ການທ່ອງທ່ຽວແຫ່ງປະເທດໄທ ໃນງານ “ASEAN Tourism Forum 2024”

0
859

ໃນຕອນເຊົ້າຂອງວັນທີ 24 ມັງກອນ 2024 ທີ່ ສູນການຄ້າ-ລາວໄອເຕັກ ນະຄອນຫຼວງວຽງຈັນ, ການທ່ອງທ່ຽວແຫ່ງປະເທດໄທ ນຳພາຜູ້ປະກອບການດ້ານທຸລະກິດທ່ອງທ່ຽວໄທເຂົ້າຮ່ວມງານ “ASEAN Tourism Forum 2024” (ATF 2024) ພາຍໃຕ້ແນວຄິດ Quality and Responsible Tourism–Sustaining ASEAN Future ໂດຍຫ້ອງວາງສະແດງຂອງປະເທດໄທເນັ້ນນຳສະເໜີເອກະລັກຄວາມເປັນໄທ ແລະ ຕອບສະໜອງນະໂຍບາຍສົ່ງເສີມການທ່ອງທ່ຽວແບບຢືນຍົງ.

ໂອກາດນີ້, ທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ເປີດເຜີຍໃຫ້ຮູ້ວ່າ: ນອກຈາກ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ນຳ ພາຜູ້ປະກອບການດ້ານທຸລະກິດທ່ອງທ່ຽວເດີນທາງເຂົ້າຮ່ວມໃນງານຄັ້ງນີ້ແລ້ວ, ຍັງໄດ້ມີການເຈລະຈານັດໝາຍທາງທຸລະກິດ ໃນຮູບແບບທຸລະກິດກັບທຸລະກິດ (B2B) ທີ່ສຳຄັນຂອງພາກພື້ນອາຊຽນ ໂດຍ ການທ່ອງທ່ຽວແຫ່ງປະເທດໄທ ໄດ້ຈັດສັນພື້ນທີ່ຫ້ອງວາງສະແດງໃຫ້ກັບຜູ້ປະກອບການທີ່ເຂົ້າຮ່ວມ ຈຳນວນ 4 ທຸລະກິດ ໄດ້ແກ່ Thailand Privilege Card, ສາຍການບິນໄທ, ສາຍການບິນບາງກອກ ແອເວ ແລະ ສະມາຄົມການຄ້າທ່ອງທ່ຽວອີສານ (ສອທອ) ເພື່ອເຈລະຈາທຸລະກິດການທ່ອງທ່ຽວ ເຊິ່ງງານ ATF 2024 ຖືເປັນໂອກາດທີ່ດີ ສຳລັບ ການທ່ອງທ່ຽວແຫ່ງປະເທດໄທ ແລະ ຕົວແທນທຸລະກິດຈາກປະເທດໄທໄດ້ພົບປະ ແລະ ສ້າງເຄືອຂ່າຍທາງທຸລະກິດ ເພື່ອນຳສະເໜີສິນຄ້າ ແລະ ບໍລິການທ່ອງທ່ຽວທີ່ມີປະສິດທິພາບຂອງປະເທດ ໂດຍສະເພາະການນຳສະເໜີການທ່ອງທ່ຽວແບບຫຼຸດຜ່ອນມົນລະຜິດ (Low Carbon) ຈົນໄປເຖິງການສ້າງສາຍສຳພັນກັບບັນດາປະເທດພັນທະມິດໃນອາຊຽນ ແລະ ປະເທດຕ່າງໆທົ່ວໂລກ.

ກິດຈະກຳພາຍໃນງານ ATF 2024 ປະກອບມີ 3 ກິດຈະກໍາຫຼັກ ໄດ້ແກ່ ກິດຈະກໍາປະຊຸມ ASEAN Minister Meeting ເພື່ອຫາແນວທາງຮ່ວມມືດ້ານນະໂຍບາຍການທ່ອງທ່ຽວຂອງປະເທດສະມາຊິກໃນພູມມິພາກອາຊຽນ, ກິດຈະກຳ Travel Exchange (TRAVEX) ເປັນກິດຈະກຳສົ່ງເສີມການຂາຍດ້ານການທ່ອງທ່ຽວໃນຮູບແບບ B2B ໂດຍນຳຜູ້ປະກອບການຈາກປະເທດໃນອາຊຽນເຂົ້າຮ່ວມເຈລະຈາທາງທຸລະກິດກັບຕົວແທນທຸລະກິດທ່ອງທ່ຽວຈາກນາໆຊາດ (International Travel Agent/Tour Operator)ໂດຍຈັດລະຫວ່າງ 24-26 ມັງກອນ 2024 ແລະ ກິດຈະກຳ NTO Media Briefing ເພື່ອນຳສະເໜີສະຖານະການຫຼ້າສຸດທາງການທ່ອງທ່ຽວຂອງປະເທດໄທໃຫ້ກັບຜູ້ສື່ຂ່າວຕ່າງປະເທດທີ່ເຂົ້າຮ່ວມງານ ATF 2024 ໃຫ້ເກີດການປະຊາສຳພັນ ແລະ ການຮັບຮູ້ທີ່ກວ້າງໄກ.

