ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ ຢູ່ ສປ ຈີນ

0
2614

ໃນ​ວັນ​ທີ 3-6 ກໍ­ລະ­ກົດ 2023, ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ ແລະ ​ເຊັນ​ສັນ­ຍາ​ລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ແຂວງ​ຄໍາ​ມ່ວນ ສປປ ລາວ ໄດ້​ຈັດ​ຂຶ້ນ ທີ່ນະ­ຄອນ​ກວາງ​ໂຈວ ສປ ຈີນ, ເຊິ່ງ​ເປັນ​ເຈົ້າ­ພາບ​ໂດຍ ກະ­ຊວງ ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ ແລະ ອໍາ​ນາດ​ການ​ປົກ­ຄອງ​ແຂວງ​ຄໍາ​ມ່ວນ ແຫ່ງ ສປປ ລາວ ມີ ບັນດາ 100 ກວ່າບໍ­ລິ­ສັດ ນັກ​ລົງທຶນ ແລະ ອົງ­ການ​ການ​ເງິນ​ຕ່າງໆ​ທີ່​ມີ​ຊື່​ສຽງ​ໃນ ສປ ຈີນ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ຄັ້ງ​ນີ້ ແມ່ນ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ອຸດ­ສາ­ຫະ­ກຳ​ຂະ­ໜາດ​ໃຫຍ່​ຄັ້ງ​ທໍາ​ອິດ​ທີ່​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ຢູ່​ຕ່າງ­ປະ­ເທດ ເຊິ່ງ​ແຕກ​ຕ່າງ​ຈາກ​ກອງ​ປະ­ຊຸມ​ປະ​ຊາ​ສໍາ​ພັນ​ການ​ລົງທຶນ​ກໍ່ສ້າງ​ພື້ນ­ຖານ​ໂຄງ​ລ່າງ​ທີ່​ລັດ­ຖະ­ບານ​ລາວ​ຈັດ​ຂຶ້ນ​ໃນ​ຄັ້ງ​ກ່ອນ, ກອງ​ປະ­ຊຸມໄດ້ພົບປະ​ເຈ­ລະ­ຈາ​ລະ­ດັບ​ສູງ​ລະຫວ່າງ ລັດ­ຖະ­ບານ ແລະ ວິສາຫະ­ກິດ, ປຶກ­ສາ​ຫາ­ລື​ປະ­ຊາ­ສຳ­ພັນ​ການ​ລົງ­ທຶນ​ຂອງ​ບໍ­ລິ­ສັດ ແລະ ວາລະພິທີເຊັນບົດບັນທຶກຮ່ວມມືລົງທຶນ ໂດຍ​ລັດ­ຖະ­ບານ​ໄດ້​ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາກົນ ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່. ເຊິ່ງ​ໄດ້​ສະ­ແດງ​ໃຫ້​ທົ່ວ​ໂລກ ເຫັນ​ເຖິງ​ທ່າ­ແຮງ​ຂອງການ​ພັດ­ທະ­ນາ​ໃນ ສປປ ລາວ. ການ​ຈັດ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ ໄດ້​ຮັບ​ຜົນ­ສຳ­ເລັດ​ຢ່າງ​ມີ​ປະ­ສິດ­ທິ­ພາບ ແລະ ມີ​ປະ­ສິດ​ທິ​ຜົນ​ສູງ, ໄດ້​ສໍາ​ເລັດ​ການ​ລົງ​ນາມ ຈໍາ​ນວນ 10 ໂຄງ­ການ, ລວມ​ຍອດ​ມູນ​ຄ່າ​ການ​ລົງ­ທຶນ 835 ລ້ານໂດ​ລາສະຫະລັດ 15.100 ຕື້ກີບ, ໃນ​ນັ້ນ ລວມ​ມີ​ບັນ­ດາ​ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ຕ່ອງ​ໂສ້​ອຸດ­ສາ­ຫະ­ກຳ​ເຊັ່ນ:  ໂຄງ­ການ ຄ​ລໍ​-​ອັນ​ຄາ​ໄລ (chlor-alkali), ໂຄງ­ການ​ປຸງ​ແຕ່ງໂບຣມິນ, ໂຄງການແບດເຕີຣີກະແສ ວາເນດຽມ/ສັງກະສີ-ໂບຣມິນ (Vanadium/zinc-bromine) ແລະ ໂຄງ­ການ​ອຸດ​ສາ​ຫະ​ກໍາ​ທີ່​ພົ້ນ​ເດັ່ນ​ເຊັ່ນ: ວິ­ທະຍາ­ສາດ​ຊີ­ວະ​ພາບ​ວິ­ທະ­ຍາ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ ເຊິ່ງ​ຄາດ​ວ່າ ເມື່ອ​ບັນ­ດາ​ໂຄງການ​ທັງ​ໝົດ​ສຳ­ເລັດ ລວມ​ຍອດ​ມູນ​ຄ່າ​ຜົນ​ຜະ­ລິດ​ຂອງ​ໂຄງ­ການ ຈະ​ສູງ​ເກີນ 2 ຕື້ ໂດ​ລາສະຫະລັດ ຫຼື ທຽບ​ເທົ່າ 36.200 ຕື້ກີບ.

