ເສດຖະກິດລາວຈະຟື້ນຕົວ ສົ່ງສັນຍານໃຫ້ນັກລົງທຶນ

0
1223

ຫລາຍຄົນໜ້າຈະຮູ້ວ່າ ຕອນນີ້  ສປປ ລາວ ກຳລັງເຮັດຫຍັງຢູ່ ແລະ ມີການພັດທະນາໄປໃນທິດທາງໃດ?

ຫລາຍສື່ຂ່າວທີ່ບໍ່ເປັນທາງການໄດ້ລາຍງານຂ່າວໄປໃນຫລາຍທິດທາງວ່າລາວມີການຂາດດຸນການຄ້າມາໂດຍຕະຫຼອດແຕ່ແທ້ຈິງແລ້ວ ນັບຈາກໄຕມາດ 3 ຂອງປີ 2020 ລາວປ່ຽນສະຖານະຈາກຂາດດຸນບັນຊີການຄ້າ (Trade Deficit) ມາເປັນການເກີນດຸນບັນຊີການຄ້າ (Trade Surplus) ແລ້ວເວົ້າງ່າຍໆວ່າ ລາວມີມູນຄ່າການສົ່ງອອກສິນຄ້າ ຫຼາຍກວ່າມູນຄ່ານຳເຂົ້ານັ້ນເອງ ຖ້າຫາກສັງເກດມູນຄ່າການສົ່ງອອກຂອງລາວທີ່ຜ່ານມາ.

–  ໃນປີ 2021 ມູນຄ່າການສົ່ງອອກ 7,695 ລ້ານໂດລາສະຫະລັດ

– ໃນປີ 2022 ມູນຄ່າການສົ່ງອອກ 8,198 ລ້ານໂດລາສະຫະລັດ

ຈະເຫັນໄດ້ວ່າ ມູນຄ່າການສົ່ງອອກຂອງລາວມີການເຕີບໃຫຍ່ຂຶ້ນຈາກປີຜ່ານມາ ຊຶ່ງປັດໄຈສຳຄັນທີ່ເຮັດໃຫ້ການສົ່ງອອກເພີ່ມຂຶ້ນ ສ່ວນໃຫຍ່ກໍມາຈາກການສົ່ງອອກ ໄຟຟ້າ, ແຮ່ທາດ, ຜະລິດຜົນຈາກໄມ້, ເຍື້ອໄມ້ ແລະ ເຈ້ຍ, ສິນຄ້າກະເສດ ໄປຍັງປະເທດປາຍທາງຕ່າງໆ ເຊັ່ນ : ປະເທດໄທ, ຈີນ, ຫວຽດນາມ, ອອດສະເຕເລຍ ແລະ ສິງກະໂປ.

ນອກຈາກນີ້,  ສປປ ລາວຍັງມີໂຄງສ້າງພື້ນຖານ ແລະ ໂຄງການຂະໜາດໃຫຍ່ທີ່ກຳລັງສ້າງສໍາເລັດ ເປັນຕົ້ນແມ່ນ ໂຄງການໄຟຟ້າພະລັງງານນ້ຳ, ໂຄງການລົດໄຟຟ້າລາວ-ຈີນ, ໂຄງການກໍ່ສ້າງເຂດເສດຖະກິດພິເສດໃໝ່ ສູນໂລຈິດສະຕິກວຽງຈັນ (Vientiane Logistics park) ໂດຍສະເພາະ 2 ໂຄງການຫຼັງຈາກທີ່ເອື້ອປະໂຫຍດຢ່າງຫຼວງຫຼາຍຕໍ່ການສົ່ງອອກຂອງ ສປປ ລາວ ຊ່ວຍລຸດຕົ້ນທຶນ ແລະ ປະຫຍັດເວລາໃນການຂົນສົ່ງສິນຄ້າ ແລະ ສະດວກສະບາຍຫຼາຍຂຶ້ນ.

