ເຜີຍແຜ່ບົດລາຍງານສະບັບໃໝ່ ຊີ້ໃຫ້ເຫັນຜົນກະທົບຂອງການຄ້າຜິດກົດໝາຍຕໍ່ວິໄສທັດປະຊາຄົມອາຊຽນ 2025

0
4064

ກຸງເທບ, ປະເທດໄທ, ວັນທີ 9 ມິຖຸນາ 2023 – ອົງການການຄ້າຜິດກົດໝາຍ (TRACIT) ຮ່ວມກັບສະພາທຸລະກິດສະຫະພາບເອີຣົບ-ອາຊຽນ (EU-ABC) ໄດ້ເປີດເຜີຍບົດລາຍງານສະບັບໃໝ່. ບົດລາຍງານກ່ຽວກັບ: “ການກວດກາຜົນກະທົບທາງລົບຂອງການຄ້າຜິດກົດໝາຍຕໍ່ວິໄສທັດປະຊາຄົມອາຊຽນ 2025” ໄດ້ໃຫ້ຂໍ້ສັງເກດຕໍ່ກັບການຄ້າຜິດກົດໝາຍຢູ່ໃນທຸກຂົງເຂດຂອງອາຊຽນ ແລະ ສົ່ງຜົນກະທົບທາງລົບຕໍ່ບັນດາຂະແໜງການອຸດສາຫະກຳ ບໍ່ວ່າຈະເປັນອາຫານ, ກະສິກຳ, ເຫຼົ້າ, ການປະມົງ, ປ່າໄມ້, ນ້ຳມັນເຊື້ອໄຟ, ຢາ, ໂລຫະມີຄ່າ ແລະ ອັນຍະມະນີ, ຢາປາບສັດຕູພືດ, ຢາສູບ, ສັດປ່າ ແລະ ການປອມແປງໃນຫຼາຍຂະແໜງການ.

ບົດລາຍງານສະບັບນີ້ ໄດ້ຍົກໃຫ້ເຫັນຜົນກະທົບທາງລົບຂອງການຄ້າຜິດກົດໝາຍ ທີ່ສົ່ງຜົນຕໍ່ການບັນລຸຈຸດປະສົງຂອງປະຊາຄົມອາຊຽນ ທັງໃນດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ ລວມເຖິງສັງຄົມ ແລະ ວັດທະນະທຳຂອງອາຊຽນ. ນອກຈາກນີ້, ບົດລາຍງານຍັງໄດ້ສະເໜີບັນດາຂໍ້ແນະນຳຕ່າງໆທີ່ອອກແບບມາເພື່ອຊ່ວຍໃຫ້ບັນດາການນຳອາຊຽນຈັດລໍາດັບຄວາມສຳຄັນຂອງມາດຕະການເພື່ອຕໍ່ຕ້ານການຄ້າຜິດກົດໝາຍໃນພາກພື້ນ.

ທ່ານ Jeffrey Hardy

ທ່ານ Jeffrey Hardy, ຜູ້ອຳນວຍການບໍລິຫານອົງການຕ້ານການຄ້າຜິດກົດໝາຍ (TRACIT), ກ່າວວ່າ: “ການຄ້າຜິດກົດໝາຍກຳລັງເຮັດໃຫ້ເປົ້າໝາຍຂອງອາຊຽນລົ້ມເຫຼວ ໃນການຂັບເຄື່ອນການພັດທະນາເສດຖະກິດແບບຍືນຍົງ ມັນສົ່ງຜົນກະທົບຕໍ່ຄວາມພະຍາຍາມເພີ່ມທະວີການສ້າງວຽກເຮັດງານທໍາ ແລະ ການສ້າງລາຍຮັບ, ຫຼຸດຜ່ອນຄວາມທຸກຍາກແລະບັນລຸມາດຕະຖານຊີວິດທີ່ດີຂຶ້ນທົ່ວທັງພາກພື້ນ. ພວກເຮົາຫວັງວ່າບົດລາຍງານສະບັບນີ້ສາມາດຖືກໃຊ້ເປັນແຜນງານເພື່ອຊ່ວຍໃຫ້ຜູ້ກຳນົດນະໂຍບາຍລະບຸໄດ້ ປະເດັນທີ່ຄວນໄດ້ຮັບຄວາມສົນໃຈຫຼາຍຂຶ້ນກວ່າເກົ່າ ແລະ ກຳນົດກົນລະຍຸດທີ່ມີປະສິດທິພາບ ເພື່ອຈັດການກັບໄພຄຸກຄາມທີ່ເກີດຈາກການຄ້າທີ່ຜິດກົດໝາຍ”.