ໂດຍ​ອີງ​ຕາມ​ທິດ​ຊີ້​ນໍາ​ຂອງ​ພັກ, ລັດ­ຖະ­ບານ ແລະ ສະ­ພາ​ແຫ່ງ​ຊາດ ກ່ຽວ​ກັບ ການ​ຮັກ­ສາ​ສະ­ຖຽນ​ລະ​ພາບ​ຂອງ​ເສດ­ຖະ­ກິດ, ດຶງ​ດູດ​ການ​ລົງ­ທຶນ​ຈາກ​ຕ່າງ­ປະ­ເທດ, ສ້າງ​ລາຍ​ຮັບ​ເງິນຕາ​ຕ່າງ­ປະ­ເທດ, ທົດ​ແທນ​ການ​ນຳ​ເຂົ້າ, ນີ້​ເປັນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ແລະ ເປັນ​ອີກ​ບາດ­ກ້າວ​ໜຶ່ງ​ແຫ່ງ​ການ​ພັດ­ທະນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ.

ໃນ​ກອງ​ປະ­ຊຸມ, ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ລັດ­ຖະ­ມົນ­ຕີ ກະ­ຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຈົ້າ­ແຂວງ ແຂວງ​ຄໍາ​ມ່ວນ, ທ່ານ ກູ ໄບທັນ (Guo Baichun) ປະ­ທານ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈໍາ​ກັດ, ພ້ອມ​ດ້ວຍ ກຸ່ມ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ ໄດ້​ລົງ​ເລິກ​ປຶກ­ສາ​ຫາ­ລືກ່ຽວ​ກັບການ​ລົງ­ທຶນ ແລະ ການ​ພັດ­ທະ­ນາ​ຢູ່​ ສປປ ​ລາວ ເພື່ອການ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ, ເປີດ​ປະ­ຕູ​ສູ່​ພາຍ​ນອກ ແລະ ການ​ພັດ­ທະ­ນາເພື່ອ​ແນ­ໃສ່​ແກ້​ໄຂ​ບັນ­ຫາ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ​ຂອງ​ປະ­ເທດ​ລາວ​ໃນ​ປະ­ຈຸ​ບັນ​ຢ່າງ​ມີ​ປະ­ສິດ​ທິ​ຜົນ ເຊັ່ນ: ໄພ​ເງິນ​ເຟີ້, ເງິນ​ກີບ​ອ່ອນ​ຄ່າ, ແລະ ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ​ບໍ່​ພຽງ​ພໍ.