ສີ່ງທີ່ເປັນຈຸດເດັ່ນທີ່ສຸດຂອງ ສປປ ລາວ ກໍ່ຄື ການໄດ້ປຽບຂອງພູມສັນຖານຂອງປະເທດ ຊຶ່ງສົ່ງຜົນດີຕໍ່ເສດຖະກິດລາວ ໃນຫຼາຍໆດ້ານ ຂໍ້ທຳອິດກໍຄື ການເປັນຜູ້ພັດທະນາໂຮງໄຟຟ້າພະລັງງານນ້ຳລາຍໃຫຍ່ຂອງອາຊຽນ ຈົນໄດ້ຮັບສາຍານາມວ່າ “ແບັດເຕຣີແຮງອາຊຽນ” ສັງເກດໄດ້ຈາກສິນຄ້າສົ່ງອອກສໍາຄັນໃນອັນດັບ 1 ຂອງ ສປປ ລາວ ນັ້ນກໍຄືໄຟຟ້າ ເຊິ່ງຂໍ້ໄດ້ປຽບດ້ານພູມສັນຖານປະເທດລາວ ມີພື້ນທີ່ຮອງຮັບນ້ຳໄດ້ຫຼາຍເຖິງ 202,000 ກິໂລຕາແມັດ ຄິດເປັນ 85% ຂອງພື້ນທີ່ທັງໝົດ ເຮັດໃຫ້ ສປປ ລາວ ສາມາດນຳພະລັງງານນ້ຳມາຜະລິດເປັນໄຟຟ້າ ຄິດເປັນ 80% ຂອງກຳລັງການຜະລິດໄຟຟ້າທັງໝົດ ໂດຍຕາມເປົ້າໝາຍຂອງ ສປປ ລາວ ພາຍໃນປີ 2030 ລາວຈະມີກຳລັງຜະລິດໄຟຟ້າ 20,000 ເມກາວັດ ຫຼື ເພີ່ມຂຶ້ນເຖິງ 80% ຈາກປັດຈຸບັນທີ່ມີກໍາລັງຜະລິດ 11,000 ເມກາວັດ.

ຍິ່ງໄປກວ່ານັ້ນ, ທາງ ສປປ ລາວ ຍັງມີແຜນຈະປັບປຸງປະສິດທິພາບ ແລະ ຂະຫຍາຍສາຍສົ່ງໄຟຟ້າ ທັງໃນປະເທດ ແລະ ໄປປະເທດເພື່ອນບ້ານ ເຮັດໃຫ້ມີຄວາມສະຖຽນໃນການຈ່າຍໄຟຟ້າໃຫ້ດີຂຶ້ນ ແລະ ຄວບຄຸມໄປທົ່ວພື້ນທີ່ ຊື່ງນອກຈາກຈະຊ່ວຍໃຫ້ຮອງຮັບການໃຊ້ໄຟຟ້າພາຍໃນປະເທດໄດ້ຢ່າງສົມບູນແລ້ວ ຍັງສາມາດເພີ່ມໂອກາດໃນການສົ່ງອອກໄປສູ່ປະເທດຕ່າງໆ ໃນອາຊຽນ ກາຍເປັນເມັດເງິນລາຍໄດ້ເຂົ້າປະເທດລາວອີກດ້ວຍ

ຂໍ້ຕໍ່ມາຄື, ການເປັນປະຕູເຊື່ອມຕໍ່ລະຫວ່າງຈີນ ແລະ ອາຊຽນ, ລາວມຸ້ງໜ້າສູ່ການເປັນສູນກາງດ້ານໂລຈິສຕິກ ແລະ ຈຸດເຊື່ອງໂຍງທີ່ສຳຄັນຂອງອາຊຽນ ຜ່ານການລົງທຶນໃນໂຄງສ້າງພື້ນຖານດ້ານຄົມມະນາຄົມຢ່າງເຕັມຮູບແບບ,  ເຊັ່ນໂຄງການລົດໄຟຟ້າລາວ-ຈີນ, ທາງດ່ວນວຽງຈັນ-ບໍ່ເຕ່ນ ແລະ ໂຄງການທ່າບົກທ່ານາແລ້ງ ສູນໂລຈິສຕິກວຽງຈັນ ທີ່ເປີດດຳເນີນການໄປແລ້ວ,​ ຊຶ່ງຈະສົ່ງຜົນໃຫ້ຜູ້ປະກອບການສາມາດຫຼຸດຕົ້ນທຶນ ແລະ ໄລຍະເວລາໃນການຂົ່ນສົ່ງ ຊ່ວຍເພີ່ມໂອກາດໃຫ້ສິນຄ້າສົ່ງອອກຂອງອາຊຽນ ມີການຂົນສົ່ງທາງປະເທດລາວຫຼາຍຂຶ້ນ, ລວມໄປຮອດການຊ່ວຍດຶງດູດການລົງທຶນຈາກຕ່າງປະເທດ ມາຕັ້ງຖານໃນຜະລິດໃນ ສປປ ລາວ, ມາຮອດນີ້ເຮົາຄົງເຫັນສັກກະຍາພາບການເຕີບໂຕຂອງ ສປປ ລາວ ກັນໄປແລ້ວ.

