ໂຄງການທຳອິດໃນນິຄົມອຸດສາຫະກໍາອາຊີ-ໂປຕາສສາກົນສໍາເລັດການທົດລອງນຳໃຊ້ເຄື່ອງຈັກ

0
3080

ໃນເວລາ 10:00 ໂມງ ຂອງວັນທີ 31 ພຶດສະພາ 2023 ​ໄດ້​ມີພິທິສະເຫລີມສະຫລອງຜົນສໍາເລັດການທົດລອງນໍາໃຊ້ເຄື່ອງຈັກການຜະລິດ ໂຄງການໂບຣມິນ 10.000 ໂຕນ/ປີ ທີ່ເປັນໂຄງ ການ ອະໂປຕາສທຳອິດ ໂດຍບໍລິສັດ ວັດສະດຸໃໝ່ອາຊີຈໍາກັດ ໃນເຂດນິຄົມອຸດສາຫະກໍາໝູນວຽນອັດສະລິຍະອາຊີ-ໂປຕາສສາກົນ ຢູ່ແຂວງຄໍາມ່ວນ ສປປ ລາວ. ໂຄງການດັ່ງກ່າວ ໄດ້ເລີ່ມດໍາເນີນການກໍ່ສ້າງແຕ່ເດືອນພະຈິກ 2022 ຈົນຮອດເດືອນພຶດສະພາ 2023 ແມ່ນສໍາເລັດການກໍ່ສ້າງ ແລະ ທົດລອງການຜະລິດ ເຊິ່ງໃຊ້ເວລາພຽງ 6 ເດືອນກໍສາມາດບັນລຸການເຊື່ອມໂຍງທົ່ວສາຍການຜະລິດ. ມາຮອດເວລາ 16:00 ໂມງຂອງວັນທີ 30 ພຶດສະພາ 2023 ໂຄງການໄດ້ເດີນເຄື່ອງຈັກການຜະລິດຢ່າງໝັ້ນຄົງເປັນເວລາ 72 ຊົ່ວໂມງ, ປະລິມານການຜະລິດໂບຣມິນ ສູງສຸດຕໍ່ວັນແມ່ນກາຍ 36 ໂຕນ, ປະ ລິມານການຜະລິດສູງສຸດຕໍ່ວັນແມ່ນບັນລຸ 120% ຂອງກໍາລັງການຜະລິດທີ່ໄດ້ອອກແບບ, ເຊິ່ງເປັນສັນຍາລັກວ່າ ໂຄງການດັ່ງກ່າວໄດ້ສໍາເລັດການທົດລອງນຳໃຊ້ເຄື່ອງຈັກຜະລິດ ແລະ ບັນລຸການຜະລິດຕາມເປົ້າໝາຍ, ທັງເກີນຄາດໝາຍ, ເຊິ່ງເປັນການເປີດມ່ານອຸດສາຫະກຳ ອະໂປຕາສຂອງບໍລິສັດອາຊີ-ໂປຕາສສາກົນ ຢ່າງເປັນທາງການ ​ເຊິ່ງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ ຕາງໜ້າລັດຖະບານ ໄດ້ສົ່ງສານຊົມເຊີຍ ​ແລະ ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງໂຄງການ.