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ

ທ່ານ ກົ່ວປາຍຊຸນ ກ່າວ​ວ່າ: ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ ທີ່ ສປປ ລາວ ກຳລັງ​ປະ​ເຊີນ​ໜ້າ​ໃນ​ປະ­ຈຸ​ບັນ​ເປັນ​ພຽງ​ຊົ່ວ​ຂະ­ນະ​ເທົ່າ​ນັ້ນ, ການ​ພັດ­ທະ­ນາ​ເປັນ​ວິ­ທີ​ທາງ​ແກ້​ໄຂ​ທີ່​ດີ​ທີ່​ສຸດ, ພຽງ​ແຕ່​ຕ້ອງ​ຮັກ­ສາ​ນະ­ໂຍ­ບາຍ​ເປີດ​ປະ­ຕູ​ສູ່​ພາຍ​ນອກ​ຢ່າງ​ມີ​ສະ­ຖຽນ​ລະ​ພາບ, ຂໍ້​ໄດ້​ປຽບ​ຂອງ​ປະ­ເທດ​ລາວ ຈະ​ດຶງ​ດູດ​ການ​ລົງ­ທຶນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ທຸກ​ບັນ­ຫາ​ສາ­ມາດ​ແກ້​ໄຂ​ໄດ້ ແລະ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ມີ​ຄວາມ​ຍິນ­ດີ​ເປັນ​ຢ່າງ​ສູງ​ໃນ​ການ​ຮ່ວມ​ມື​ຊ່ວຍ​ເຫຼືອ. ປະ­ເທດ​ລາວ​ມີ​ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ພະ­ລັງ­ງານ​ໄຟ­ຟ້າ, ແຮງ​ງານ, ແລະ ຕະ­ຫຼາດ ໂດຍ​ລັດ­ຖະ­ບານ​ລາວ ຖື​ເອົາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ເປັນ​ເວ­ທີ “ໃນ​ການ​ປະ​ຊາ​ສໍາ​ພັນ​ດຶງ​ດູດ​ການ​ລົງ­ທຶນ​ຕ່າງ­ປະ­ເທດ” ເຊິ່ງ​ໄດ້​ຮັບ​ຄວາມ​ສົນ­ໃຈ​ຢ່າງ​ຫຼວງ­ຫຼາຍ ຈາກ​ບັນ­ດາ​ນັກ­ທຸ­ລະ­ກິດ​ຈີນ, ນັກ​ລົງ­ທຶນ​ຈີນ ແລະ ອົງ­ການ​ການ​ເງິນ.

ທ່ານ ກົ່ວປາຍຊຸນ

ຂ້າ­ພະ­ເຈົ້າ ສະ­ເໜີ​ໃຫ້​ລັດ­ຖະ­ບານ​ລາວ ຖື​ເອົາ​ກາ­ລະ​ໂອ­ກາດ​ນີ້​ເພື່ອ​ຊຸກ­ຍູ້​ໃຫ້​ນັກ​ລົງ­ທຶນ​ຈີນ ໄປ​ລົງທຶນ​ຢູ່​ປະ­ເທດ​ລາວ, ນຳ​ໃຊ້​ທ່າ​ໄດ້​ປຽບ​ຂອງ​ລາວ​ເພື່ອ​ເຊື່ອມ​ໂຍງ​ກັບ​ຕະ­ຫຼາດ​ໂລກ ແລະ ຊຸກ­ຍູ້​ການ​ພັດ­ທະ­ນາ​ເສດຖະກິດ​ຂອງ​ລາວ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ໝັ້ນ­ຄົງ. ປະ­ຈຸ​ບັນ, ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ​ຫຼາຍ​ແຫ່ງ​ມີ​ຄວາມ​ເຕັມ​ໃຈ​ຮ່ວມ​ມື​ລົງ­ທຶນ ໃນ​ຂົງ­ເຂດ​ອຸດ­ສາ­ຫະ­ກຳອະ​ໂປ​ຕາສ ຂອງ ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ, ເຊິ່ງ​ເປັນ​ການ​ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ, ເປັນ​ການ​ເພີ່ມ​ຄັງ​ສຳ­ຮອງ​ເງິນ­ຕາ​ຕ່າງ­ປະ­ເທດ ສ້າງ​ລາຍ​ຮັບ​ໃຫ້​ປະ­ຊາ­ຊົນ, ແກ້​ໄຂ​ບັນ­ຫາ​ທີ່​ຜະ­ເຊີນ​ໃນ​ປະ­ຈຸ​ບັນ ເພື່ອ​ການ​ພັດ­ທະ­ນາ​ໃນ​ອະນາ­ຄົດ​ຂອງ ສປປ ລາວ.

ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ ແລະ ທ່ານ ວັນ​ໄຊ ພອງ​ສະ­ຫວັນ ເຫັນ​ດີ​ຕໍ່​ກັບ​ຂໍ້​ສະ­ເໜີ​ຂອງ​ທ່ານ ກົ່ວປາຍຊຸນ ແລະ ໄດ້ກ່າວ​ວ່າ: ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດຖະ­ກິດ​ໃນ​ປະ­ຈຸ​ບັນ​ຢູ່​ປະເທດ​ລາວ, ຕ້ອງ​ພັດ­ທະ­ນາ​ເສດ­ຖະ­ກິດ ແລະ ເຮັດ​ໃຫ້​ເສດຖະ­ກິດ​ມີ​ການ​ແຂ່ງ­ຂັນ​ໄດ້. ຂ້າ­ພະ­ເຈົ້າ ສະ­ໜັບ­ສະ­ໜູນ​ແນວ​ຄວາມ​ຄິດ​ທີ່​ວ່າ: “ບໍ່​ມີ​ກະສິ­ກຳ ບໍ່​ມີ​ສະ­ຖຽນ​ລະ​ພາບ, ບໍ່​ມີ​ອຸດ­ສາ­ຫະ­ກຳ ບໍ່​ມີ​ຄວາມ​ເຂັ້ມ­ແຂງ, ບໍ່​ມີ​ການ​ຄ້າ ບໍ່​ມີ​ຄວາມ​ຮັ່ງ­ມີ”, ຈຶ່ງ​ຈຳ­ເປັນ​ຕ້ອງ​ຊຸກ­ຍູ້​ອຸດ­ສາ­ຫະ­ກຳ​ໃຫ້​ເປັນ​ເສົາ​ຫຼັກ​ສຳ­ຄັນ​ໃນ​ການ​ພັດທະ­ນາ, ທົດ​ແທນ​ການ​ນໍາ​ເຂົ້າ ແລະ ສ້າງ​ລາຍ​ຮັບ​ເງິນ­ຕາ​ຕ່າງ­ປະ­ເທດ​ໂດຍ​ການ​ສົ່ງ​ອອກ. ລັດ­ຖະ­ບານ​ລາວ ຈະ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ໃຫ້​ຢ່າງ​ເປີດ​ກ້​ວາງ ແລະ ຮອບດ້ານ ເພື່ອ​ດຶງ​ດູດ​ວິ​ສາ​ຫະ​ກິດ​ຈາກ​ຕ່າງ­ປະ­ເທດ​ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ໃຫ້​ຫຼາຍ​ຂຶ້ນ ແລະ ສະໜັບ­ສະ­ໜູນ​ໃຫ້­ການ​ພັດ­ທະ­ນາ​ວິ​ສາ​ຫະ​ກິດ​ຂອງ​ພວກ​ເຂົາ​ມີ​ຄວາມ​ເຂັ້ມ​ແຂງ.

ກອງປະຊຸມຄັ້ງນີ້ ມີ ​ບັນ­ດາ​ບໍ­ລິ­ສັດ​ລົງ­ທຶນ​ຂອງ​ຈີນ ແລະ ອົງ­ການ​ການ​ເງິນ​ສາ­ກົນ ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ພົບ​ປະ​ສົນ­ທະ­ນາ​, ໂດຍ​ປິ່ນ​ອ້ອມ​ການ​ເລັ່ງ​ຊຸດ​ຍູ້​ການ​ກໍ່­ສ້າງ​ໂຄງ­ການ, ເລັ່ງ​ປັບ​ຕົວ​ເຂົ້າ​ກັບ​ການ​ພັດ­ທະ­ນາ​ຂອງ​ລາວ, ສະ­ໜອງ​ນະ­ໂຍ­ບາຍ​ສະ­ໜັບ­ສະ­ໜູນ ແລະ ແນວ­ທາງ​ຕ່າງໆ, ສຶກ­ສາ​ຄົ້ນ​ຄ້​ວາ​ຄວາມ​ຕ້ອງ­ການ​ຂອງ​ວິ​ສາ​ຫະ​ກິດ​ທີ່​ຈະ​ເຂົ້າ​ປະ​ຈໍາ​ນິ­ຄົມ​ອຸດ​ສາ​ຫະ​ກໍາ, ໃຫ້​ຄໍາ​ຕອບ​ລະ­ອຽດ​ກ່ຽວ​ກັບ​ບັນ​ຫາ​ສໍາ​ຄັນ​ຕ່າງໆ​ດ້ານ​ແນວ­ທາງ​ນະ­ໂຍ­ບາຍ,  ທ່າ​ໄດ້​ປຽບ​ຂອງ​ຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ, ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ ແລະ ບັນ­ຫາ​ທີ່​ສົນ­ໃຈ​ຕ່າງໆ. ກອງ​ປະ­ຊຸມ ໄດ້​ຮັບ​ການ​ຕີ​ລາ­ຄາ​ສູງ​ຈາກ​ບັນດາ​ແຂກ​ເຂົ້າ​ຮ່ວມ ແລະ ໄດ້​ເພີ່ມ​ທະ­ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ­ດາ​ວິ​ສາ​ຫະ​ກິດ​ຈີນ ເພື່ອ​ເຂົ້າ​ມາ​ລົງ­ທຶນ​ຢູ່ ສປປ ລາວ.