ບົດລາຍງານສະບັບດັ່ງກ່າວ ໄດ້ຍົກບັນດາບັນຫາຕົ້ນຕໍເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ລັດຖະບານອາຊຽນຫຼາຍຂຶ້ນ ວ່າການຄ້າຜິດກົດໝາຍຂັດຂວາງຄວາມຄືບໜ້າຕໍ່ຄວາມພະຍາຍາມໃນການບັນລຸວິໄສທັດປະຊາຄົມອາຊຽນ 2025 ໄດ້ແນວໃດ, ໂດຍມີລາຍລະອຽດດັ່ງນີ້:
• ປະຊາຄົມການເມືອງ ແລະ ຄວາມໝັ້ນຄົງອາຊຽນແມ່ນມີຄວາມສ່ຽງ ເນື່ອງຈາກວ່າການຄ້າຜິດກົດຫມາຍເປັນທີ່ຮູ້ຈັກກັນດີວ່າ ມັນໄດ້ເຊື່ອງສ້າງຄວາມຮຸນແຮງໃນກຸ່ມອາຊະຍາກອນ ຕະຫຼອດເຖິງການທຳລາຍຄວາມເຊື່ອໝັ້ນຕໍ່ບັນດາອົງການ ແລະ ລະບຽບກົດໝາຍ.
• ປະຊາຄົມເສດຖະກິດອາຊຽນມີຄວາມສ່ຽງ ເພາະວ່າການຄ້າຜິດກົດໝາຍທຳລາຍການເຕີບໂຕຂອງເສດຖະກິດ ຂັດຂວາງການສ້າງວຽກເຮັດງານທຳທີ່ຖືກຕ້ອງຕາມກົດໝາຍ, ການເກັບພາສີ-ອາກອນ, ແລະ ອາດຈະສ້າງຄວາມສ່ຽງຕໍ່ຜູ້ບໍລິໂພກ.
• ປະຊາຄົມ ສັງຄົມ ແລະ ວັດທະນະທຳອາຊຽນຍັງອ່ອນແອ ຍ້ອນໄດ້ຮັບຜົນກະທົບຈາກການຄ້າຜິດກົດໝາຍ ຕໍ່ສິ່ງແວດລ້ອມ ທີ່ເຊື່ອມໂຍງກັບການຄ້າມະນຸດ ແລະ ການບັງຄັບໃຊ້ແຮງງານ.

ທ່ານ Chris Humphrey

ທ່ານ Chris Humphrey, ຜູ້ອໍານວຍການບໍລິຫານ ສະພາທຸລະກິດ EU-ASEAN (EU-ABC) ໄດ້ກ່າວວ່າ: “ການຄ້າຜິດກົດໝາຍແມ່ນບັນຫາທີ່ເກີດຂຶ້ນຢ່າງຕໍ່ເນື່ອງຢູ່ໃນພາກພື້ນ ຂໍ້ສະເໜີໃນບົດລາຍງານສະບັບນີ້ ສາມາດຊ່ວຍອາຊຽນສ້າງເສດຖະກິດທີ່ເຂັ້ມແຂງຂຶ້ນ ແລະ ຢືດຢຸ່ນຫຼາຍຂຶ້ນ ເພື່ອບັນລຸເປົ້າໝາຍທີ່ໄດ້ລະບຸໄວ້ໃນວິໄສທັດ 2025, ລັດຖະບານໃນພາກພື້ນຕ້ອງປະຕິບັດ ເລີ່ມຕັ່ງແຕ່ຕອນນີ້ ແລະ ເຮັດວຽກຢ່າງໃກ້ຊິດກັບພາກເອກະຊົນ ເພື່ອຫຼຸດຜ່ອນ ແລະ ລົບລ້າງຜົນກະທົບທາງລົບຂອງການຄ້າຜິດກົດໝາຍຕໍ່ຊີວິດການເປັນຢູ່, ສຸຂະພາບ, ຄວາມປອດໄພຂອງປະຊາຊົນ ລວມທັງການຈ້າງງານ ແລະ ການຈັດສັນລາຍຮັບຂອງລັດຖະບານ.”
ບົດລາຍງານນີ້ໄດ້ຖືກເປີດເຜີຍໃນງານ “ການປະເມີນຜົນກະທົບຂອງການຄ້າຜິດກົດໝາຍໃນພາກພື້ນອາຊຽນ ແລະ ເສັ້ນທາງໄປສູ່ການດຳເນີນງານຮ່ວມກັນ” ຈັດຂຶ້ນໂດຍອົງການຕ້ານການຄ້າຜິດກົດໝາຍ (TRACIT) ສົມທົບກັບສະພາທຸລະກິດ ເອີຣົບ-ອາຊຽນ (EU-ABC) ໂດຍມີການນຳສະເໜີຈາກ ທ່ານ ສິຣະພັນ ວັດຊະຣາໄພ ຜູ້ອຳນວຍການກອງລິຂະສິດ, ກົມຊັບສິນທາງປັນຍາ ກະຊວງການຄ້າ ຮ່ວມກັບ ທ່ານ Petros Sourmelis, ຫົວໜ້າພະແນກການຄ້າ ແລະ ເສດຖະກິດ ຄະນະຜູ້ແທນສະຫະພາບເອີລົບປະຈຳປະເທດໄທໄດ້ກ່າວເປີດກອງປະຊຸມ.