ຄຳຖາມຕໍ່ມາຄື ແລ້ວລາວມີຄວາມສ່ຽງຫຍັງແນ່? ໃນປີທີ່ຜ່ານມາ ຢ່າງທີ່ເຮົາຮູ້ກັນວ່າລາວພົບກັບວິກິດເງິນກີບອ່ອນຄ່າ, ເຮັດໃຫ້ ສປປ ລາວ ຕ້ອງນໍາເຂົ້ານ້ຳມັນເພື່ອມາໃຊ້ພາຍໃນປະເທດ ໃນລາຄາທີ່ແພງຂຶ້ນ ສົ່ງຜົນໃຫ້ ສປປ ລາວ ຍັງຕ້ອງປະເຊີນໜ້າກັບບັນຫາອັດຕາເງິນເຟີທີ່ສູງຂຶ້ນ, ຊຶ່ງ ສປປ ລາວ ເອງນັ້ນ ກໍມີມາດຕະການຕ່າງໆ ອອກມາແກ່ບັນຫາ ບໍ່ວ່າຈະເປັນ :

– ປັບຂຶ້ນອັດຕາດອກເບ້ຍນະໂຍບາຍ

– ປັບຂຶ້ນອັດຕາສ່ວນສຳຮອງເງິນກີບກັບເງິນຕາຕ່າງປະເທດ

– ອອກພັນທະບັດໄລຍະສັ້ນຂອງທະນາຄານແຫ່ງ ສປປ ລາວ ໃນສະກຸນເງິນກີບ ເພື່ອດຶງເງິນກີບເຂົ້າລະບົບ

– ປິດຮ້ານແລກປ່ຽນເງິນທົ່ວປະເທດ ໂດຍການແລກເງິນກັບທະນາຄານເທົ່ານັ້ນ ຊຶ່ງເຮັດໃຫ້ຄ່າເງິນບໍ່ຜັນຜວນ ແລະ ເຮັດໃຫ້ຈັດການບໍລິຫານໄດ້ງ່າຍຂຶ້ນ

ໂດຍມາດຕະການຕ່າງໆ ທີ່ອອກມາເລີ່ມສົ່ງຜົນໃຫ້ອັດຕາເງິນເຟີ້ຄ່ອຍຫຼຸດລົງໃນປີນີ້ ແລະ ໃນໄຕມາດ 4 ປີ 2024 ຮອດຕົ້ນປີ 2025 ຄາດວ່າຈະມີສັນຍານປັບຕົວໃນທາງທີ່ດີຂອງຄ່າເງິນກີບ, ພ້ອມນັ້ນທາງດ້ານຈໍານວນໜີ້ສິນຕ່າງປະເທດຂອງ ສປປ ລາວ.

