ດ່ານພາສີສາກົນຂົວມິດຕະພາບ II ງວດ I ປີ 2023 ເກັບລາຍຮັບໄດ້ລື່ນແຜນການ

0
664

ໃນງວດ I ປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຈັດຕັ້ງປະຕິບັດວຽກງານວິຊາສະເພາະມີທັງກາ ລະໂອກາດ ແລະສິ່ງທ້າທາຍໂດຍສະເພາະທາງດ້ານເສດຖະກິດພາຍໃນປະເທດກໍ່ຄືແຂວງສະຫວັນນະເຂດເວົ້າລວມເວົ້າສະເພາະຢູ່ດ່ານພາສີສາກົນຂົວມິດຕະພາບ II ແຕ່ເຖິງຢ່າງໃດກໍຕາມຄະນະພັກ, ຄະນະກົມ, ຄະນະພາສີປະຈໍາ ແຂວງ, ຄະນະດ່ານພາສີໄດ້ເອົາໃຈໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານສະດວກວ່ອງໄວ,ສຳເລັດຕາມລະດັບຄາດໝາຍ ແລະ ເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນການງວດ.

ທ່ານ ຂວັນໄຊຊະນະ ຟອງສະໝຸດ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ II ໃຫ້ຮູ້ວ່າ: ດ່ານພາສີສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ປະກອບມີກົງຈັກຊ່ວຍວຽກ 03 ກຸ່ມວຽກ, 01 ດ່ານທ້ອງຖິ່ນ, 4 ດ່ານປະເພນີຂຶ້ນກັບ, ມີພະນັກງານ-ລັດຖະກອນທັງໝົດ 49 ຄົນ. ໃນນັ້ນ, ມີສະມາຊິກພັກ 38 ສະຫາຍ, ຍິງ 15 ສະຫາຍ, ກວມເອົາ 95% ຂອງຂອງພະນັກງານ-ລັດຖະກອນທັງໝົດ.

ໃນປີ 2023 ດ່ານພາສີສາກົນຂົວມິດຕະພາບ II ໄດ້ຮັບຕົວເລກແຜນການຈັດເກັບລາຍຮັບທັງໝົດ 890 ຕື້ກີບ, ໃນງວດ I ປີ 2023 ໄດ້ແບ່ງຕົວເລກຈັດເກັບລາຍຮັບທັງໝົດ 267 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ I ສາມາດເກັບລາຍຮັບໄດ້ 307 ຕື້ກີບເທົ່າກັບ 115,06% ຂອງແຜນການງວດ, ເພີ່ມຂຶ້ນ 15,05% ເທົ່າກັບ 40 ຕື້ກວ່າກີບ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 75,51% ຄິດເປັນເງິນປະມານ 132 ຕື້ກວ່າກີບຖ້າທຽບໃສ່ແຜນການປີ (890 ຕື້ກີບ) ເທົ່າກັບ 34,51%. ສ່ວນສາເຫດທີ່ພາໃຫ້ການຈັດເກັບລາຍຮັບໃນງວດ I ປີ 2023 ເກີນແຜນການງວດສ່ວນໃຫຍ່ລາຍຮັບໄດ້ຈາກການນໍາເຂົ້ານໍ້າມັນເຊື້ອໄຟເພີ່ມຂຶ້ນ, ການນໍາເຂົ້າພາຫະນະ (ເປັນຄັນ), ສິ້ນສ່ວນ ແລະ ອາໄຫຼ່ພາຫະນະ, ສິນຄ້ານໍາເຂົ້າ-ສົ່ງອອກ, ຄ່າທຳນຽມ ແລະ ສິນຄ້າປະເພດອື່ນໆ.

ສຳລັບທິດທາງແຜນການ, ມາດຕະການຈັດຕັ້ງປະຕິບັດໃນງວດ II ປີ 2023 ຄະນະດ່ານພາສີສາກົນຂົວມິດຕະພາບ II, ສຸມໃສ່ຫຼາຍມາດຕະການ, ເອົາໃຈໃສ່ທາງດ້ານການເມືອ-ແນວຄິດໃນຖັນແຖວພະນັກງານສະມາຊິກພັກ, ເຂັ້ມງວດການປະຕິບັດໜ້າທີ່ວິຊາສະເພາະຕາມລະບຽບກົດໝາຍ, ຄຸ້ມຄອງການຈັດເກັບລາຍຮັບໃຫ້ຖືກຕ້ອງຄົບຖ້ວນ, ທັນຕາມກໍານົດເວລາ,ປຸກລະດົມຊຸກຍູ້ບັນດາຜູ້ປະກອບການແຈ້ງຂໍ້ມູນລະອຽດເພື່ອໃຫ້ປະຕິບັດຖືກຕ້ອງຕາມລະບຽບກົດໝາຍ, ປັບປຸງກົນໄກ ແລະ ແບບແຜນວິທີເຮັດວຽກໃຫ້ກະທັດຮັດ, ຫຼຸດຜ່ອນບັນດາຂັ້ນຕອນທີ່ບໍ່ຈໍາເປັນ, ອໍານວຍຄວາມສະດວກໃຫ່ແກ່ການນໍາເຂົ້າສົ່ງອອກສິນຄ້າ, ຄຸ້ມຄອງ ແລະ ນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະຢ່າງມີປະສິດທິຜົນເປັນຕົ້ນ: ລະບົບການແຈ້ງພາສີອັດຕະໂນມັດ (ASYCUDA), ຕິດ ຕາມ ແລະ ຄຸ້ມຄອງປະເພດສິນຄ້າທີ່ເປັນລາຍຮັບຕົ້ນຕໍເຊັ່ນ: ພາຫະນະ, ນໍ້າມັນເຊື້ອໄຟ, ການສົ່ງອອກຊັບພະຍາ ກອນທໍາມະຊາດ ແລະ ຈັດເກັບລາຍຮັບເຂົ້າງົບປະມານສຳເລັດຕາມລະດັບຄາດໝາຍ ແລະ ອື່ນໆ. 

(ຂໍ້ມູນຈາກກະຊວງການເງິນ)

LEAVE A REPLY

Please enter your comment!
Please enter your name here