ກອງ​ປະ­ຊຸມ ​ໄດ້ຈັດພິທີເຊັນ​ສັນ­ຍາ​ການລົງ­ທຶນ ຢູ່​ນິ­ຄົມ​ອຸດ​ສາ​ຫະ​ກໍາ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ໂດຍມີ ທ່ານ ມະ​ໄລ​ທອງ ກົມ​ມະ​ສິດ, ທ່ານ ວັນ​ໄຊ ພອງ​ສະ­ຫວັນ, ຮອງ​ປະ­ທານ ຄະ​ນະ​ກໍາ​ມະ​ການ​ຮ່ວມ​ມື​ລາວ​-​ຈີນ, ທີ່​ປຶກ­ສາ​ສະ­ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກໍາ​ແຫ່ງ​ຊາດ​ລາວ, ປະ­ທານ ບໍ­ລິ­ສັດ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈໍາ​ກັດ,  ຮອງ​ເຈົ້າ​ນະຄອນ  ຮ່ວຍ​ຮວາ ສປ ຈີນ, ປະ­ທານ ສະ­ມາ­ຄົມ​ອຸດ​ສາ​ຫະ​ກໍາ​ປະ­ຢັດ​ພະ­ລັງ­ງານ ແລະ ການ​ຜະ­ລິດ​ສະອາດ ສປ ຈີນ ແລະ ປະ­ທານ ສະ­ມາ­ຄົມ​ເກືອ​ອະ​ນົງ​ຄະ​ທາດ ສປ ຈີນ  ມີ ບັນ­ດາ​ທ່ານ​ການ​ນໍາ ຂັ້ນ​ສູນ​ກາງ, ການ​ນໍາ​ແຂວງ​ຄໍາ​ມ່ວນ, ທີ່​ປຶກ­ສາ​ສະ­ຖານ­ທູດ ແຫ່ງ ສປປ ລາວ ປະ​ຈໍາ ສປ ຈີນ, ກົງ­ສຸນ​ໃຫຍ່ ແຫ່ງ ສປປ ລາວ ປະ­ຈຳ ກວາງ​ໂຈ  ສປ ຈີນ ​ເປັນສັກຂີພະຍານ.

ທ່ານ ວັນ​ໄຊ ພອງ​ສະ­ຫວັນ

ໂຄງ­ການ​ທີ່​ເຊັນ​ສັນ­ຍາ​ຄັ້ງ​ນີ້ມີ​ແນວ​ໂນ້ມ​ອຸດ​ສາ​ຫະ​ກໍາ​ທີ່​ຊັດ​ເຈນ, ເຊິ່ງ​ລວມ​ມີໂຄງ­ການ​ອຸດ​ສາ​ຫະ​ກໍາ​ທັນ​ສະ­ໄໝ​ທີ່​ເປັນ​ອຸດ​ສາ​ຫະ​ກໍາ​ຕົ້ນ​ນໍ້າ​ແລະ​ປາຍ​ນໍ້າ ເປັນ­ຕົ້ນ: ໂຄງ­ການ ໂບຣ​ມິນ (Bromine), ໂຊ­ດຽມ ຄ​ລໍ​ເຣດ,  ຄ​ລໍ-​​ອັນ​ຄາ​ໄລ, ອາ​ຊິດ ນິ​ຕຣິກ, ເກືອ​ອຸດ​ສາ​ຫະ​ກໍາ, ແຄນ​ຊຽມ ຄາ​ໄບ/PVC ແລະ  ອື່ນໆ, ພ້ອມ​ທັງ ໂຄງ­ການ​ກະ​ສິ​ກໍາ​ທັນ​ສະ­ໄໝ ເປັນ­ຕົ້ນ: ໂຄງ­ການ​ປູກ​ເຂົ້າ ແລະ ອື່ນໆ, ໂຄງ­ການ​ທີ່​ກ່ຽວ­ຂ້ອງ​ກັບ​ການ​ພັດ­ທະ­ນາ​ໝູນ​ໃຊ້​ຊັບ­ພະ­ຍາ­ກອນ ແລະ ການ​ຜະ­ລິດ​ອັດ​ສະ​ລິ​ຍະ. ການ​ເຊັນ​ສັນ­ຍາ​ຢ່າງ​ເປັນ​ທາງ​ການ​ທີ່​ຕິດ​ພັນ​​ວິ​ສາ​ຫະ​ກິດເປັນ​ຄວາມ​ສໍາ​ເລັດ​ບາດກ້າວ​ໜຶ່ງ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ ແລະ ເປັນ​ກໍາ​ລັງ​ວັງ­ຊາ​ໃໝ່​ໃຫ້​ແກ່​ການ​ສ້າງ ສປປ ລາວ ເປັນ​ບ່ອນ​ຮອງ​ຮັບ​ການ​ຍົກ­ຍ້າຍ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ​ຈາກ​ທົ່ວ​ໂລກ.

