ຊື້ປີ້ລົດໄຟຜ່ານແອັບ LCR Ticket ໂດຍຈ່າຍຜ່ານ BCEL One

0
2097

ຮູ້ແລ້ວບອກຕໍ່ ໃຫ້ພີ່ນ້ອງປ້ອງປາຍຮັບຊາບທົ່ວເຖິງກັນ, ດຽວນີ້ຊື້ປີ້ລົດໄຟຜ່ານແອັບ BCEL One ໄດ້ລະເດີ້ ບໍ່ຕ້ອງໄປລຽນຄິວແລ້ວ.

ໂດຍທ່ານສາມາດຈອງຊື້ປີ້ລົດໄຟຜ່ານແອັບ LCR Ticket ແລະ ພາຍຫຼັງທີ່ຈອງຊື້ສຳເລັດຮອດຂັ້ນຕອນການຊໍາລະແມ່ນລະບົບຈະເຊື່ອມຕໍ່ຫາແອັບ BCEL One ພຽງແຕ່ກົດຢືນຢັນ ລະບົບກໍຈະຕັດເງິນຈາກບັນຊີຂອງລູກຄ້າເພື່ອຊໍາລະຄ່າປີ້ລົດໄຟໄດ້ທັນທີ ແລະ ລະບົບກໍຈະຢັ້ງຢືນບິນອອນລາຍໃຫ້ໂດຍບໍ່ຈຳເປັນຕ້ອງພິມບິນຢັ້ງຢືນ ຫລື ເອົາບິນສະບັບແທ້ທີ່ໜ້າເຄົາເຕີ້ຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ກໍ່ໄດ້ ສຳຄັນເວລາເດີນທາງຢ່າລືມ ແຄັບເອົາໜ້າຈໍໃບບິນໃນມືຖື ແລະ ເອົາເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳໂຕ, ສຳມະໂນ, ພາສປອດ ໄປນຳເດີ້.

ເຊິ່ງໃນຕອນແລງ ຂອງວັນທີ 31 ພຶດສະພາ 2023 ທີ່ໂຮງແຮມແລນມາກ, ໄດ້ມີພິທີເຊັນສັນຍາ ການຊໍາລະຄ່າປີ້ລົດໄຟຜ່ານ BCEL One ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ, ໃຫ້ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປລາວ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການ ທຄຕລ , ທ່ານ LIU HONG ຜູ້ອໍານວຍການໃຫຍ່ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍ ແຂກເຂົ້າຮ່ວມ ບັນດາທ່ານຄະນະກົມຈາກຫ້ອງວ່າການສຳນັກງານນາຍົກ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳ ແລະ ພະນັກງານຈາກສອງຝ່າຍກໍຄື ທະນາຄານການຄ້າຕ່າງປະເທດດາວ ມະຫາຊົນ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ການຮ່ວມມືຄັ້ງນີ້ ຖືເປັນການຮ່ວມມືທີ່ດີ ລະຫ່ວາງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແລະ ບໍລິສັດ ທາງລົດໄຟລາວ-ຈີນ ເພື່ອເຮັດໃຫ້ການບໍລິການ ການຊໍາລະຄ່າປີ້ລົດໄຟໃຫ້ກັບລູກຄ້າຂອງທັງສອງຝ່າຍໃຫ້ສະດວກສະບາຍຍິ່ງຂຶ້ນ. ນອກນັ້ນ ທັງສອງຝ່າຍຍັງຈະສືບຕໍ່ຄົ້ນຄ້ວາ ແລະ ພັດທະນາການບໍລິການ ຮ່ວມກັນ ເພື່ອເຮັດວຽກງານດ້ານການຊໍາລະສະສາງມີຄວາມທັນສະໄໜ ຕອບສະໜອງຕາມຄວາມຮຽກຮ້ອງໃຫ້ແກ່ພໍ່ແມ່ປະຊາຊົນໃນທົ່ວປະເທດ.

LEAVE A REPLY

Please enter your comment!
Please enter your name here