຄົນນຳທ່ຽວ.

ສາມາດເບິ່ງວີດີໂອໄດ້ທີ່: ລີ້ງ

LEAVE A REPLY

Please enter your comment!
Please enter your name here