ເປັນກຽດເຂົ້າຮ່ວມ​ໃນ​ພິທີ​ຄັ້ງ​ນີ້, ມີ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານນາງຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວັນໄຊ ພອງສະຫວັນເຈົ້າແຂວງຄໍາມ່ວນ ແລະ ບັນດາການນຳຈາກກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງສຶກສາທິການແລະ ກິລາ, ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ​ເຂົ້າ​ຮ່ວມລວມທັງໝົດ 120 ກວ່າທ່ານ. ພ້ອມ​ນີ້, ຍັງ​ມີ ທ່ານນາງ ລິວປິງຢ້ຽນ (Liu Bingyan) ກຳມະການບໍລິຫານ, ເລຂານຸການສະພາບໍລິຫານ, ຮອງປະທານ, ທ່ານ ເຈິ້ງ ໂຢວເຢ້ (Zheng Youye) ກຳມະການບໍລິຫານ, ຮອງປະທານ, ທ່ານ ທົງ ໂຢງເຫີງ (Tong Yongheng) ຮອງປະທານ, ຜູ້ອໍານວຍບໍລິສັດຊີໂນ-ອາກຣີໂປຕາສຈໍາກັດ, ທ່ານ ຊູ່ ເຊຈູນ (Su Xuejun) ຮອງປະທານ, ຫົວໜ້າກຳມະການກວດກາການເງິນ, ທ່ານ ລິວ ໂຢງກ່າງ(Liu Yonggang) ຮອງປະທານ ແລະ ບັນດາຄະນະບໍລິຫານຂັ້ນສູງຂອງຊີໂນ-ອາກຣີໂປຕາສ, ໜ່ວຍງານຮັບເໝົາກໍ່ສ້າງໂຄງການ, ບັນດາວິສາຫະກິດຮ່ວມມືແຕ່ຕົ້ນນ້ຳເຖິງປາຍນ້ຳ ຂອງໂຄງການອຸດສາຫະກໍາໂບຣມິນ, ບັນດາສື່ມວນຊົນຕ່າງໆຈໍານວນ 300 ກວ່າຄົນ ກໍໄດ້ເຂົ້າຮ່ວມພິທິຄັ້ງນີ້.

.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ອາຊີ-ໂປຕາສ ເປັນຕົວແບບທີ່ດີໃນການຊຸກຍູ້ການພັດທະນາອຸດສາຫະກໍາ ແລະ ບໍ່ແຮ່, ປະກອບສ່ວນເຂົ້າໃນການສ້າງລາຍຮັບດ້ານການເງິນ ໃຫ້ປະເທດຊາດ ແລະ ການພັດທະນາທ້ອງຖິ່ນ, ສ້າງຊື່ສຽງດ້ານການຂຸດຄົ້ນບໍ່ແຮ່ໃຫ້ແກ່ປະເທດລາວ ໂດຍສະເພາະອຸດສາຫະກໍາເກືອໂປຕາສ, ເປັນການຊຸກຍູ້ການພົວ ພັນຮ່ວມມືລະຫວ່າງລາວ-ຈີນ. ໂຄງການນິຄົມອຸດສາຫະກໍາອາຊີ-ໂປຕາສສາກົນ ເປັນໂຄງການອຸດສາ ຫະກໍາ    ສາມາດຊຸກຍູ້ເສດຖະກິດເຂັ້ມແຂງ, ຫັນປ່ຽນຫລາຍດ້ານຂອງ ສປປລາວ ເປັນຕົ້ນ ຍົກປະສິດ ທິພາບຂະແໜງການຜະລິດ, ການພັດທະນາຊັບພະຍາກອນມະນຸດ, ສ້າງລະບຽບວິໄນ, ພັດທະນາລະ ບົບຕ່ອງໂສ້ອຸດສາຫະກໍາ ແລະ ລະບົບການສະໜອງຄວາມຕ້ອງການ, ສ້າງກຸ່ມວິສາຫະກິດຂະໜາດນ້ອຍ-ກາງ, ຖ່າຍທອດຄວາມຮູ້ ແລະ ເຕັກໂນໂລຊີ, ດຶງດູດການລົງທຶນ ແລະ ອື່ນໆ, ຊ່ວຍສ້າງລາຍຮັບໃຫ້ແກ່ປະເທດຊາດ ແລະ ປະຊາຊົນ. ດັ່ງທີ່ເວົ້າມາຂ້າງເທິງ, ໂຄງການດັ່ງກ່າວສາມາດຊຸກຍູ້ໃຫ້ຫລາຍພາກສ່ວນຮວມຕົວກັນ, ຮ່ວມກັນພັດທະນາ. ຖ້າຫາກວ່າໂຄງການດັ່ງກ່າວ ທສາມາດດໍາເນີນໄປຕາມສັນຍາ, ພັດທະນາວ່ອງໄວໄປຕາມເປົ້າໝາຍ, ການຄາດຫວັງ ແລະ ແຜນການທີ່ກໍານົດຈະເປັນການຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງແຂວງຄໍາມ່ວນ ກໍຄື ຂອງ ສປປ ລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ກໍ​ໄດ້ກ່າວວ່າ: ບໍລິສັດຊີໂນ-ອາກຣີໂປຕາສ ຈໍາກັດ ທີ່ສັງກັດຢູ່ອາຊີ-ໂປຕາສສາກົນ ເປັນວິສາຫະກິດຕົວແບບໃນບັນດາວິສາຫະກິດ ທີ່ດໍາເນີນກິດຈະ ການດ້ານບໍ່ແຮ່ຢູ່ແຂວງຄໍາມ່ວນ, ບໍລິສັດໄດ້ພັດທະນາກິດຈະການຂອງຕົນຢ່າງຕໍ່ເນື່ອງ, ສ້າງໂຄງການອຸດສາຫະກໍາຫລາຍຢ່າງ. ອາຊີ-ໂປຕາສ ເຄົາລົບ ​ແລະ ປະຕິບັດກົດໝາຍ, ນັບຖືຮີດຄອງປະເພນີທ້ອງ ຖິ່ນ, ກະຕືລືລົ້ນໃນການປະຕິບັດພັນທະດ້ານສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການພັດທະນາສັງຄົມຂອງແຂວງຄໍາມ່ວນ ແລະ ບັນດາເມືອງອ້ອມຂ້າງ, ສ້າງວຽກເຮັດງານທໍາຈໍານວນຫລວງຫລາຍໃຫ້ແກ່ປະຊາຊົນ, ຍົກລະດັບ ແລະ ປັບປ່ຽນເງື່ອນໄຂຊີວິດການເປັນຢູ່ຂອງປະຊາຊົນ. ການປະກອບສ່ວນດ້ານສັງຄົມທີ່ພົ້ນເດັ່ນ ຂອງບໍລິສັດ ແມ່ນການປະຕິບັດໂຄງການແກ້ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ເມືອງທ່າແຂກ ແຂວງຄໍາມ່ວນ,  ຊ່ວຍສ້າງໂຮງຮຽນ, ຂົວ, ທາງ ແລະ ສວນຜັກໃນເຮືອນຮົ່ມ. ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ຂອງອາຊີ-ໂປຕາສ ໄດ້ສໍາເລັດການທົດລອງຜະລິດ, ການພັດທະນາໂປຕາສ ແລະ ອະໂປຕາສ ແມ່ນດຳເນີນໄປພ້ອມໆກັນ ເຊິ່ງເປັນການປະ ກອບສ່ວນອັນໃຫຍ່ຫລວງເຂົ້າໃນການພັດທະນາແຂວງຄໍາມ່ວນ ກໍຄື ສປປ ລາວ.