ສຳລັບຫ້ອງວາງສະແດງປະເທດໄທ ໄດ້ຮັບກຽດຈາກທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະລາຊະທູດໄທ ປະຈຳ ສປປ ລາວ, ທ່ານ ກິດຕິ ເຊົາວະດີ ເລຂານຸການລັດຖະມົນຕີກະຊວງທ່ອງທ່ຽວ ແລະ ກີລາ, ພ້ອມທ່ານນາງ ຖາປານີ ກຽດໄພບູນ ຜູ້ວ່າການ ການທ່ອງທ່ຽວແຫ່ງປະເທດໄທ ເຂົ້າຮ່ວມເປີດຫ້ອງວາງສະແດງ ໃນເວລາ 10:00 ໂມງ ຂອງວັນທີ 24 ມັງກອນ 2024 ໂດຍພາຍໃນຫ້ອງວາງສະແດງໄດ້ມີຜູ້ປະກອບການດ້ານ Health and Wellness ຈັດກິດຈະກຳສາທິດການນວດ ແລະ ສະປາໄທໃຫ້ກັບຜູ້ເຂົ້າຮ່ວມໄດ້ທົດລອງ ເຊິ່ງການນວດ ແລະ ສະປາໄທມີຊື່ສຽງ ແລະ ໄດ້ຮັບການຍອມຮັບຈາກຕ່າງປະເທດເປັນຢ່າງດີ. ນອກຈາກນີ້ ຍັງຈັດບ່ອນໃຫ້ຂໍ້ມູນຂ່າວສານການທ່ອງທ່ຽວ (Information Counter) ເຜີຍແຜ່ ແລະ ປະຊາສຳພັນຂໍ້ມູນສິນຄ້າ ແລະ ບໍລິການທາງການທ່ອງທ່ຽວຂອງໄທບໍລິເວນດ້ານໜ້າຫ້ອງວາງສະແດງປະເທດໄທ ອີກດ້ວຍ.

ສຳລັບປີ 2024 ນີ້, ທາງປະເທດໄທໄດ້ວາງແຜນນະໂຍບາຍເພື່ອດຶງດູດນັກທ່ອງທ່ຽວໃນການເຂົ້າມາທ່ອງທ່ຽວໄທໄດ້ຕະຫຼອດປີ ຫຼື ເອີ້ນວ່າ ທ່ອງທ່ຽວແບບ 365 ວັນ, ໂດຍໃນແຕ່ລະເດືອນຈະມີເທສະການ, ງານບຸນປະເພນີ, ກິດຈະກຳຕ່າງໆ ຂອງແຕ່ລະເຂດ ບໍ່ວ່າຈະຢູ່ໃນຕົວເມືອງຫຼັກ ຈົນໄປເຖິງເຂດທ້ອງຖິ່ນ. ເຊິ່ງໃກ້ຈະຮອດນີ້ກໍແມ່ນ ເທສະການກຸດຈີນ ເຊິ່ງປີນີ້ ຈະໄດ້ຈັດຂື້ນຢ່າງຍິ່ງໃຫຍ່ ແລະ ບຸນປີໃໝ່ໄທ (ສົງການ) ທີ່ຫາກໍຖືກຮັບຮອງຈາກ ອົງການ UNESCO ເປັນມໍລະດົກໂລກທາງດ້ານວັດທະນະທໍາທີ່ຈັບຕ້ອງບໍ່ໄດ້.

ທັງນີ້, ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວລາວ ທາງລັດຖະບານ ມີແນວຄິດຈະຍົກເລີກການຂຽນຟອມເອກະສານ (ຕມ 6) ທີ່ເດີນທາງຜ່ານຂົວມິດຕິພາບ ໄທ-ລາວ (ໜອງຄາຍ-ນະຄອນຫຼວງວຽງຈັນ), ເຊິ່ງຕອນນີ້ແມ່ນຢູ່ໃນລະຫວ່າງການນຳສະເໜີຂໍ້ມູນຈາກໜ່ວຍງານທີ່ກ່ຽວຂ້ອງເພື່ອໃຫ້ລັດຖະບານພິຈາລະນາ.

LEAVE A REPLY

Please enter your comment!
Please enter your name here