ພ້ອມເປີດປີ​ທ່ອງ​ທ່ຽວ​ລາວ 2024

0
1439

ໃນ​ວັນ​ທີ 13 ພະຈິກ 2023, ທ່ານ ນາງ ສວນສະຫວັນ ວິ​ຍະ​ເກດ ລມຕ ​ກະຊວງ ຖວທ ໄດ້ຖະແຫຼງຂ່າວກ່ຽວກັບວຽກງານສຳລັບປີທ່ອງທ່ຽວລາວ 2024 ໂດຍກ່າວ​ວ່າ: ປີທ່ອງທ່ຽວລາວ ຄັ້ງທີ 4 ໄດ້ຈັດຂຶ້ນພາຍໃຕ້ຄຳຂວັນທີ່ວ່າ “ທ່ອງທ່ຽວລາວ ປອດໄພ ຊື່ນໃຈວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ” ແລະ ໄດ້ກຳນົດເອົາຮູບ “ຊ້າງຖືແຄນ” ເປັນສັນຍາລັກນຳໂຊກໃຫ້ແກ່ການທ່ອງທ່ຽວລາວ 2024.

ປີທ່ອງທ່ຽວລາວ 2024 ແນໃສ່ຊຸກຍູ້ການພັດທະນາຜະລິດຕະພັນ ແລະ ການບໍລິການໃໝ່ໃນອຸດສາຫະກຳການທ່ອງທ່ຽວຂອງປະເທດ ພ້ອມ​ທັງ​ຈະ​ສຸມ​ໃສ່​ປັບປຸງ​ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ, ຄຸນະພາບການບໍລິການໃນຂະແໜງການທ່ອງທ່ຽວ ແລະ ຮັບປະກັນຄາມປອດໄພ ​ໃຫ້​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ກຸ່ມ​ເປົ້າ​ໝາຍ. ໃນຂະບວນການໂຄສະນາການທ່ອງທ່ຽວ ໄດ້ກຳນົດເອົາ 79 ກິດຈະກໍາ ໃນນັ້ນ 14 ກິດຈະກໍາ ເປັນກິດຈະກໍາລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ທີ່ໄດ້ຈັດເຂົ້າໃນປະຕິທີນການທ່ອງທ່ຽວ.

ນອກນັ້ນ, ທ່ານຍັງກ່າວເຕີມວ່າ: ໃນ​ປີ 2024 ຄາດຄະເນວ່າຈະ​ມີ​ນັກ​ທ່ອງ​ທ່ຽວສາກົນຈະເດີນທາງເຂົ້າມາທ່ຽວ ສປປ ລາວ ປະມານ 2,7 ລ້ານເທື່ອຄົນ ແລະ ໃນປີ 2025 ນັກທ່ອງທ່ຽວສາກົນຈະບັນລຸເຖິງ 2,9 ລ້ານເທື່ອຄົນ.

ໃນລະຫວ່າງ ປີທ່ອງທ່ຽວລາວ 2024 ນັກທ່ອງທ່ຽວສາມາດເພີດເພີນກັບປະສົບການທີ່ຫຼາກຫຼາຍຕັ້ງແຕ່ການຢ້ຽມຊົມວັດວາອາຮາມບູຮານ ແລະ ວັດວາອາຮາມຂອງພຸດທະສາສະນິກະຊົນ ຈົນເຖິງການຍ່າງປ່າ ແລະ ຂີ່ເຮືອຄາຍັກໃນແມ່ນ້ຳ. ພ້ອມຍັງຈະມີໂອກາດໄດ້ສຳຜັດກັບວັດທະນະທຳລາວຫຼາຍຢ່າງ ລວມທັງງານບຸນປະເພນີ ດົນຕີ ແລະ ການສະແດງຟ້ອນລຳຕ່າງໆອີກດ້ວຍ.

ເຊິ່ງໃນ 6 ເດືອນ​ຕົ້ນ​ປີ 2023, ມີ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ມາ​ທ່ຽວ​ລາວ ​ເກືອບ 1,7 ລ້ານ​ເທື່ອ​ຄົນ, ໃນນີ້, ນັກທ່ອງທ່ຽວ 5 ອັນດັບຕົ້ນທີ່ເຂົ້າມາທ່ຽວລາວຫຼາຍທີ່ສຸດ ອັນດັບໜຶ່ງແມ່ນ ນັກທ່ອງທ່ຽວຈາກ ປະເທດໄທ, ຮອງລົງມາແມ່ນປະເທດຫວຽດນາມ, ຈີນ, ສ. ເກົາຫຼີ ແລະ ອາເມລິກາ ຕາມລຳດັບ.

ທັງນີ້, ສປປ ລາວ ເຄີຍເປີດປີທ່ອງທ່ຽວມາແລ້ວ 3 ຄັ້ງ ​ເຊິ່ງ​ຄັ້ງ​ທຳ​ອິດ​ຈັດໃນ​ປີ 1999-2000, ຖັດ​ມາ​ແມ່ນ​ປີ 2012 ແລະ 2018.

ສໍາລັບພິທີເປີດພິທີປີ​ທ່ອງ​ທ່ຽວ​ລາວ 2024 ແມ່ນເປີດຢ່າງເປັນທາງການ ໃນວັນ​ທີ 23 ພະ​ຈິກ ທີ່ຜ່ານມາ ເຊິ່ງຈັດຂຶ້ນທີ່ງານ​ບຸນ​ນະມັດສະການພະທາດ​ຫຼວງວຽງຈັນ ປະຈຳປີ 2023.

LEAVE A REPLY

Please enter your comment!
Please enter your name here