ICBC ສາຂານະຄອນຫຼວງວຽງຈັນ ເລັ່ງຈັດຕັ້ງປະຕິບັດເປີດໃຫ້ບໍລິການຂອງສູນຊໍາລະສະສາງເງິນຢວນຢູ່ ສປປ ລາວ

0
3468

ທະນາຄານອຸດສາຫະກຳແລະການຄ້າຈີນຈໍາກັດ ສາຂານະຄອນຫຼວງວຽງຈັນເລັ່ງຈັດຕັ້ງປະຕິບັດເປີດໃຫ້ບໍລິການຂອງສູນຊໍາລະສະສາງເງິນຢວນຢູ່ ສປປ ລາວໃນໄວໆນີ້

ໃນວັນທີ  20  ກັນຍາ 2022ຜ່ານມາ, ທະນາຄານປະຊາຊົນຈີນ ​ແລະ ​ທະນາຄານແຫ່ງ ສປປ ລາວ​ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການແຕ່ງຕັ້ງທະນາຄານຊໍາລະສະສາງ ເງິນຢວນຢູ່ ສປປ ລາວ. ພ້ອມດຽວກັນນັ້ນ, ໃນວັນທີ 30 ກັນຍາ 2022 ທະນາຄານປະຊາຊົນຈີນ ​ໄດ້ມອບໝາຍໃຫ້ທະນາຄານ​ ອຸດສາຫະກຳ ​ແລະ ການຄ້າຈີນ ຈໍາກັດ ສາຂານະຄອນຫຼວງວຽງຈັນ ​ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ. ມາຮອດປັດຈຸບັນ, ສປປ ລາວ ​ກາຍເປັນປະເທດທີ 5 ໃນອາຊຽນ​ທີ່ໄດ້ຮັບອະນຸຍາດສ້າງຕັ້ງເປັນສູນຊໍາລະສະສາງ ເງິນຢວນຖັດຈາກ ສິງກະໂປ, ມາເລເຊຍ, ໄທ ແລະ ຟິລິບປິນ ​ແລະ ໃນວັນທີ 30 ພະຈິກ 2022, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ  ປະທານປະເທດແຫ່ງ  ສປປ ລາວ   ໄດ້ເດີນທາງພົບປະຢ້ຽມຢາມການນຳຢູ່ສປ.ຈີນ, ເຊິ່ງໃນລະຫວ່າງການເຄື່ອນໄຫວຢ້ຽມຢາມລັດຖະກິດ  ປະມຸກລັດຂອງສອງປະເທດລາວ-ຈີນ  ໄດ້ຮ່ວມເປັນສັກຂີພະຍານ ໃຫ້ກັບ ໝາກຜົນການຮ່ວມມືດ້ານການເງິນທີ່ສຳຄັນນີ້.

