ລາວມອບຜູ້ຖືກຫາກັບຄືນປະເທດໃຫ້ແກ່ໄທ

0
1363

ໃນວັນທີ 5 ພຶດສະພາ 2023 ນີ້ ທີ່ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ເຈົ້າໜ້າທີ່ກົມຕຳຫຼວດສືບສວນ – ສອບສວນ ກົມໃຫຍ່ຕຳຫຼວດ, ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ມອບຜູ້ຖືກຫາ 2 ຄົນຄື: ທ້າວ ທົງໄຊ ພະນິນທອນ ອາຍຸ 42 ປີ, ສັນຊາດ ໄທ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດ ໄທ ໃຫ້ແກ່ເຈົ້າຫນ້າທີ່ຕຳຫຼວດ ລາດຊະອານາຈັກໄທ ໂດຍເຊິ່ງຝ່າຍລາວນຳໂດຍ ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນ ຝ່າຍລາດຊະອານາຈັກໄທ ນຳໂດຍ ພັນຕຳຫຼວດເອກ ກິດມົງຄົນ ບູລະນະພັກດີ ຜູ້ກຳກັບການຕຳຫຼວດກວດຄົນເຂົ້າ-ອອກ ເມືອງຈັງຫວັດໜອງຄາຍ ລາດຊະອານາຈັກໄທ ພ້ອມດ້ວຍຄະນະທັງ 2 ຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ພັທ ສິງແກ້ວ ວົງພະຈັນ ຮອງຫົວໜ້າກົມຕຳຫຼວດສືບສວນ-ສອບສວນໃຫ້ຮູ້ວ່າ: ໃນຄັ້ງວັນທີ 27 ກຸມພາ 2023 ກົມຕໍາຫຼວດສືບສວນ-ສອບສວນ ໄດ້ຮັບໜັງສືຂໍຄວາມຮ່ວມມື ຂອງເຈົ້າໜ້າທີ່ຕໍາຫຼວດ ໜອງຄາຍ ຣາຊະອານາຈັກໄທ ກ່ຽວກັບເລື່ອງ ຂໍຄວາມຮ່ວມມືສືບສວນ-ສອບສວນ ຕິດຕາມຈັບຕົວຜູ້ຖືກຫາ ຄົນສັນຊາດໄທ ທີ່ກະທຳຜິດແລ້ວເອົາຕົວຫຼົບໜີເຂົ້າມາລີ້ຊ່ອນຢູ່ ສປປ ລາວ ຈຳນວນ 02 ຄົນຄື: ທ້າວ ທົງໄຊ ພະນິນທອນ, ອາຍຸ 42 ປີ, ສັນຊາດ ໄທ ຕາມຄໍາສັ່ງຈັບຕົວຂອງສານສະລະບູລີ, ໃນຂໍ້ຫາ: ຮ່ວມກັນກະທຳຄວາມຜິດຖານການຟອກເງິນ ແລະ ທ້າວ ສະກາດ ພັນທຸລີ, ອາຍຸ 31 ປີ, ສັນຊາດໄທ ຂໍ້ຫາມີຢາເສບຕິດໄວ້ໃນຄອບຄອງ ຈາກນັ້ນເຈົ້າຫນ້າທີ່ວິຊາສະເພາະ ຈື່ງໄດ້ຕິດຕາມ ຄົ້ນຫາ ຈົນສາມາດກັກຕົວທັງ 2 ໄດ້.

ໂອກາດນີ້ ເຈົ້າຫນ້າທີ່ທັງ 2 ຝ່າຍ ກໍ່ໄດ້ລົງນາມໃນບົດບັນທຶກ ມອບ – ຮັບ ຜູ້ຖືກຫາ ໂດຍມີ ເຈົ້າຫນ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ອາລຸນນະຄອນ, ວິທະຍຸປ້ອງກັນຄວາມສະຫງົບ fm101,5 Mhz

LEAVE A REPLY

Please enter your comment!
Please enter your name here