ສປປ ລາວ ເປັນສູນກາງໃນການພັດທະນາທາງດ້ານເສດຖະກິດຂອງອະນຸພາກພື້ນແມ່ນໍ້າຂອງ

0
393

ການຈັດຕັ້ງຜັນຂະຫຍາຍໂຄງລ່າງພື້ນຖານຢ່າງຕໍ່ເນື່ອງໃນ ສປປ ລາວ ຖືເປັນບຸລິມະສິດທີ່ສໍາຄັນລະດັບຊາດ. ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນເຫດຜົນທີ່ ອົດສະຕຣາລີ ໄດ້ທຸ້ມເທເພື່ອໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານບຸລິມະສິດຂອງ ສປປ ລາວ ທາງດ້ານໂຄງລ່າງພື້ນຖານ, ການບໍາລຸງຮັກສາຖະໜົນຫົນທາງ ແລະ ການເຊື່ອມໂຍງ-ເຊື່ອມຈອດທາງບົກກັບບັນດາປະເທດເພື່ອນບ້ານເປັນເວລາຍາວນານກວ່າ 30 ປີ.

ເຖິງແມ່ນວ່າຫຼາຍຄົນຈະຮູ້ຈັກເປັນຢ່າງດີກ່ຽວກັບຂົວມິດຕະພາບແຫ່ງທໍາອິດ ທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ອົດສະຕຣາລີໃນຊ່ວງຕົ້ນຊຸມປີ 1990, ແຕ່ກໍມີໜ້ອຍຄົນທີ່ຈະຮັບຮູ້ກ່ຽວກັບການມີສ່ວນຮ່ວມທີ່ສໍາຄັນຂອງອົດສະຕຣາລີໃນການເຊື່ອມໂຍງ-ເຊື່ອມຈອດກັບ ອະນຸພາກພື້ນແມ່ນໍ້າຂອງ. ນັບແຕ່ປີ 2007 ຫາ 2014, ອົດສະຕຣາລີ ມີບົດບາດສໍາຄັນໃນໂຄງການປັບປຸງເຄືອຂ່າຍຄົມມະນາຄົມຂົນສົ່ງໃນ ອະນຸພາກພື້ນແມ່ນໍ້າຂອງ ຕອນເໜືອ ເພື່ອປັບປຸງປະສິດຕິພາບຂອງການຂົນສົ່ງ ແລະ ເພີ່ມກິດຈະກໍາທາງດ້ານເສດຖະກິດໃນອະນຸພາກພື້ນແມ່ນໍ້າຂອງ.

ອົດສະຕຣາລີ ໄດ້ຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ, ທະນາຄານພັດທະນາອາຊີ (ADB), ສ. ເກົາຫຼີ ແລະ ກອງທຶນ OPEC ໃນການປະກອບສ່ວນສະໜັບສະໜູນໂຄງການມູນຄ່າ 117 ລ້ານໂດລາສະຫະລັດ ໂດຍສຸມໃສ່ ການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເລກທີ 4 ເຊິ່ງເປັນເສັ້ນທາງສາຍສໍາຄັນທີ່ມີຄວາມຍາວ 367 ກິໂລແມັດ ໂດຍເຊື່ອມຕໍ່ຈາກ ແຂວງຫຼວງພະບາງ ໄປຫາ ແຂວງໄຊຍະບູລີ. ໂຄງການດັ່ງກ່າວບໍ່ພຽງແຕ່ໄດ້ດໍາເນີນການກໍ່ສ້າງ ແລະ ສ້ອມແປງຂົວຂະໜາດນ້ອຍຫຼາຍແຫ່ງ ລວມທັງທໍ່ລະບາຍນໍ້າ ແລະ ເສັ້ນທາງຕ່າງໆເທົ່ານັ້ນ, ແຕ່ຍັງໄດ້ຂະຫຍາຍບັນດາສິ່ງອໍານວຍຄວາມສະດວກເຫຼົ່ານີ້ໄປສູ່ພື້ນທີ່ຊົນນະບົດນໍາອີກ, ເພື່ອຮັບປະກັນການເຂົ້າເຖິງ ແລະ ການເຊື່ອມຈອດໄດ້ກວ້າງຂວາງຂຶ້ນກວ່າເກົ່າ.