ພາຍ​ໃຕ້​ການ​ເອົາ­ໃຈ­ໃສ່​​ນຳ­ພາ​-ຊີ້ຢ່າງ​ຕັ້ງ­ໜ້າ​ຂອງ​ພັກ ແລະ ລັດ­ຖະ­ບານ​ລາວ ໃນ​ການ​ສ້າງ​ສະ­ພາບ​ແວດ​ລ້ອມ​ການ​ລົງ­ທຶນ​ທີ່​ປອດ​ໄພ ແລະ ເຊື່ອ​ໝັ້ນ​ໄດ້, ໂດຍ​ຖື​ຮູບ​ແບບ​ນິຄົມ​ອຸດ​ສາ​ຫະ​ກໍາ​ທີ່​ຕາງ­ໜ້າ​ໂດຍ ນິ­ຄົມ​ອຸດ​ສາ​ຫະ​ກໍາ​ໝູນ­ວຽນ​ອັດ​ສະ​ລິ​ຍະ ອາ​ຊີ​-​ໂປ​ຕາສ ສາ­ກົນ ຈະ​ກາຍ­ເປັນ​ເຂດ​ພັດ­ທະ­ນາ​ລະ­ດັບ​ສູງ​ໃໝ່ ທີ່​ຊຸກ­ຍູ້​ການ​ພັດ­ທະ­ນາ​ອຸດ​ສາ​ຫະ​ກໍາ​ຂອງ​ລາວ. ໃນ​ນາມ​ເປັນ​ເວ­ທີ​ພົ້ນ​ເດັ່ນ​ຂອງ​ການ​ລວບ​ລວມ​ຊັບ­ພະ­ຍາ­ກອນ​ຊັ້​ນນໍາ, ພາຍ​ໃຕ້​ການ​ຮ່ວມ​ຊຸກ­ຍູ້​ລະ­ຫວ່າງ​ລັດ­ຖະ­ບານ​ລາວ ແລະ ອາ​ຊີ​-​ໂປ​ຕາສ ສາ­ກົນ, ນິ­ຄົມ​ອຸດ​ສາ​ຫະ​ກໍາ​ຈະ​ສືບ­ຕໍ່​ດຶງ​ດູດ​ການ​ລົງ­ທຶນ, ເສີມ​ຂະ­ຫຍາຍ​ຂະ­ໜາດ, ຖື​ເອົາ​ວິ​ສາ​ຫະ​ກິດ​ທີ່​ດີ​ເປັນ​ເຄື່ອງ​ຈັກ​ໃນ​ການ​ພັດ­ທະ­ນາ, ນໍາ​ໃຊ້​ການ​ປະ​ຊາ​ສໍາ​ພັນ​ການ​ລົງ­ທຶນ​ທີ່​ຊັດ​ເຈນ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກໍາ ເພື່ອ​ສົ່ງ­ເສີມ​ໃຫ້ ສປປ ລາວ ​ພັດ­ທະ­ນາ​ເສດ­ຖະ­ກິດ​ຢ່າງ​ມີ​ຄຸນ​ນະ​ພາບ​ສູງ.

LEAVE A REPLY

Please enter your comment!
Please enter your name here