ໃນເດືອນມີນາ ປີນີ້, ອາຊີ-ໂປຕາສ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ໂຄງການກໍ່ສ້າງນິຄົມອຸດສາຫະກໍາໝູນວຽນອັດສະລິຍະ ອາຊີ-ໂປຕາສສາກົນຢູ່ແຂວງຄໍາມ່ວນ ເຊິ່ງເປັນການເລີ່ມຕົ້ນຈັດຕັ້ງປະຕິບັດຢ່າງຮອບດ້ານ ໂຄງການນິຄົມອຸດສາຫະກໍາທີ່ປະກອບດ້ວຍ 3 ເຂດຄື: ເຂດອຸດສາຫະກໍາຝຸ່ນໂປຕາສ, ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີໂປຕາສ,ໂຄງການນິຄົມອຸດສາຫະກຳດັ່ງກ່າວ ແມ່ນການວາງແຜນພັດທະນາໂດຍຖືເອົາການສົ່ງເສີມການສະໜັບສະໜູນຂອງ ລັດຖະບານລາວ, ຊັບພະຍາກອນບໍ່ແຮ່, ຊັບພະຍາກອນພະລັງ ງານໄຟຟ້າ, ຕົ້ນທຶນດ້ານແຮງງານ ແລະ ທີ່ດິນເປັນສິ່ງພົ້ນເດັ່ນ ເພື່ອກຳແໜ້ນ, ປະສານສົມທົບກັບການຫັນເປັນອຸດສາຫະກຳ ແລະ ການຫັນເປັນຕົວເມືອງ, ພ້ອມທັງຂະຫຍາຍການເຊື່ອມຕໍ່ໄປຍັງການຫັນກະສິກຳແບບດັ້ງເດີມ ໄປສູ່ຮູບແບບກະສິກຳທີ່ທັນສະໄໝ, ຊຸກຍູ້ຮອບດ້ານເລັ່ງການພັດທະນາຂະແໜງ ບໍລິການ, ອອກແຮງສົ່ງເສີມ ສປປ ລາວ ປະກອບສ້າງໂຄງສ້າງອຸດສາຫະກຳ ທີ່ທົດແທນການນຳເຂົ້າແລະສົ່ງອອກ ເພື່ອສ້າງລາຍຮັບເງິນຕາ. ຄາດວ່າ ພາຍຫລັງໄດ້ດຳເນີນໂຄງການນິຄົມອຸດສາຫະກຳ ແລ້ວ, ແຕ່ລະປີຈະມອບລາຍຮັບການເງິນປະມານ 320 ລ້ານໂດລາສະຫະລັດ, ເພີ່ມການສຳຮອງເງິນ ຕາຕ່າງປະ​ເທດປະມານ 1,7 ຕື້ໂດລາ,  ຂັບເຄື່ອນການຈ້າງງານແຕ່ 30.000-50.0000 ຄົນ.

ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ທີ່ສຳເລັດການທົດລອງຜະລິດໃນຄັ້ງນີ້, ເປັນໂຄງ ການທໍາອິດທີ່ໄດ້ຮັບການກໍ່ສ້າງ ພາຍຫລັງການເຊັນບົດບັນທຶກຄວາມເຂົ້າໃຈ, ເປັນສຽງລະຄັງທຳອິດຂອງການພັດທະນາຊັບພະຍາກອນອະໂປຕາສ ຂອງບໍລິສັດອາຊີ-ໂປຕາສ. ໄລຍະກໍ່ສ້າງ 6 ເດືອນໄດ້ສ້າງສະຖິຕິ “ຄວາມໄວອາຊີ-ໂປຕາສ” ອີກຄັ້ງ, ຍັງເປັນການຢືນຢັນການປະຕິບັດຄໍາໝັ້ນສັນຍາຕໍ່ລັດ ຖະບານ ແລະ ຄວາມສາມາດການບັນລຸເປົ້າໝາຍຂອງອາຊີ-ໂປຕາສ. ທິມງານອາຊີ-ໂປຕາສ ກ່າວວ່າ: ຍຸດທະສາດການພັດທະນ າແມ່ນບົນພື້ນຖານ “ຊັບພະຍາກອນ, ຂະໜາດ, ການປະດິດສ້າງໃໝ່”,  ບໍລິ ສັດ ໄດ້ສ້າງແຜນຍຸດທະສາດການປະຕິບັດງານໃນໄລຍະຍາວ ແລະ ຊັດເຈນ, ໂຄງການໂບຣມິນ ເປັນພຽງຈຸດເລີ່ມຕົ້ນ, ໃນອະນາຄົດບໍລິສັດຈະພັດທະນາຄຸນຄ່າຂອງຊັບພະຍາກອນບໍ່ແຮ່ ປະເທດລາວຢ່າງ ຮອບດ້ານ, ເລັ່ງຄວາມຄືບໜ້າຂອງອຸດສາຫະກໍາລາວ.

ອີງຕາມການແຜນການຂອງອາຊີ-ໂປຕາສ, ຄຽງຄູ່ກັບການບັນລຸກຳລັງການຜະລິດ ຝຸ່ນໂປຕາສເຖິງ 5 ລ້ານໂຕນ/ປີ, ໃນທ້າຍປີ 2025 ໂຄງການໂບຣມິນ ຂອງບໍລິສັດວັດສະດຸໃໝ່ອາຊີ ຈໍາກັດ ກໍຈະພະຍາຍາມຍາດແຍ່ງໃຫ້ບັນລຸກໍາລັງການຜະລິດໂບຣມິນ 50.000-70.000ໂຕນ/ປີ ແລະ ສາຍການຜະລິດວັດສະດຸໃໝ່ຫລາຍສາຍບົນພື້ນຖານຂອງໂບຣມິນ, ສ້າງເປັນຖານການຜະລິດອຸດສາຫະກໍາວັດສະດຸໃໝ່ຂອງໂບຣມິນລະດັບໂລກ ຂອງ ສປ ລາວ.

