ICBC ທະນາຄານ ຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ

0
6329

ໃນຕອນບ່າຍຂອງວັນທີ 23 ຕຸລາ 2023 ທີ່ຜ່ານມາ, ພິທີເປີດ ICBC ທະນາຄານຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ  ໄດ້ຈັດຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ໃຫ້ກຽດເຂົ້າຮ່ວມໂດຍ  ພະນະທ່ານ ສອນໄຊ ສີພັນດອນ  ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ​ທ່ານ ບຸນເຫຼືອ ສິນ ໄຊວໍຣະວົງ  ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ຫວາງຊ່າງ ອຸປະທູດສະຖານທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ທ່ານ ຈ່າງ ເວີຍຫວູ ຮອງຜູ້ອຳນວຍການໃຫຍ່  ທະນາຄານ ອຸດສາຫະກຳ ແລະ ການຄ້າຈີນ ຈຳກັດ ກໍໄດ້ໃຫ້ກຽດເຂົ້າຮ່ວມ ແລະ ທ່ານ ລີປິນ ຫົວໜ້າກົມເສດຖະກິດມະຫາພາກ ທະນາຄານ ປະຊາຊົນຈີນ ກໍໄດ້ໃຫ້ກຽດເຂົ້າຮ່ວມຜ່ານທາງວີດີໂອ.

ທ່ານ ຈ່າງ ເວີຍຫວູ ໄດ້ກ່າວສະແດງໃຫ້ເຫັນວ່າ: ການສ້າງຕັ້ງທະນາຄານ ຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ ແມ່ນຈຸດນິມິດໝາຍອັນສໍາຄັນດ້ານການຮ່ວມມືການເງິນ ຂອງ ສອງປະເທດລາວ-ຈີນ, ເຊິ່ງຈະກາຍເປັນ ສິ່ງອໍານວຍຄວາມສະດວກຕື່ມ ໃຫ້ແກ່ການຄ້າຂອງສອງປະເທດໃນການຊໍາລະສະສາງໂດຍ ສະກຸນເງິນທ້ອງຖິ່ນ, ຊ່ວຍຍົກລະດັບຄຸນນະພາບການໝູນວຽນຂອງເງິນທຶນ, ຊ່ວຍຊຸກຍູ້ການແລກປ່ຽນດ້ານເຕັກນິກ ແລະ ບຸກຄະລາກອນ ໃຫ້ມີປະສິດຕິພາບສູງຂຶ້ນກວ່າເກົ່າ, ຜັກດັນ ການຮ່ວມມືດ້ານການເງິນແບບລົງເລິກ ລະຫວ່າງສະຖາບັນການເງິນຂອງສອງປະເທດ ເປັນຕົ້ນເຊັ່ນ: ການລະດົມທຶນ, ການອອກພັນທະບັດ, ການກູ້ຢືມ ແລະ ການດໍາເນີນທຸລະກໍາໃນຕະຫຼາດເງິນ ແລະ ຂົງເຂດອື່ນໆ , ເພື່ອບັນລຸຜົນປະໂຫຍດຮ່ວມກັນຢ່າງແທ້ຈິງ. ທະນາຄານ ICBC ຈະນໍາໃຊ້ສັກກະຍະພາບທີ່ໂດດເດັ່ນຂອງຕົນ, ເພື່ອສະໜອງບໍລິການດ້ານການເງິນຢ່າງມີຄຸນນະພາບສູງ, ປະກອບສ່ວນເຂົ້າໃນວຽກງານການຮ່ວມສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຮ່ວມມືໃນກອບແລວທາງເສດຖະກິດ ລາວ-ຈີນ, ຊຸກຍູ້ການຮ່ວມມືທາງດ້ານການຄ້າການລົງທຶນຂອງສອງປະເທດ ລາວ-ຈີນ ໃຫ້ກ້າວໄປສູ່ອີກບາດກ້າວໃໝ່ອັນສໍາຄັນ, ພ້ອມທັງສືບຕໍ່ປະກອບສ່ວນເຂົ້າໃນການກໍ່ສ້າງປະຊາຄົມຄູ່ຮ່ວມຊະຕາກໍາຂອງສອງຊາດ ລາວ-ຈີນ.