– ປີ 2019 ໜີ້ສິນຕ່າງປະເທດ 10,684 ລ້ານໂດລາສະຫະລັດ

– ປີ 2021 ໜີ້ສິນຕ່າງປະເທດ 10,426 ລ້ານໂດລາສະຫະລັດ

– ປີ 2022 ໜີ້ສິນຕ່າງປະເທດ 10,495 ລ້ານໂດລາສະຫະລັດ

ເຫັນໄດ້ວ່າ ຕົວເລກໜີ້ຕ່າງປະເທດນັ້ນ ບໍ່ມີການເພີ່ມຂຶ້ນແຕ່ຢ່າງໃດ ໝາຍຄວາມວ່າ ສປປ ລາວ ບໍ່ໄດ້ກໍ່ໜີ້ຕ່າງປະເທດເພີ່ມຂຶ້ນ, ທັ້ງນີ້ ຍັງອາດມີແນວໂນ້ມລົດລົງຕໍ່ຈາກນີ້ອີກດ້ວຍ, ໂດຍ ສປປ ລາວ ຈະມີລາຍໄດ້ເພີ່ມຂຶ້ນຈາກໂຄງການຂະໜາດໃຫຍ່ ເຊັ່ນ: ໂຄງການໂຮງໄຟຟ້າ ແລະ ໂຄງການສ້າງຖານຄົມມະນາຄົມ ຊຶ່ງຫຼາຍໆໂຄງການໄດ້ເລີ່ມເຂົ້າສູ່ຊ່ວງເກັບກ່ຽວລາຍໄດ້ແລ້ວ ແລະ ຫຼັງຈາກນີ້ ສປປ ລາວ ຍັງບໍ່ມີຄວາມຈຳເປັນຕ້ອງໃຊ້ເງິນລົງທຶນໃນໂຄງການຂະໜາດໃຫຍ່ ເນື່ອງຈາກລົງສຳເລັດໄປແລ້ວກ່ອນໜ້ານີ້,​ ລວມໄປເຖິງ ສປປ ລາວ ໄດ້ມີການບໍລິຫານຈັດການຄວບຄຸມການຂາດດຸນງົບປະມານເປັນຢ່າງດີ ສົ່ງຜົນໃຫ້ຕັ້ງແຕ່ປີ 2021 ເປັນຕົ້ນມາ ມີການຂາດດຸນງົບປະມານທີ່ຫຼຸດ. ໃນປັດຈຸບັນໜີ້ສິນຕ່າງປະເທດຂອງ ສປປ ລາວ ມີສັດສ່ວນ 40% ເປັນເງິນກູ້ເງື່ອນໄຂທົ່ວໄປ (Market Term Debts) ແລະ 60% ເປັນເງິນກູ້ທີ່ມີເງື່ອນໄຂ (Concessional loans) ຈະເຫັນວ່າ Concessional loans ຈະມີສັດສ່ວນທີ່ສູງຂຶ້ນເກີນເຄິ່ງ ເຊິ່ງຂໍ້ດີຂອງໜີ້ປະເພດນີ້ກໍຄື ມີຕົ້ນທຶນທາງການເງິນທີ່ຕໍ່າ ແລະ ມີຄວາມຍືນຍົງຫຼາຍກວ່າ, ໂດຍປີ 2023-2030 ໜີ້ສິນຕ່າງປະເທດຂອງ ສປປ ລາວ ຈະຄົບກໍານົດຊໍາລະໃນແຕ່ລະປີ ຢູ່ທີ່ 1,200-1,500 ລ້ານໂດລາສະຫະລັດ (ເປັນເງິນຕົ້ນ 900-1,200 ລ້ານໂດລາສະຫະລັດ)

ຊຶ່ງ ສປປ ລາວ ເອງ ກໍມີການຕຽມການຫາແຫຼ່ງລາຍໄດ້ ແລະ ເງິນທຶນທີ່ເປັນເງິນຕາຕ່າງປະເທດ ເພື່ອມາຮອງຮັບໜີ້ສິນຕ່າງປະເທດໄວ້ແລ້ວ ຜ່ານ 5 ແຫຼ່ງຫຼັກໆຄື :

1. ພາສີ ຄ່າສິດ ແລະ ຄ່າສໍາປະທານ ທີ່ຮັບເປັນສະກຸນເງິນຕາຕ່າງປະເທດຈາກ ໂຄງການໄຟຟ້າ, ໂຄງການບໍ່ແຮ່, ຄ່າບິນຜ່ານນ່ານຟ້າ ແລະ ຄ່າລົງຈອດຂອງເຮືອບິນ.

2. ເງິນທີ່ໄດ້ຮັບຈາກການຊຳລະໜີ້ຄືນ ຈາກເງິນທີ່ໃຫ້ລັດວິສາຫະກິດກູ້ຢືມ

3. ການອອກພັນທະບັດໃນປະເທດ

4. Refinance ເງິນກູ້ຢືມ

5. ແຫຼ່ງເງິນອື່ນໆ ເຊັ່ນ ຄ່າທໍານຽມສໍາປະທານຈາກໂຄງການຕ່າງໆ, ເງິນທີ່ໄດ້ຮັບຈາກການແປຮູບລັດວິສາຫະກິດ

ສະຫຼຸບງ່າຍໆວ່າ ສປປ ລາວ ອອກມາດຕະການມາແກ້ໄຂບັນຫາເງິນເຟີ້ ແລະ ກໍມີການບໍລິຫານຈັດການໜີ້ ລວມໄປຮອດການກະກຽມແຫຼ່ງລາຍໄດ້ ແລະ ເງິນທຶນ ມາຮອງຮັບໜີ້ສິນຕ່າງປະເທດ ຢ່າງພຽງພໍຕໍ່ການຊຳລະໜີ້ລາຍປີ ດ້ວຍສັກກະຍາພາບການເຕີບໂຕຂອງ ສປປ ລາວ ແລະ ແນວໂນ້ມທາງເສດຖະກິດທີ່ດີຂຶ້ນເລື້ອຍໆ ຊື່ງເຮັດໃຫ້ບັນດານັກລົງທຶນຫລາຍປະເທດຈັບຕາເບິ່ງຫລາຍຂື້ນ ເພື່ອມຸ່ງໜ້າພັດທະນາ ແລະ ປ່ຽນແປງປະເທດ ຍົກລະດັບເສດຖະກິດ ໃຫ້ໄປໄດ້ໄກກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here