ການສ້າງຕັ້ງສູນຊໍາລະສະສາງເງິນຢວນນີ້ ແມ່ນໝາກຜົນສໍາເລັດອັນໜຶ່ງຂອງສາຍພົວພັນຮ່ວມມືລາວ-ຈີນ ທີ່ມີມູນເຊື້ອປະຫວັດສາດອັນຍາວນານ, ມີການຮ່ວມມືສົ່ງເສີມດ້ານເສດຖະກິດເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດຢ່າງແໜ້ນແຟ້ນ, ມີຂົງເຂດການຮ່ວມມືໃນຫຼາຍດ້ານ ​ເຊິ່ງເກີດດອກອອກຜົນຢ່າງຫຼວງຫຼາຍ ​ແລະ ມີແຜນພັດທະນາໃນອະນາຄົດທີ່ສົດໃສ ຢ່າງບໍ່ຢຸດຢັ້ງ. ໃນປີ 2020, ທະນາຄານກາງຂອງສອງປະເທດ ໄດ້ລົງນາມເຊັນສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນລະຫວ່າງສອງປະເທດລາວ-ຈີນ ແລະ ສັນຍາແລກປ່ຽນກີບ-ຢວນ (SWAP), ເຊິ່ງອະນຸຍາດໃຫ້ສາມາດ ນໍາໃຊ້ເງິນທ້ອງຖິ່ນຂອງສອງປະເທດ ເຂົ້າໃນການຊໍາລະດຸນບັນຊີຊໍາລະປົກກະຕິ (Current Account)  ແລະ ດຸນບັນຊີທຶນ (Capital Account) ໂດຍກົງ, ສົ່ງເສີມ ແລະ ຊຸກຍູ້ອໍານວຍຄວາມສະດວກດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ມາຮອດທ້າຍປີ   2021,  ມູນຄ່າການລົງທຶນລະຫວ່າງລາວ-ຈີນ ໄດ້ບັນລຸເຖິິງ 16,4 ຕື້ໂດລາສະຫະລັດ ແລະ ໃນໄລຍະປີ 2018-2022, ມູນຄ່າການຄ້າລະຫວ່າງສອງປະເທດ ບັນລຸໄດ້ຫຼາຍກວ່າ 15,9 ຕື້ໂດລາສະຫະລັດ, ອັດຕາການເຕີບໂຕສະເລ່ຍຕໍ່ປີແມ່ນ 15,9%. ເຊິ່ງປັດຈຸບັນ ສປ.ຈີນ ໄດ້ກາຍເປັນປະເທດ ອັນດັບ 1 ທີ່ ສປປ ລາວ ສົ່ງອອກສິນຄ້າຫຼາຍທີ່ສຸດ ແລະ ເປັນປະເທດອັນດັບ 1 ທີ່ເຂົ້າມາລົງທຶນຫຼາຍສຸດໃນ ສປປ ລາວ, ພ້ອມກັນນັ້ນ ຍັງເປັນຄູ່ຮ່ວມມືດ້ານການຄ້າ ລາຍໃຫຍ່ອັນດັບສອງຂອງ ສປປ ລາວ, ສາຍພົວພັນການຮ່ວມມືດ້ານການຄ້າລະຫວ່າງ ສອງປະເທດ ສະແດງໃຫ້ເຫັນເຖິງຄວາມເຂັ້ມແຂງ ແລະ ມີສັກກະຍະພາບທີ່ດີ.

    ອີງໃສ່ຂໍ້ໄດ້ປຽບດ້ານເຄືອຂ່າຍຂອງກຸ່ມ ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ທີ່ມີເຄືອຂ່າຍບໍລິການການຊໍາລະສະສາງເງິນຢວນ ຢູ່ທົ່ວໂລກ, ພາຍຫຼັງການສ້າງຕັ້ງສູນຊໍາລະສະສາງເງິນຢວນໃນ ສປປ ລາວ ຈະຊ່ວຍຍົກສູງປະສິດທິພາບການຊຳລະເງິນຢວນຂອງ ສປປ ລາວ, ສາມາດສະໜອງການບໍລິການຊໍາລະເງິນຢວນ, ບໍລິການເງິນສົດ, ບໍລິການສະໜັບສະໜູນສະພາບຄ່ອງ, ບໍລິການແລກປ່ຽນເງິນກີບ-ຢວນ, ແລະ ບໍລິການດ້ານການ ເງິນອື່ນໆໃຫ້ແກ່ບັນດາທະນາຄານໃນລາວ ໃຫ້ດີຍິ່ງຂຶ້ນ. ຄຽງຄູ່ກັນນັ້ນ, ຈະສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂອງແຕ່ລະຂົງເຂດໃນ ສປປ ລາວ ໃຫ້ສາມາດດໍາເນີນທຸລະກໍາເງິນຢວນ ໃນຮູບແບບຫຼາກຫຼາຍ ແລະ ສະດວກວ່ອງໄວ, ຍົກສູງຄວາມສາມາດດ້ານການບໍລິການ ແລະ ປະສິດທິພາບໃນການຊໍາລະສະສາງເງິນຢວນ ລະຫວ່າງປະເທດໃຫ້ດີຂຶ້ນ, ອຳນວຍຄວາມສະດວກໃຫ້ແກ່ການຊໍາລະເງິນຕາທ້ອງຖິ່ນຂອງ ການຄ້າສອງຝ່າຍ, ພ້ອມທັງ ຍັງຈະຊ່ວຍເພີ່ມທາງເລືອກທີ່ຫຼາກຫຼາຍຂອງຄັງສໍາຮອງເງິນຕາ ຕ່າງປະເທດຂອງ ສປປ ລາວ ອີກດ້ວຍ.