ທະນາຄານ ICBC ສາຂານະຄອນຫຼວງວຽງຈັນ ສ້າງຕັ້ງຂຶ້ນໃນປີ 2011, ເຊິ່ງເປັນທະນາຄານທຸລະກິດ ຈີນແຫ່ງທໍາອິດທີ່ເຂົ້າມາສ້າງຕັ້ງໃນ ສປປ ລາວ, ແລະ ໄດ້ກາຍເປັນທະນາຄານທີ່ສໍາຄັນໃນການຮັບໃຊ້ ການຄ້າລະຫວ່າງສອງປະເທດ ລາວ-ຈີນ. ໃນວັນທີ 30 ກັນຍາ 2022, ທະນາຄານ ປະຊາຊົນຈີນ ໄດ້ອອກໜັງສືແຈ້ງການ, ໂດຍແຕ່ງຕັ້ງໃຫ້ທະນາຄານ  ICBC ສາຂານະຄອນຫຼວງວຽງຈັນ ເປັນທະນາຄານ ຊໍາລະສະສາງເງິນຢວນ ແຫ່ງ ສປປ ລາວ. ໃນພິທີຄັ້ງນີ້,​ ໄດ້ມີ 7 ທະນາຄານທຸລະກິດຄື: ທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນ, ທະນາຄານ ພັດທະນາລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ, ທະນາຄານ ພົງສະຫວັນ, ທະນາຄານ ລາວ-ຈີນ ແລະ ທະນາຄານ BIC ຮ່ວມລົງນາມໃນສັນຍາວ່າດ້ວຍການຊໍາລະສະສາງ ກັບທະນາຄານ ICBC ສາຂານະຄອນຫຼວງວຽງຈັນ, ເຊິ່ງໄດ້ກາຍເປັນ ທະນາຄານ ສະມາຊິກຊຸດທໍາອິດຂອງ ທະນາຄານ ຊຳລະສະສາງເງິນຢວນ ແຫ່ງ ສປປ ລາວ.

ໃນຖານະທີ່ເປັນທະນາຄານອັນດັບໜຶ່ງຂອງໂລກໃນດ້ານທຸລະກໍາເງິນຢວນ, ທະນາຄານ  ICBC ໄດ້ສ້າງລະບົບການຊໍາລະສະສາງເງິນທຶນທີ່ທັນສະໄໝທີ່ສຸດ ໃນຂະແໜງການເງິນ, ເຊິ່ງເປັນທະນາຄານແຫ່ງທຳອິດທີ່ສະໜອງບໍລິການຊໍາລະສະສາງເງິນຢວນຕະຫຼອດ 7×24 ຊົ່ວໂມງ.  ມາຮອດປັດຈຸບັນ, ທະນາຄານ ICBC ໄດ້ຮັບໜ້າທີ່ເປັນທະນາຄານ ຊຳລະສະສາງເງິນຢວນ ຢູ່ 11 ປະເທດ, ການບໍລິການກວມເອົາການຊໍາລະສະສາງ, ການໂອນເງິນ, ການປ່ອຍກູ້, ການຄໍ້າປະກັນ, ການຊື້ຂາຍເງິນຕາຕ່າງປະເທດ, ການຊື້ຂາຍຕາສານອະນຸພັນ ແລະ ອື່ນໆ, ເຊິ່ງການດໍາເນີນທຸລະກໍາເງິນຢວນລະຫວ່າງປະເທດ  ແລະ ທຸລະກໍາເງິນຢວນນອກ ສປ ຈີນ ຂອງກຸ່ມທະນາຄານ ICBC ລວມມູນຄ່າຫຼາຍກວ່າ 100,000 ຕື້ຢວນຕໍ່ປີ.

LEAVE A REPLY

Please enter your comment!
Please enter your name here