ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ້າ ໂອດັອບ ປະຈຳເມືອງ

0
2253

ໃນວັນທີ 5 ກັນຍາ 2023 ທີ່ຜ່ານມານີ້, ຄະນະຮັບຜິດຊອບສິນຄ້າໂອດັອບຂັ້ນເມືອງ ໄດ້ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ່າໂອດັອບ ຢູ່ທີ່ ບ້ານຫ້ວຍອຸນ ເມືອງໃໝ່ ແຂວງຜົ້ງສາລີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມແປນ ວົງອິນປອນ ກຳມະການພັກເມືອງ ຫົວໜ້າຫ້ອງການ ອຸດສາຫະກຳ-ການຄ້າ ເມືອງ ມີ ທ່ານ ພອນບຸນ ລໍວັນທອງ ເລຂາພັກບ້ານ ນາຍບ້ານຫ້ວຍອຸນ ມີບັນດາຄະນະຮັບຜິດ, ກອງເລຂາ ສິນຄ້າໂອດອບຂັ້ນເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນຂັ້ນເມືອງເຂົ້າຮ່ວມ.

ການລົງປະເມີນໃນຄັ້ງນີ້ ກໍເພື່ອຄວາມເປັນໄປໄດ້ໃນການແປຮູບໜໍ່ໄມ້ໃຫ້ກາຍເປັນໜໍ່ສະຫວັນ ແລະ ເພື່ອຍົກໃຫ້ກາຍເປັນສິນຄ້າໂອດັອບຂອງເມືອງ ເຊິ່ງຈະສາມາດເຮັດໃຫ້ປະຊາຊົນມີອາຊີບເສີມ, ມີລາຍຮັບເຂົ້າໃນຄອບຄົວເພີ່ມຂຶ້ນ. ຈາກນັ້ນຄະນະຮັບຜິດຊອບສິນຄ້າໂອດັອບຂັ້ນເມືອງໄດ້ພ້ອມກັນເກັບກຳຂໍ້ມູນຢ່າງລະອຽດ ກ່ຽວກັບວິທີການແປຮູບ, ຕົ້ນທຶນການຜະລິດ, ຂັ້ນຕອນໃນການຜະລິດນັ້ນແມ່ນນຳເອົາໜໍ່ໄມ້ມາຊອຍ, ຕົ້ມ, ປຸງ, ນຳໄປຕາກແດດໃຫ້ແຫ້ງ ເຊິ່ງລວມມີ 3 ສູດ.

ສູດທີ 1 ແມ່ນການເອົາໜໍ່ມາປຸງໃສ່ກັບຊອດຫອຍ, ສູດທີ 2 ແມ່ນເອົາໜໍ່ປຸງໃສ່ນ້ຳຕານ, ສູດທີ 3 ແມ່ນການເອົາໜໍ່ມາປຸງໃສ່ຊອດຫອຍ ກັບ ນຳ້ຕານ, ທັງສາມສູດນີ້ພາຍຫຼັງປຸງແຕ່ງສຳເລັດແລ້ວ ແມ່ນນຳໄປຕາກແດດໃຫ້ແຫ້ງ ຈາກນັ້ນກໍເກັບຮັກສາໄວ້ເພື່ອນຳໄປປຸງແຕ່ງເປັນອາຫານ ໂດຍສະເພາະແມ່ນການທອດກິນເປັນອາຫານ. ເຊິ່ງປະລິມານໃນການແປຮູບນີ້ແມ່ນ ໜໍ່ໄມ້ດິບ 15 ກິໂລ ຈະໄດ້ໜໍ່ສະຫວັນທີ່ສຳເລັດ ສົມບູນ 1 ກິໂລ ແລະ ພາຍໃນບ້ານໄດ້ຜະລິດໜໍ່ສະຫວັນເປັນກຸ່ມຄອບຄົວຕົວແບບທັງໝົດ 5 ຄອບຄົວ.

ພ້ອມນັ້ນ, ທ່ານ ສົມແປນ ວົງອິນປອນ ໄດ້ມີຄຳເຫັນວ່າຈະພະຍາຍາມສືບຕໍ່ສົ່ງເສີມບັນດາບ້ານໃນທົ່ວເມືອງ ທຳການຜະລິດ ຜະລິດຕະພັນພື້ນບ້ານ ໃຫ້ກາຍເປັນສິນຄ້າໂອດັອບພາຍໃນ 1 ປີ ໃຫ້ໄດ້ 2 ຜະລິດຕະພັນໃນທົ່ວເມືອງ ແລະ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ຜະລິດໜໍ່ສະຫວັນ ໂດຍສະແມ່ນເນັ້ນໃຫ້ມີຄວາມສະອາດ, ປອດໄພ ແລະ ມີປະລິມານຫຼາຍຂຶ້ນ ຈົນສາມາດສົ່ງລົງທອງຕະຫຼາດ ພາຍໃນ ບ້ານ, ເມືອງ, ແຂວງ, ປະເທດ ຫຼື ຕ່າງປະເທດ ເພື່ອໃຫ້ພຽງພໍຕໍ່ຜູ້ບໍລິໂພກ ຢ່າງທົ່ວເຖິງ.

ອ້າງອີງ: ມີເດຍລາວ

LEAVE A REPLY

Please enter your comment!
Please enter your name here