ໃຫ້ໂຈະຮ້ານຊື້-ຂາຍ ເຫຼັກເສດ ທົ່ວແຂວງສະຫວັນນະເຂດ

0
890

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈຳພັກແຂວງສະຫວັນນະເຂດ ສະໄໝສາມັນ ຄັ້ງທີ 4 ປະຈຳເດືອນມີນາ 2023 ກ່ຽວກັບການຄຸ້ມຄອງການດຳເນີນທຸລະກິດເກັບຊື້-ຂາຍເຫຼັກ ເສດ-ເສດໂລຫະໃຫ້ເຂົ້າສູ່ລະ ບຽບກົດໝາຍ, ເພື່ອເປັນການສະກັດກັ້ນປະກົດ ການຫຍໍ້ທໍ້ ຂີ້ລັກງັດແງະວັດຖຸສິ່ງ ຂອງຂອງລັດ, ບຸກຄົນ ແລະນິຕິບຸກຄົນ ເປັນຕົ້ນ: ເຫຼັກເສດ, ເສດໂລຫະຕ່າງໆທີ່ມີການຊື້-ຂາຍ ແບບຊະຊາຍ.

ມາໃນວັນທີ 2 ພຶດສະພາ 2023 ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກ ອຸດສາຫະກຳ-ການຄ້າແຂວງສະ ຫວັນນະເຂດ ພ້ອມດ້ວຍວິຊາການຈາກພະແນກການທີ່ກ່ຽວຂ້ອງ ແລະເຈົ້າໜ້າທີ່ ປກສ ແຂວງ ກໍໄດ້ລົງເຄື່ອນໄຫວສົມທົບກັບອຳນາດການປົກຄອງບ້ານ, ໃນການລົງເຮັດບົດບັນທຶກກັບຮ້ານ ທີ່ດຳເນີນທຸລະກິດເກັບຊື້ເຫຼັກເສດ-ເສດໂລຫະໃນເທສະບານ ນະຄອນໄກສອນພົມວິຫານ, ເຊິ່ງ ມີຈຳນວນ 46 ຮ້ານ, ໃນນັ້ນ ຫຼາຍກວ່າໝູ່ແມ່ນເຂດບ້ານສະໜາມໄຊ ມີທັງໝົດ 15 ຮ້ານ. ທາງວິຊາການພະແນກການຄ້າແຂວງ, ສົມທົບກັບພະແນກໂຍທາທິການ ແລະຂົນສົ່ງແຂວງ, ພະແນກແຮງງານ ແລະສະຫວັດດີການ ສັງຄົມແຂວງ, ກອງບັນຊາການ ປກສ ແຂວງ, ນະຄອນ, ກຸ່ມບ້ານ, ອຳນາດການປົກຄອງບ້ານກໍ່ໄດ້ ພ້ອມກັນລົງເຮັດບົດບັນທຶກ.

ໂດຍປະຕິບັດຕາມແຈ້ງການ ຂອງທ່ານ ຫົວໜ້າພະແນກອຸດສາຫະກຳ-ການຄ້າແຂວງສະບັບ ເລກທີ 1859/ພອຄ, ລົງວັນທີ 12 ເມສາ 2023 ເຊິ່ງມີລາຍລະອຽດດັ່ງນີ້: ໃຫ້ຢຸດໂຈະຊົ່ວຄາວການດຳເນີນທຸລະກິດການເກັບ ຊື້ເຫຼັກເສດ, ເສດໂລຫະທີ່ເຄື່ອນ ໄຫວຢູ່ບັນດາເມືອງ-ນະຄອນ ເພື່ອຈະໄດ້ມີການກວດກາດັດສົມຄືນບັນດາຮ້ານດັ່ງກ່າວມານັ້ນ ທີ່ດຳເນີນທຸລະກິດບໍ່ຖືກຕ້ອງ ແລະບໍ່ສອດຄ່ອງກັບລະບຽບກົດໝາຍເປັນຕົ້ນແມ່ນມາດຕາ 212-213 ຂອງກົດໝາຍວ່າດ້ວຍ ວິສາຫະກິດ ແລະຄຳສັ່ງເລກທີ 62/ນຍ, ລົງວັນທີ 13/11/2015, ກ່ຽວກັບການອຳນວຍຄວາມສະດວກ ໃຫ້ຄວາມຮ່ວມມືໃນການຂຶ້ນທະບຽນ ແລະການອອກບັດ ເຄື່ອນໄຫວຊົ່ວຄາວໃຫ້ຊາວຕ່າງປະເທດ; ໃນໄລຍະຢຸດໂຈະຊົ່ວຄາວແມ່ນຫ້າມເດັດຂາດບໍ່ໃຫ້ມີການເກັບຊື້-ຂາຍເຫຼັກເສດ, ເສດໂລຫະຈົນກວ່າຄະນະກຳມະ ການຂັ້ນແຂວງທຳການກວດກາ ແລະດັດສົມສຳເລັດ; ເມື່ອສຳເລັດ ຈາກການກວດກາ, ດັດສົມຂອງຄະນະກຳມະການຂັ້ນແຂວງແລ້ວ, ຖ້າເອກະສານຖືກຕ້ອງ ຄົບຖ້ວນຕາມລະບຽບກົດໝາຍ, ທາງຄະນະກຳມະການ ຈຶ່ງຈະອະນຸຍາດໃຫ້ເຄື່ອນໄຫວດຳເນີນທຸລະກິດຕໍ່ໄດ້. ທັງນີ້ກໍ ເພື່ອເປັນ ການຫັນທຸລະກິດການເກັບຊື້ເຫຼັກ ເສດ, ເສດໂລຫະໃຫ້ຫັນເຂົ້າສູ່ລະ ບຽບກົດໝາຍ ແລະຖືກວັດຖຸປະສົງຂອງການດຳເນີນທຸລະກິດໃນດ້ານນີ້.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

LEAVE A REPLY

Please enter your comment!
Please enter your name here