ເມືອງແອດອອກເອກະສານຢັ້ງຢືນເປັນພົນລະເມືອງລາວໃຫ້ແກ່ປະຊາຊົນຫວຽດນາມ

0
1468

119 ຄົນ ທີ່ເຂົ້າມາອາໄສຢູ່ເມືອງແອດແບບບໍ່ຖືກຕ້ອງໄດ້ຮັບໃບຢັ້ງຢືນເປັນພົນລະເມືອງລາວ ສັນຊາດລາວ

ຕອນເຊົ້າ ວັນທີ 4 ພຶດສະພາ 2023 ນີ້, ຢູ່ທີ່ສະໂມສອນ ປກສ ເມືອງແອດໄດ້ຈັດພິທີຮັບຮອງເອົາຜູ່ຍົກຍ້າຍມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຕາມບ້ານບໍລິເວນຊາຍແດນລາວ-ຫວຽດນາມ ເຂົ້າເປັນພົນລະເມືອງລາວ, ໃຫ້ກຽດເຂົ້າຮ່ວມມອບໃບຢັ້ງຢືນໂດຍ ທ່ານ ອະນຸສິນ ຂັດຕິຍະລາດ ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ ກະຊວງການຕ່າງປະເທດ ແລະ ເປັນປະທານຮ່ວມໂດຍທ່ານ ທອງສຸກ ສົມພາວັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆແອດ, ມີພະແນກການຕ່າງປະເທດ, ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ-ຂັ້ນແຂວງ-ຂັ້ນກະຊວງ, ມີຄະນະພັກ-ນາຍບ້ານໆທີ່ມີບຸກຄົນເຂົ້າມາອາໄສແບບບໍ່ຖືກຕ້ອງຕາມລະບຽບ ພ້ອມດ້ວຍຜູ້ທີ່ຖືກຮັບຮອງເຂົ້າເປັນພົນລະເມືອງລາວໃນຄັ້ງນີ້ເຂົ້າຮ່ວມ.

ໃນວາລະດຳເນີນພິທີ ຄະນະຮັບຜິດຊອບໄດ້ຜ່ານເອກະສານທີ່ກ່ຽວຂ້ອງ ເຊິ່ງໃຫ້ຮູ້ວ່າ: ລັດຖະບານລາວໄດ້ອະນຸມັດໃຫ້ກະຊວງພາຍໃນ ອອກເອກະສານຈົດທະບຽນ ແລະ ອອກໃບຢັ້ງຢືນໃຫ້ສັນຊາດລາວ ແກ່ປະຊາຊົນຫວຽດນາມທີ່ມາຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບການໃນໄລຍະຜ່ານມາ ຢູ່ບໍລິເວນບ້ານທີ່ຕິດຈອດກັບຊາຍແດນລາວ-ຫວຽດນາມ ຢູ່ໃນ 7 ເມືອງທົ່ວແຂວງຫົວພັນ ເຊິ່ງມີ 720 ຄົນ, ຍິງ 617 ຄົນ, ໃນນີ້ມີ 119 ຄົນ, ຍິງ 96 ຄົນ ທີ່ອາໄສຢູ່ໃນ 33 ບ້ານຂອງເມືອງແອດ, ສະນັ້ນ ຄະນະຮັບຜິດຊອບຈິ່ງໄດ້ຈັດພິທີຮັບຮອງເອົາ ເປັນພົນລະເມືອງລາວ ສັນຊາດລາວ ຖືກຕ້ອງຕາມລະບຽບກົດໝາຍຂອງ ສ ປ ປ ລາວ.

ແຫຼ່ງຂ່າວຈາກ: ຫ້ອງການ ຖວທ ເມືອງແອດ

LEAVE A REPLY

Please enter your comment!
Please enter your name here