ຜົນສໍາເລັດການທົດລອງຜະລິດຂອງ ໂຄງການໂບຣມິນ ທີ່ເປັນໂຄງການທໍາອິດຈະຊ່ວຍດຶງດູດນັກລົງທຶນຈໍານວນຫລາຍເຂົ້າມາລົງທຶນຢູ່ລາວ, ເລັ່ງວຽກງານດຶງດູດການລົງທຶນໃນນິຄົມອຸດສາຫະກໍາ. ປັດຈຸບັນ, ຍົກເວັ້ນໂຄງການໂບຣມິນແລ້ວ, ໂຄງການອະໂປຕາສອື່ນໆ ກໍກໍາລັງເດີນໜ້າຢ່າງຮອບດ້ານ, ໃນນັ້ນໂຄງການຄລໍ-ອານຄາໄລ (chlor-alkali), ໂຄງການສານກັນໄຟ (Flame retardant), ໂຄງການເກືອບໍລິ​ໂພກ ກໍສໍາເລັດການຕົກລົງກັນ ແລະ ຈະຈັດຕັ້ງປະຕິບັດ, ໂຄງການຝຸ່ນປະສົມ ກໍກໍາລັງດຳເນີນໄປຢ່າງຕັ້ງໜ້າ, ຄາດຄະເນກໍາລັງການຜະລິດໄລຍະທີ 1 ແມ່ນ 300.000 ໂຕນ, ຕາມການຄາດຄະເນເບື້ອງຕົ້ນ ສາມາດຊ່ວຍປະເທດລາວປະຢັດລາຍຈ່າຍເງິນຕາຕ່າງປະເທດປະມານ 150 ລ້ານໂດລາ ແລະ ເພີ່ມວຽກເຮັດງານທໍາ 1.000 ຄົນ.

ພ້ອມກັນນັ້ນ, ອາຊີ-ໂປຕາສ ຍັງຈະດໍາເນີນການສໍາຫລວດ ແລະ ລົງທຶນຊັບພະຍາກອນແຮ່ຖ່ານຫີນ, ແຮ່ບົກຊິດ ແລະ ແຮ່ອື່ນໆ, ໝູນໃຊ້ຊັບພະຍາກອນໄລຍະຍາວ ເພື່ອສ້າງຕ່ອງໂສ້ອຸສາຫະກໍາ-ຕ່ອງໂສ້ການສະໜອງ, ການຜະລິດທີ່ມີເພີ່ມມູນຄ່າສູງ ແລະ ການຜະລິດທີ່ຫລາກຫລາຍຢ່າງ, ສ້າງໂຮງງານໄຟຟ້າຖ່ານຫີນສໍາຮອງ+ພະລັງງານລົມ ຫລື ພະລັງງານແສງອາທິດ, ສ້າງທ່າແຮງດ້ານພະລັງງານ ໄຟຟ້າໃນນິຄົມອຸດສາຫະກຳ ເພື່ອຮອງຮັບການເຄື່ອນຍ້າຍຂອງຕ່ອງໂສ້ອຸດສາຫະກໍາ-ຕ່ອງໂສ້ການສະໜອງຈາກທົ່ວໂລກ, ຊຸກຍູ້ການພັດທະນາຊັບພະຍາກອນບໍ່ແຮ່, ການຫັນເປັນອຸດສາຫະກໍາ ແລະ ການຫັນເປັນຕົວເມືອງ ສປປ ລາວ. ຖືເອົານິຄົມເປັນເວທີສະແດງໃຫ້ເຫັນຢ່າງເຕັມສ່ວນທ່າແຮງການພັດທະ ນາຂອງ ສປປ ລາວ, ເຕົ້າໂຮມບັນດາວິສາຫະກິດ ແລະ ຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ໂດດເດັ່ນຈາກທົ່ວໂລກ, ຕອບສະໜອງກຳລັງແຮງທີ່ເຂັ້ມແຂງ ໃຫ້ແກ່ການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ. 

LEAVE A REPLY

Please enter your comment!
Please enter your name here