ມອບເງິນແກ່ຜູ້ແຈ້ງຂໍ້ມູນຂອງໂຈນປຸ້ນຄຳ

0
3622

ຈາກກໍລະນີເຫດການໂຈນປຸນຮ້ານຄຳ ພໍໃຈ, ບ້ານທົ່ງສາງນາງ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 8 ມິຖຸນາ 2023 ທີ່ຜ່ານມາ, ເຊິ່ງໂຈນໄດ້ຄຳໄປທັງໝົດ 54 ບາດ. ຕໍ່ມາເຈົ້າຂອງຮ້ານກໍໄດ້ມາອອກມາແຈ້ງຕາມສື່ສັງຄົມອອນລາຍວ່າ ຖ້າຫາຜູ້ໃດມີຂໍ້ມູນກ່ຽວກັບໂຈນຈະສົມມະນາຄຸນດ້ວຍເງິນໃຫ້.

ຕົກມາຮອດເຊົ້າຂອງວັນທີ 9 ມິຖຸນາ ມີຄົນແຈ້ງມາຍັງທາງເຈົ້າຂອງຮ້ານຄຳວ່າ ໂຈນໄດ້ຫຼົບໜີໄປຝັ່ງໄທຮຽບຮ້ອຍແລ້ວ, ເຊິ່ງທາງ ຫຼ້ານ້ອຍ ທີ່ເປັນເຈົ້າຂອງຮ້ານກໍໄດ້ຕິດຕາມເລື່ອງຢ່າງໃກ້ຊິດ. ເມື່ອມາຮອດຕອນແລງຂອງມື້ດຽວກັນ ເຈົ້າໜ້າທີ່ໄທກໍສາມາດຈັບໂຈນຜູ້ກໍ່ເຫດໄດ້ ແລະ ໄດ້ປະສານງານໄປຫາທາງເຈົ້າໜ້າທີ່ລາວໃນນການມອບຮັບຜູ້ຖືກຫາກັບໄປຍັງປະເທດເພື່ອດຳເນີນຄະດີຕໍ່ໄປ.

ຫຼ້າສຸດ, ໃນວັນທີ 11 ມິຖຸນາ ເຈົ້າຂອງຮ້ານຄຳພໍໃຈ ກໍໄດ້ແບ່ງປັນຮູບພາບໂດຍລະບຸວ່າ: ຫຼ້ານ້ອຍ ພໍໃຈ ເຈົ້າຂອງຮ້ານຄຳພໍໃຈ ໄດ້ເຮັດການມອບເງິນສົມມະນາຄຸນໃຫ້ກັບຜູ້ທີ່ແຈ້ງຂໍ້ມູນກ່ຽວກັບໂຈນ ເຊິ່ງເປັນຈຳນວນ 200.000 ບາດໄທ ຫຼື ປະມານ 108.800.000 ກີບ (ຕາມອັດຕາແລກປ່່ຽນທະນາຄານ).

LEAVE A REPLY

Please enter your comment!
Please enter your name here