ໃນປີ 2023 ນີ້, ເຊໂປນຈະຜະລິດຄຳໃຫ້ຫຼາຍກວ່າ 6 ໂຕນ ແລະ ທອງ 7 ພັນໂຕນ

0
2167

ໃນປີ 2023 ນີ້, ບໍລິສັດລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ວາງຄາດໝາຍ ຈະຜະລິດຄຳ ໃຫ້ໄດ້ຫລາຍກວ່າ 6 ໂຕນ ແລະ ທອງ ໃຫ້ໄດ້ 7 ພັນໂຕນ, ໃນຂະນະທີ່ ປີ 2022 ຜ່ານມາ ສາມາດຜະລິດຄຳ ໄດ້ຫລາຍກວ່າ 6,7 ໂຕນ ແລະ ທອງ 6.600 ໂຕນ ເຊິ່ງໄດ້ປະກອບສ່ວນສະໜັບສະໜູນ ລາຍຮັບຈາກການສົ່ງອອກ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ.

ຕາມຂໍ້ມູນຈາກໜັງສືຂ່າວຂອງ ບໍລິສັດ LXML ໃຫ້ຮູ້ວ່າ: ໃນປີ 2022 ບໍລິສັດ LXML ໄດ້ເປີດບໍ່ແຮ່ໃຕ້ດິນ ທີ່ທັນສະໄໝແຫ່ງທຳອິດ ຂອງ ສປປ ລາວ ຢູ່ ບໍ່ຄຳ-ທອງ ເຊໂປນ ເຊິ່ງໄດ້ເປັນແບບຢ່າງ ແລະ ບັນທັດຖານໃຫ້ແກ່ໂຄງການບໍ່ແຮ່ອື່ນໆ ກໍຄື ການຂະຫຍາຍອາຍຸການ ບໍ່ແຮ່ຄຳ-ທອງ ເຊໂປນ ໄປເຖິງປີ 2033. ພ້ອມກັນນີ້, ບໍລິສັດ LXML ຍັງໄດ້ສະໜອງທຶນ 5 ລ້ານໂດລາ ໃຫ້ແຂວງສະຫວັນນະເຂດ ເພື່ອຍົກລະດັບສະພາບເສັ້ນທາງຫລວງ 28A ຍາວ 41,56 ກມ ຈາກນາບໍ່ເຖິງເມືອງວິລະບູລີ. ທັງນີ້, ເພື່ອສະໜອງການເຂົ້າເຖິງຕະຫລາດ ທີ່ດີກວ່າສຳລັບປະຊາ ຊົນກວ່າ 40.000 ຄົນ, ເສັ້ນທາງ 28A ເປັນເສັ້ນທາງສໍາຄັນທີ່ເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ທີ່ເຊື່ອມຈອດ ສປປ ລາວ ກັບ ສສ ຫວຽດນາມ ແລະ ໄທ. ພ້ອມນັ້ນ, ບໍລິສັດ LXML ໄດ້ລົງທຶນປະມານ 34 ລ້ານໂດລາສະຫະລັດ ໃສ່ໂຄງລ່າງພື້ນຖານ ເພື່ອຂະຫຍາຍຕາຂ່າຍໄຟຟ້າ ຈາກເມືອງທ່າແຂກ ເຖິງເມືອງມະຫາໄຊ ໂດຍການຮ່ວມມືກັບ ລັດວິສາຫະກິດໄຟຟ້າລາວ ໂດຍໄດ້ຂະຫຍາຍໂອກາດດ້ານເສດຖະກິດ ໃຫ້ແກ່ຊຸມຊົນຢູ່ເຂດຊົນນະບົດ.

ນັບແຕ່ເລີ່ມດຳເນີນງານໃນປີ 2003, ບໍລິສັດ LXML ໄດ້ປະກອບສ່ວນຫລາຍກວ່າ 1,6 ຕື້ໂດລາສະຫະລັດ ທີ່ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ, ຄ່າຊັບພະຍາກອນແຮ່ທາດ ແລະ ເງິນປັນຜົນ. ນອກຈາກນີ້, ກໍໄດ້ປະກອບສ່ວນຫລາຍຮ້ອຍລ້ານໂດລາສະຫະລັດ ເຂົ້າໃນການສ້າງວຽກເຮັດງານທຳ, ການຝຶກອົບຮົມ, ການພັດທະນາຊຸມຊົນ ແລະ ທຸລະກິດທ້ອງຖິ່ນ.

Cr.ປະເທດລາວ

LEAVE A REPLY

Please enter your comment!
Please enter your name here