ເປັນຫຍັງພວກເຮົາຈຶ່ງຄວນປົກປັກຮັກສາປ່າໄມ້ ແລະ ສິ່ງທີ່ມີຊີວິດໃນປ່າ

0
778

ຢູ່ໃນສັງຄົມເຮົາ, ຜູ້ຄົນຕ່າງມີວຽກເຮັດງານທຳ ແລະ ໜ້າທີ່ຮັບຜິດຊອບຂອງຕົນ ເພື່ອຮັບປະກັນວ່າສິ່ງຕ່າງໆໃນ ຊີວິດຈະດຳເນີນໄປຢ່າງສະດວກສະບາຍ. ປ່າໄມ້ກໍ່ເຊັ່ນດຽວກັນ.  ສິ່ງທີ່ມີຊີວິດຕ່າງໆ ທີ່ອາໃສຢູ່ໃນປ່າ ແມ່ນຖືກສ້າງ ໃຫ້ເຂົ້າກັບໂຄງສ້າງຂອງປ່າໄມ້ ທີ່ມີມາດົນນານ ເພື່ອຮັກສາຄວາມສົມດຸນຂອງທຳມະຊາດໃນປ່າ. ຕົວຢ່າງ: ສັດນັກລ່າ (ສັດໃຫຍ່ກິນຊີ້ນ) ກິນສັດນ້ອຍ ເພື່ອຄວາມຢູ່ລອດ ແລະ ຮັກສາຄວາມສົມດູນ ຂອງລະບົບນິເວດ. ແມງໄມ້ ກໍ່ຊ່ວຍ ປະສົມເກສອນດອກໄມ້ ແລະ ຊ່ວຍກະຈາຍເມັດພືດແຜ່ຂະຫຍາຍອອກ ເປັນວົງກວ້າງ.

ຂີ້ກະເດືອນຊ່ວຍຍ່ອຍສະ ຫຼາຍໃບໄມ້ ທີ່ຫຼົ່ນລົງຕາມໜ້າດິນ ແລະ ຊ່ວຍຍ່ອຍສະຫລາຍຊາກສັດທີ່ຕາຍໄປແລ້ວ, ເຊິ່ງຊ່ວຍສະໜອງສານ, ອາຫານໃຫ້ແກ່ດິນ. ດັ່ງນັ້ນ ສັດປ່າ ທຸກໆຊະນິດພັນ ລ້ວນແຕ່ມີຄວາມສໍາຄັນ ແລະ ຊ່ວຍຮັກສາຄວາມສົມດຸນຂອງ ລະບົບນິເວດ.

ເມື່ອສັດປ່າຊະນິດພັນໃດໜຶ່ງຖືກກຳຈັດອອກ ຫຼື ເອົາອອກຈາກປ່າໄມ້ ແລະ ທີ່ດິນບໍລິເວນນໍ້າ (ເນື່ອງຈາກການລ່າ ແລະ ການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ,​ ການລ່າທີ່ຫຼາຍເກີນໄປ ຫຼື ແບບດັບສູນ, ການສູນເສຍ ແລະ ເຊື່ອມໂຊມຂອງຖິ່ນທີ່ຢູ່ອາໃສ) ມັນອາດສົ່ງຜົນເຮັດໃຫ້ລະບົບນິເວດທັງໝົດ ເສຍຄວາມສົມດູນ ແລະ ອາດກ້າວໄປສູ່ ການສູນພັນຂອງຊະນິດພັນ ສັດນໍ້າ, ສັດປ່າ ແລະ ພືດປ່າ. ສິ່ງນີ້ສາມາດສົ່ງຜົນກະທົບທີ່ຮ້າຍແຮງ ແລະ ບາງເທື່ອກໍ ບໍ່ສາມາດແກ້ໄຂຄືນໄດ້.

ທ່ານກໍ່ເຊັ່ນດຽວກັນ ສາມາດມີບົດບາດສຳຄັນ ຄືກັນກັບສັດປ່າຫຼາກຫຼາຍຊະນິດພັນທີ່ອາໃສຢູ່ໃນປ່າໄມ້ ແລະ ທີ່ດິນບໍລິເວນນໍ້າ ໃນການປົກປັກຮັກສາຄວາມສົມດຸນຂອງທຳມະຊາດ. ສິ່ງທີ່ທ່ານສາມາດເຮັດໄດ້ແມ່ນ:

  1. ຊື້ ແລະ ບໍລິໂພກສັດທີ່ລ້ຽງເພື່ອບໍລິໂພກເທົ່ານັ້ນ ແລະ ປະຕິເສດສັດປ່າທີ່ໄດ້ມາແບບຜິດກົດໝາຍ
  2. ຮ່ວມສະກັດກັ້ນ ແລະ ຕ້ານອາຊະຍາກຳສັດປ່າ ພ້ອມທັງລາຍງານທຸກເຫດການກ່ຽວກັບການຄ້າຂາຍສັດປ່າຜິດກົດໝາຍ ຫຼື ການກັກຂັງສັດປ່າ ໄດ້ທີ່ສາຍດ່ວນ 1601
  3. ບໍ່ເຂົ້າໃກ້ ຫຼື ພົວພັນກັບສັດປ່າ ເພື່ອຄວາມປອດໄພຂອງສັດ ແລະ ຕົວທ່ານເອງ

ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການປົກປັກຮັກສາປ່າໄມ້, ທ່ານສາມາດຕິດຕາມ ທີ່ແຟນເພຈເຟສບຸກ: ທຸກຄົນສາມາດເປັນຜູ້ປົກປັກຮັກສາ ສັດປ່າ – Lao Wildlife Heroes.

LEAVE A REPLY

Please enter your comment!
Please enter your name here