ພາຍຫຼັງທີ່ ທະນາຄານ ​ອຸດສາຫະກຳ​ ແລະ​ ການຄ້າຈີນ ​ຈໍາກັດ ສາຂາ ນະຄອນຫຼວງວຽງຈັນ ເຮັດໜ້າທີ່ເປັນສູນຊໍາລະສະສາງເງິນຢວນໃນ ສປປ ລາວ, ກໍໄດ້ສຳເລັດການກະກຽມວຽກງານຕ່າງໆໃນໄລຍະຕົ້ນ ແລະ ປັດຈຸບັນນີ້ ກໍພວມຕັ້ງໜ້າກະກຽມວຽກງານເປີດໃຫ້ບໍລິການ ຕາມການອະນຸຍາດຂອງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານປະຊາຊົນຈີນ. ຂັ້ນຕອນຂອງວຽກງານຕ່າງໆໄດ້ດໍາເນີນການໄປຢ່າງເປັນລະບຽບຮຽບຮ້ອຍ, ເຊິ່ງຈະສູ້ຊົນໃຫ້ໄດ້ເປີດບໍລິການຢ່າງເປັນທາງການ ພາຍໃນເດືອນມິຖຸນາຂອງປີນີ້. ຫຼັງຈາກທີ່ໄດ້ເປີດໃຫ້ບໍລິການຢ່າງເປັນທາງການແລ້ວ ສູນຊໍາລະສະສາງເງິນຢວນຈະປະຕິບັດຕາມລະບຽບກົດໝາຍ ແລະ ຂໍ້ກໍານົດກົດລະບຽບຕ່າງໆຂອງ ສປປ ລາວ, ການດໍາເນີນທຸລະກິດ ຈະປະຕິບັດຕາມຫຼັກການຂອງຕະຫຼາດ ແລະ ການຄ້າ, ຈະສົມທົບກັບບັນດາພາກສ່ວນຕ່າງໆໃນລາວ ເພື່ອຈັດຕັ້ງປະຕິບັດຕາມຕາມສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນແລະສັນຍາແລກປ່ຽນກີບ-ຢວນ(SWAP)ຂອງສອງປະ ເທດ, ຈະສົ່ງເສີມໃຫ້ນຳໃຊ້ເງິນຕາທ້ອງຖິ່ນ ກໍຄືເງິນກີບ ແລະ ເງິນຢວນຫຼາຍຂຶ້ນ ໃນການຊຳລະການຄ້າ-ການລົງທຶນລະຫວ່າງ ລາວ-ຈີນ, ຈະສ້າງສະພາບແວດລ້ອມທີ່ດີ​ໃນການຊຸກຍູ້ການຊຳລະດ້ວຍເງິນຕາທ້ອງຖິ່ນ ແລະ ພັກດັນການເຄື່ອນໄຫວໃໝ່ໃນການຄ້າ-ການລົງທຶນ​ລະຫວ່າງສອງປະເທດລາວ-ຈີນ ໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ເພື່ອສົ່ງເສີມ ແລະ ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ.

ຕາມຂໍ້ມູນໃຫ້ຮູ້ຕື່ມວ່າ, ສູນຊໍາລະສະສາງເງິນຢວນ ແມ່ນສະຖາບັນຕ່າງປະເທດທີ່ໃຫ້ບໍລິການຊໍາລະສະສາງ ເງິນຢວນໃຫ້ແກ່ທະນາຄານຢູ່ໃນຂົງເຂດ ຫຼື ປະເທດ ທີ່ສາມາດຊໍາລະສະສາງເງິນຢວນໄດ້. ໃນປັດຈຸບັນ, ໄດ້ສ້າງຕັ້ງສູນຊໍາລະສະສາງເງິນຢວນຕ່າງປະເທດ ລວມທັງໝົດ 31 ແຫ່ງໃນ 29 ປະເທດ ແລະ ຂົງເຂດ ທົ່ວໂລກ, ເຊິ່ງໄດ້ກວມເອົາທະວີບ ອາເມລິກາ, ເອີຣົບ, ອາຊີ ຕາເວັນອອກ, ອາຊີຕາເວັນອອກສຽງໃຕ້, ໂອເຊອານີ ແລະ ອາຟຣິກາ. ທ້າຍປີ 2021, ທົ່ວໂລກມີສະຖາບັນການເງິນທີ່ຮ່ວມມືກັບສູນຊໍາລະສະສາງເງິນຢວນ ເຖິງ 950 ແຫ່ງ.

LEAVE A REPLY

Please enter your comment!
Please enter your name here