ທ່ານ ນາງ Pauline Bastidon

ນອກຈາກນີ້, ຍັງມີວິທະຍາກອນຈາກຫຼາກຫຼາຍສາຂາໄດ້ເຂົ້າຮ່ວມໂອ້ລົມໃນງານ ດັ່ງກ່າວ. ໃນນັ້ນມີ ທ່ານ Thomas Dixon ເຈົ້າໜ້າທີ່ຈາກສຳນັກງານວ່າດ້ວຍຢາເສບຕິດ ແລະ ອາຊະຍາກຳແຫ່ງສະຫະປະຊາຊາດ (UNODC), ທ່ານ ນາງ Pauline Bastidon, ຜູ້ອຳນວຍການອົງການກິດຈະການການຄ້າ ແລະ ເສດຖະກິດໃນກຸ່ມສຸລາ ແລະ ວາຍ ປະຈໍາພາກພື້ນອາຊີປາ; ທ່ານ Jeffrey Hardy, ຜູ້ອໍານວຍການບໍລິຫານຂອງອົງການຕ້ານການຄ້າຜິດກົດໝາຍ (TRACIT), ທ່ານ Chris Humphrey ຜູ້ອໍານວຍການບໍລິຫານ  ສະພາທຸລະກິດເອີຣົບ -ອາຊຽນ (EU-ABC). ໃນງານຄັ້ງນີ້, ມີບັນດາຜູ້ຕາງໜ້າຈາກອົງການຈັດຕັ້້ງຂອງລັດຖະບານອາຊຽນ, ສະຖານທູດ, ເອກອັກຄະລັດຖະທູດປະຈຳພາກພື້ນເຂົ້າຮ່ວມ. ພາລະກິດຂອງສະຫະປະຊາຊາດ ແລະ ພາກເອກະຊົນເຂົ້າຮ່ວມງານດັ່ງກ່າວ, ໂດຍມີອົງການ Asia Pacific International Spirits & Wines Alliance (APISWA) ຮ່ວມມືສະໜັບສະໜູນງານຄັ້ງນີ້ ຢູ່ທີ່ໂຮງແຮມ Sheraton Grande Sukhumvit, ບາງກອກ, ປະເທດໄທ.

ເພີ່ມເຕີມ:

ອົງການຕ້ານການຄ້າຜິດກົດໝາຍ (TRACIT) ເປັນອົງການອິດສະຫຼະ ເຊິ່ງເກີດຂື້ນຈາກການຮ່ວມມືຂອງພາກເອກະຊົນເພື່ອຊຸກຍູ້ໃຫ້ເກີດການປ່ຽນແປງ ແລະ ຫຼຸດຜ່ອນຄວາມເສຍຫາຍທາງດ້ານເສດຖະກິດ ແລະ ສັງຄົມທີ່ເກີດຈາກການຄ້າຜິດກົດຫມາຍ ໂດຍເສີມຂະຫຍາຍກົນໄກບັງຄັບໃຊ້ຂອງລັດຖະບານ ແລະ ລະດົມບັນດາທຸລະກິດໃນອຸດສາຫະກຳທີ່ໄດ້ຮັບຜົນກະທົບຈາກການຄ້າຜິດກົດໝາຍຫຼາຍທີ່ສຸດ.

ກ່ຽວກັບ EU-ABC
ສະພາທຸລະກິດ EU-ASEAN (EU-ABC) ເປັນອົງການທີ່ເປັນກະບອກສຽງຫຼັກສຳລັບທຸລະກິດເອີຣົບໃນພາກພື້ນອາຊຽນ ເຊິ່ງຖືກຍອມຮັບຢ່າງເປັນທາງການໂດຍຄະນະກໍາມາທິການເອີຣົບ ແລະ ໄດ້ຮັບການຮັບຮອງວ່າເປັນອົງການທີ່ກ່ຽວຂ້ອງໂດຍກົງກັບບັນດາປະເທດອາຊຽນ. ສະພາທຸລະກິດເອີຣົບ-ອາຊຽນ ເຮັດວຽກກັບບັນດາກຸ່ມອຸດສາຫະກຳໃນການກຳນົດນະໂຍບາຍຮ່ວມກັບບັນດາຜູ້ມີອຳນາດໃນການຕັດສິນໃຈໃນພາກພື້ນອາຊຽນ ແລະ ໃນສະຫະພາບເອີຣົບ.

LEAVE A REPLY

Please enter your comment!
Please enter your name here