ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດ

0
1061

ເພື່ອນຳພາ ສປປ ລາວ ກ້າວໄປສູ່ຍຸກ 5.0 ໂດຍສຶກສາຄວາມເປັນໄປໄດ້ ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດ.

ໃນຕອນແລງວັນທີ 26 ມິຖຸນາ 2023, ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາຄວາມເປັນໄປໄດ້ ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດ ໂດຍເປັນກຽດເຂົ້າຮ່ວມໃນພິທີ ປະກອບມີ: ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ບັນດິດ ສາດສະດາຈານ ປະລິນຍາເອກ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາລັດຖະມົນຕີ ຈາກກະຊວງກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂຄງການບໍລິການຂໍ້ມູນຂະໜາດໃຫຍ່ (Big Data) ແບບທັນສະໄໝ ຄຸ້ມຄອງລວມສູນ ໃນລະດັບປະເທດ ຊຶ່ງໂຄງການນີ້ ຈະຖືກພັດທະນາໃນຮູບແບບ ການຮ່ວມມືລະຫວ່າງພາກລັດແລະເອກະຊົນ Public–Private Partnership (PPP) ຖ້າພັດທະນາຢ່າງເຕັມຮູບແບບ.

Big Data ແມ່ນການປະມວນຜົນທາງດ້ານຂໍ້ມູນ ຊ່ວຍຍູ້ໜູນໃຫ້ແກ່ການຖ່າຍໂອນຂໍ້ມູນຢ່າງວ່ອງໄວ ທາງດ້ານທຸລະກໍາການເງິນ, ການຈັດເກັບຂໍ້ມູນຂະໜາດໃຫຍ່ ລວມທັງກວມລວມເຖິງການບໍລິຫານຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ຄຸ້ມຄອງວຽກງານຕ້ານອາຍະກໍາ ແລະ ຄວາມປອດໄພທາງໄຊເບີ້ ຢ່າງມີປະສິດທິຜົນ. Big Data ໄດ້ປະກອບສ່ວນທີ່ສໍາຄັນຕໍ່ເສດຖະກິດຂອງໂລກລວມທັງອໍານວຍຄວາມສະດວກໃຫ້ແກ່ທຸກພາກສ່ວນ ເຂົ້າເຖິງຂໍ້ມູນໄດ້ຢ່າງສະດວກ, ຊັດເຈນ, ວ່ອງໄວ ແລະ ທັນການ.

ສປປ ລາວ ນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານຂອງພາກລັດ, ພາກທຸລະກິດ ແລະ ພາກປະຊາຊົນ ຫຼາຍສົມຄວນ ແຕ່ຍັງຈໍາກັດໃນວົງແຄບ, ເຮັດແບບກະແຈກກະຈາຍ ບໍ່ລວມສູນ, ແຕ່ລະຂະ ແໜງການ ໄດ້ພັດທະນາເປັນຂອງຕົນເອງ ສົ່ງຜົນໃຫ້ສິ້ນເປືອງຄ່າໃຊ້ຈ່າຍເປັນຈໍານວນຫຼວງຫຼາຍ.

ຖ້າໂຄງການດັ່ງກ່າວ ຫາກໄດ້ຮັບການພັດທະນາ ກໍ່ຈະເປັນການປະກອບສ່ວນຢ່າງໃຫຍ່ຫຼວງຕໍ່ວຽກງານລວມຂອງຊາດ ໃນການຫັນເປັນການຄຸ້ມຄອງລັດແບບທັນສະໄໝ ແລະ ມີປະສິດທິຜົນ ຫຼຸດຜ່ອນງົບປະມານຂອງລັດ, ບໍ່ສະເພາະແຕ່ຜົນປະໂຫຍດທາງກົງ ຈາກການເກັບພາສີ-ອາກອນ ທີ່ລັດຖະບານຈະໄດ້ຮັບ ແຕ່ຍັງສ້າງຜົນປະໂຫຍດທາງທາງອ້ອມໃຫ້ແກ່ປະຊາຊົນ ໃນການສ້າງວຽກເຮັດງານທໍາ, ການພັດທະນາຊັບພະຍາກອນມະນຸດ, ການເຊື່ອມໂຍງການຄ້າການລົງທຶນລະຫວ່າງປະເທດ, ຊຸກຍູ້ເສດຖະກິດດິຈິຕ້ອນ ແລະ ຫັນເປັນອຸດສາຫະກໍາ 4.0 ຕາມຍຸດທະສາດ ແລະ ວິໃສທັດ ຂອງ ລັດຖະບານ ເຮັດໃຫ້ການຄ້າການລົງທຶນບໍ່ມີພົມແດນ ປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດສັງຄົມຂອງປະເທດ ຊຶ່ງກຸ່ມບໍລິສັດໄຊຊະນະ ຈະພັດທະນາໂຄງການດັ່ງກ່າວ ດ້ວຍ ວິໃສທັດ ທີ່ວ່າ: ສ້າງຄວາມທັນສະໄໝຮອບດ້ານ ພັດທະນາເສດຖະກິດດິຈີຕ້ອນ ເຊື່ອມໂຍງເຊື່ອມຈອດກັບພາກພື້ນແລະສາກົນ.

LEAVE A REPLY

Please enter your comment!
Please enter your name here