ການປັບປຸງສວນປະຕູໄຊ ຕົວຈິງປະຕິບັດໄດ້ 80% ສາເຫດທີ່ຍັງບໍ່ສຳເລັດແມ່ນຍ້ອນສະພາບອາກາດ ແລະ ອື່ນໆ

0
2346

ອີງຕາມແຈ້ງການ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ.ນວ) ລົງວັນທີ 17 ພຶດສະພາ 2023 ທີ່ຜ່ານມາ ໄດ້ປິດສວນປະຕູໄຊບາງພື້ນທີ່ຊົ່ວຄາວເພື່ອປັບປຸງກໍ່ສ້າງສວນຫຍ້າ, ສວນດອກໄມ້ ແລະ ສິ່ງອໍານວຍຄວາມສະດວກຂອງສວນປະຕູໄຊໃຫ້ມີຄວາມສວຍງາມເພື່ອຕ້ອນຮັບກອງປະຊຸມອາຊຽນປີ 2024 ທີ່ ສປປ ລາວ ເປັນເຈົ້າພາບ ເຊິ່ງມີມູນຄ່າ 3,2 ຕື້ກວ່າກີບ ເຊິ່ງເລີ່ມແຕ່ວັນທີ 1 ມີຖຸນາ 2023 ຫາ ວັນທີ 31 ສິງຫາ 2023 ໃຫ້ສໍາເລັດ.

ຫຼ້າສຸດ ວັນທີ 30 ສິງຫາ 2023 ຜ່ານມານີ້ ທ່ານ ອຳພາວັນ ມະນີວັນ ຫົວໜ້າຂະແໜງຄຸ້ມຄອງສວນ, ໄຟແສງສະຫວ່າງສາທາລະນະ ແລະ ປະດັບປະດາ ຕົວເມືອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດຜ່ານໂທລະພາບແຫ່ງຊາດລາວວ່າ: ພາຍຫຼັງໄດ້ຮັບງົບປະມານຈາກລັດຖະບານ ກໍໄດ້ເລີ່ມອອກແບບ ແລະ ລົງມືປະຕິບັດແຕ່ວັນທີ 1 ມິຖຸນາ ແລະ ເປົ້າໝາຍໃຫ້ສຳເລັດໃນວັນທີ 31 ສິງຫາ ເຊິ່ງໃຊ້ເວລາ 3 ເດືອນ ແຕ່ຄວາມຈິງສາມາດປະຕິບັດໄດ້ 80% ເຊິ່ງຖືວ່າຊັກຊ້າກວ່າກຳນົດ ຍ້ອນສະພາບຝົນຕົກ, ບໍ່ສາມາດປິດເພື່ອປັບປຸງເຕັມຮູບແບບ ແລະ ມີການເໜັງຕີງຂອງຄ່າວັດສະດຸອຸປະກອນເພີ່ມຂຶ້ນສູງ.

ເປົ້າໝາຍໂຄງການ ແມ່ນເພື່ອປັບປຸງກໍ່ສ້າງສວນຫຍ້າ, ສວນດອກໄມ້ ຈະບໍ່ມີຕົ້ນໄມ້ທີ່ສູງບົດບັງທິວທັດຂອງປະຕູໄຊຄືຜ່ານມາ ເພື່ອໃຫ້ສາມາດເຫັນປະຕູໄຊໄດ້ເດັ່ນຂຶ້ນ. ຢ່າງໃດກໍຕາມ, ກໍຈະມີໂຊນໃຫ້ພັກຮົ່ມເຢັນຢູ່ສວນຄ້ອງສັນຕະພາບ ຫຼື ກ້ອງຮົ່ມສຳສາເທົ່ານັ້ນ.

LEAVE A REPLY

Please enter your comment!
Please enter your name here