ອົດສະຕຣາລີຊ່ວຍເຫຼືອລາວໃນການຕ້ານໄພພິບັດສຸກເສີນ

0
1944

ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອສະຫນັບສະຫນູນວຽກງານດ້ານມະນຸດສະທໍາ ເພື່ອຕອບໂຕ້ໄພພິບັດສຸກເສີນໃນລາວ.

ໃນວັນຈັນ ທີ 21 ສິງຫານີ້, ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທໍາ ຈໍານວນ 13 ໂຕນ ເພື່ອຮັບມືກັບໄພພິບັດສຸກເສີນ ເຊິ່ງຕາງຫນ້າຈາກລັດຖະບານລາວໃນການຮັບເອົາເຄື່ອງບັນເທົາທຸກເຫຼົ່ານີ້ ໂດຍ ພະນະທ່ານ ລີປາວ ຢາງ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະ ຫນາມບິນສາກົນວັດໄຕ.

ເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໄດ້ຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະ ຕຮາລີ ເຊິ່ງການສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທໍາເຫຼົ່ານີ້ ແມ່ນສ່ວນຫນຶ່ງຂອງກິດຈະກໍາຮ່ວມມື ດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ ແລະ ບັນດາປະເທດໃນພາກພື້ນ.

“ອົດສະຕຣາລີ ຍິນດີທີ່ໄດ້ສະຫນັບສະຫນູນລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃນການກຽມ ຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ, ການສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃນຄັ້ງນີ້ແມ່ນ ທ່ວງທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວກໍາລັງຕອບໂຕ້ກັບໄພ ນ້ໍາຖ້ວມທີ່ກໍາລັງເກີດຂຶ້ນຢູ່ໃນຫຼາຍພາກຂອງປະເທດ.” ທ່ານເອກອັກຄະລັດຖະທູດ ແຄລີ ກ່າວ.

ເຄື່ອງຊ່ວຍເຫຼືອສະຫນັບສະຫນູນດ້ານມະນຸດສະທໍາ ມີມູນຄ່າ 120.000 ໂດລາອົດສະຕຣາລີ (1,5 ຕື້ ກີບ) ປະກອບມີ ຊຸດອະນາໄມ 180 ຊຸດ, ຊຸດເຄື່ອງຄົວ 368 ຊຸດ, ຜ້າຫົ່ມ 800 ຜືນ, ມຸ້ງ 1.600 ດາງ, ສາດຢາງ 900 ຜືນ ເຊິ່ງສາມາດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 2.000 ຄົນ.
“ລັດຖະບານລາວຕີລາຄາສູງຕໍ່ກັບການຊ່ວຍເຫຼືອວຽກງານມະນຸດສະທໍາຈາກລັດຖະບານອົດສະຕຣາລີ. ການທີ່ພວກເຮົາມີເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດກຽມພ້ອມໃນປະເທດແມ່ນສາມາດຊ່ວຍໃຫ້ລັດຖະບານລາວຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງໄວ. ເຄື່ອງຊ່ວຍເຫຼືອວຽກງານມະນຸດສະທໍາທີ່ ລັດຖະບານອົດສະຕຣາລີໄດ້ມອບໃຫ້ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນປີ 2022 ໄດ້ຖືກສົ່ງໄປຊ່ວຍເຫຼືອຊຸມຊົນທີ່ຖືກຜົນກະທົບຈາກນ້ໍາຖ້ວມທີ່ສາມແຂວງພາກກາງ” ທ່ານຮອງລັດຖະມົນຕີ ລີປາວ ຢ່າງ ກ່າວ.

ເຊິ່ງທາງອົດສະຕຣາລີມີຄວາມມຸ່ງຫມັ້ນທີ່ຈະສະຫນັບສະຫນູນລັດຖະບານລາວ ໃນວຽກງານດ້ານມະນຸດສະທໍາ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູໂດຍຜ່ານໂຄງການຮ່ວມມືພັດທະນາຂອງພວກເຮົາ.

LEAVE A REPLY

Please enter your comment!
Please enter your name here