ກວດກາຕະຫຼາດຫາສິນຄ້າໝົດອາຍຸ!

0
1152

ວັນທີ 17 ກໍລະກົດນີ້ ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ການກຳນົດລາຄາ ແລະ ວາງຈຳໜ່າຍສິນຄ້າ ໂດຍສະເພາະແມ່ນປະເພດອາຫານແຊ່ແຂງທີ່ນຳເຂົ້າຈາກຕ່າງປະເທດຢູ່ 2 ຕະຫຼາດຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດໜອງແລ້ງ.

ຜ່ານການລົງກວດກາຕົວຈິງພົບວ່າ ມີອາຫານປະເພດຮອນດ໋ອກ, ໄສ້ອົ່ວ, ຕິນໄກ່ ແລະ ເຕົາຫູ່ ລວມມູນຄ່າທັງໝົດ ເກືອບ 3 ລ້ານກີບ ທີ່ແມ່ຄ້ານໍາມາວາງຈໍາໜ່າຍ ຈໍານວນໜຶ່ງໝົດອາຍຸການບໍລິໂພກແລ້ວ ແລະ ຈຳນວນໜຶ່ງເຫັນວ່າບໍ່ມີສະຫຼາກກຳນົດສິນຄ້າ. ຕໍ່ກັບບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ກວດກາການຄ້າແຂວງກໍໄດ້ຍຶດເອົາສິນຄ້າຈຳນວນດັ່ງກ່າວ ເພື່ອນຳໄປທຳລາຍຖີ້ມ ບາງລາຍການແມ່ນໄດ້ທຳລາຍກັບທີ່ ພ້ອມທັງໄດ້ສ້າງບົດບັນທຶກກັບເຈົ້າຂອງຮ້ານເພື່ອເປັນການຕັກເຕື່ອນ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊໃຫ້ສຳພາດວ່າ ການລົງເຄື່ອນໄຫວຕິດຕາມລາຄາ ແລະ ກວດກາສິນຄ້າແມ່ນເປັນວຽກປົກກະຕິຂອງເຈົ້າໜ້າທີ່ກວດກາການຄ້າ ເພື່ອແນໃສ່ປົກປ້ອງຜູ້ບໍລິໂພກສິນຄ້າໃຫ້ມີຄວາມປອດໄພ ແລະ ໄດ້ຊົມໃຊ້ລາຄາທີ່ເໝາະສົມ.

ໂອກາດດັ່ງກ່າວ ທ່ານ ນາງ ໄມພອນ ສີລິວົງ ໄດ້ຮຽກຮ້ອງມາຍັງຜູ້ປະກອບການໃນການແກ້ໄຂສະພາບຄວາມຫຍຸ້ງຍາກຄືແນວນີ້ການທີ່ນຳເຂົ້າສິນຄ້າມາວາງຈຳໜ່າຍ ໂດຍສະເພາະແມ່ນປະເພດສິນຄ້າທີ່ນຳເຂົ້າມາຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຕ່າງໆຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າແມ່ນບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ພ້ອມນີ້ ຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງອາຍຸການບໍລິໂພກເຊັ່ນດຽວກັນ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວແມ່ນບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ອາຫານເປັນພິດຕໍ່ຕົນເອງ ແລ້ວຈະເກີດຜົນເສຍຫຼາຍຢ່າງຕາມມາ.

ຕໍ່ກັບອາຫານທີ່ຍຶດມານັ້ນ ທາງເຈົ້າໜ້າທີ່ກວດກາການຄ້າແຂວງ ໄດ້ນຳໄປຈູດທຳລາຍຖີ້ມໃນວັນທີ 18 ກໍລະກົດ 2023.

LEAVE A REPLY

Please enter your comment!
Please enter your name here