ທ່ານ ວັນທອງ ອິນທະວົງ, ພະນັກງານໂຄງການ ທະນາຄານພັດທະນາອາຊີ ປະຈໍາ ສປປ ລາວ ໄດ້ເວົ້າເຖິງຜົນໄດ້ຮັບຂອງໂຄງການວ່າ: “ປັດຈຸບັນ, ການເດີນທາງຈາກຫຼວງພະບາງ ໄປຫາຊາຍແດນລາວ-ໄທ ຢູ່ແຂວງໄຊຍະບູລີ ຜ່ານເສັ້ນທາງຫຼວງແຫ່ງຊາດ ເລກທີ 4 ແມ່ນສາມາດເດີນທາງຜ່ານໄດ້ໃນທຸກສະພາບອາກາດ, ໂດຍຫຼຸດຜ່ອນເວລາຂອງການເດີນທາງເຫຼືອປະມານ 4-5 ຊົ່ວໂມງ ຈາກເມື່ອກ່ອນທີ່ຕ້ອງໃຊ້ເວລາເຖິງ 9-10 ຊົ່ວໂມງ.”
ດ້ວຍການປັບປຸງເສັ້ນທາງຫຼວງສາຍສໍາຄັນ ທີ່ເຊື່ອມຈອດແຂວງຫຼວງພະບາງ ກັບ ຊາຍແດນລາວ-ໄທ ຢູ່ແຂວງໄຊຍະບູລີ, ໂຄງການນີ້ມີຈຸດປະສົງເພື່ອຍົກລະດັບມາດຕະຖານການດໍາລົງຊີວິດຂອງປະຊາຊົນລາວ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍໃນການເດີນທາງ ແລະ ສົ່ງເສີມການສົ່ງອອກສິນຄ້າ. ພາຍຫຼັງໂຄງການສໍາເລັດແລ້ວ, ທ່ານ ອິນທະວົງ ໄດ້ສັງເກດເຫັນວ່າ: “ມູນຄ່າທີ່ດິນກະສິກໍາໄດ້ເພີ່ມຂຶ້ນເປັນສອງເທົ່າ ແລະ ຂະນະນີ້ ພວກເຮົາກໍໄດ້ເຫັນການເຕີບໃຫຍ່ຢ່າງວ່ອງໄວໃນດ້ານການທ່ອງທ່ຽວ ແລະ ກິດຈະກໍາການບໍລິການອື່ນໆຕາມເສັ້ນທາງເລກທີ 4.”

ໂຄງການໄດ້ປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງ ເຊັ່ນດຽວກັບໂຄງການໂຄງລ່າງພື້ນຖານອື່ນໆ, ຢ່າງໃດກໍຕາມ, ໂຄງການດັ່ງກ່າວຈໍາເປັນຕ້ອງໄດ້ດໍາເນີນການຕໍ່ໄປ. ທ່ານ ອິນທະວົງ ໄດ້ກ່າວໃນຕອນທ້າຍວ່າ: “ເສັ້ນທາງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆຈາກໂຄງການນີ້ ຈະໃຫ້ບໍລິການຮັບໃຊ້ປະຊາຊົນ ແລະ ມອບຜົນປະໂຫຍດແກ່ທຸກຄົນ.”

ທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ໄດ້ກ່າວວ່າ: “ອົດສະຕຣາລີໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ສະໜັບສະໜູນບັນດາບຸລິມະສິດແຫ່ງຊາດຂອງ ສປປ ລາວ, ລວມທັງວາລະການເຊື່ອມຈອດ-ເຊື່ອມໂຍງຂອງຕົນ.”

LEAVE A REPLY

Please enter your comment!
Please enter your name here