ການເຊື່ອມໂຍງ-ເຊື່ອມຈອດທາງບົກຂອງລາວ

0
590

ການເຊື່ອມໂຍງ-ເຊື່ອມຈອດທີ່ເພີ່ມຂຶ້ນ ຖືເປັນເປົ້າໝາຍຂອງ ສປປ ລາວ ລວມທັງເປົ້າໝາຍຂອງ ອາຊຽນ. ນີ້ແມ່ນເຫດຜົນທີ່ທະນາຄານໂລກ ແລະ ລັດຖະບານ ແຫ່ງ ສປປ ລາວ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການມູນຄ່າ 200 ລ້ານໂດລາສະຫະລັດ ຮ່ວມກັບຄູ່ຮ່ວມງານຈາກຫຼາຍພາກສ່ວນຢູ່ພາກເໜືອຂອງລາວ: ໂຄງການແລວທາງເສດຖະກິດ ແລະ ການເຊື່ອມຈອດພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ເພື່ອຮັບປະກັນໃຫ້ສອດຄ່ອງກັບແຜນແມ່ບົດການເຊື່ອມຈອດອາຊຽນ, ໂຄງການຈະດໍາເນີນການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ເລກທີ 2 ຂອງລາວ ແລະ ຫວຽດນາມ ເພື່ອສ້າງ​ແລວເສດ​ຖະ​ກິດ​ຕ​າ​ເວັນ​ອອກ​ຕາ​ເວັນ​ຕົກໃໝ່. ນອກຈາກນີ້, ຍັງຈະເຊື່ອມຕໍ່ໃສ່ເສັ້ນທາງທ້ອງຖິ່ນໃນແຂວງຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ.

ໂຄງການດັ່ງກ່າວກໍາລັງຈັດຕັ້ງປະຕິບັດໃນ 5 ແຂວງພາກເໜືອ ເພື່ອປັບປຸງການຄົມມະນາຄົມຂົນສົ່ງ, ອໍານວຍຄວາມສະດວກດ້ານການຄ້າ ແລະ ເລັ່ງລັດການເຄື່ອນຍ້າຍສິນຄ້າ ແລະ ປະຊາຊົນ.

ດ້ວຍ​ການ​ເພີ່ມ​ທະວີ​ການ​ເຊື່ອມໂຍງ-ເຊື່ອມ​ຈອດ​ທາງ​ບົກ, ​ໂຄງການ​ດັ່ງກ່າວ​ຈະ​ອໍານວຍ​ຄວາມ​ສະດວກໃນ​ການ​ເຂົ້າ​ເຖິງ​ການ​ບໍລິການ​ທີ່​ສໍາຄັນໃຫ້​ນັບ​ມື້​ນັບ​ດີ​ຂຶ້ນ ລວມທັງ​ການ​ສຶກສາ ​ແລະ ສາທາລະນະ​ສຸກ, ​ໂດຍ​ສະ​ເພາະ ​ໃນເຂດ​ຊົນນະບົດ. ແນວທາງຂອງໂຄງການແມ່ນລວມເອົາການສຸມໃສ່ ດ້ານບົດບາດ ຍິງ-ຊາຍ ແລະ ການປົກປັກຮັກສາສິ່ງແວດລ້ອມ.

ໂຄງການດັ່ງກ່າວ ປະກອບມີຄູ່ຮ່ວມງານຫຼາຍຝ່າຍ, ເຊິ່ງ ອົດສະຕຣາລີ ເອງກໍ່ໄດ້ປະກອບສ່ວນສູງເຖິງ 12 ລ້ານກວ່າໂດລາອົດສະຕຣາລີ ຜ່ານໂຄງການຮ່ວມມືດ້ານໂຄງລ່າງພື້ນຖານລະດັບພາກພື້ນ.

ອົດສະຕຣາລີກໍາລັງສຸມໃສ່ບັນດາອົງປະກອບສໍາຄັນຂອງໂຄງການ ລວມທັງການປັບປຸງສິ່ງອໍານວຍຄວາມສະດວກຕາມຊາຍແດນ ແລະ ການເສີມສ້າງຄວາມອາດສາມາດໃນອົງກອນ ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ.

ທ່ານ ສົມບັດ ສຸດທິວົງ, ຫົວໜ້າທີມໂຄງການຈາກທະນາຄານໂລກປະຈໍາ ສປປ ລາວ ກ່າວວ່າ: “ໂຄງການໄດ້ໃຫ້ການສະໜັບສະໜູນບູລິມະສິດທາງດ້ານເສດຖະກິດຂອງ ສປປ ລາວ ແລະ ວິໄສທັດສໍາລັບການຫັນປ່ຽນປະເທດລາວ ຈາກການເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ (landlocked) ກາຍມາເປັນປະເທດເຊື່ອມໂຍງ-ເຊື່ອມຈອດທາງບົກ (land-linked).”

ທ່ານ ນາງ ເອເລນາ ໂຣສ, ຜູ້ອໍານວຍການໂຄງການຮ່ວມມືດ້ານໂຄງລ່າງພື້ນຖານ, ກ່າວວ່າ “ອົດສະຕຣາລີ ພວມພະຍາຍາມສ້າງຄວາມຮັບຮູ້ເຖິງຄວາມສໍາຄັນຂອງໂຄງລ່າງພື້ນຖານທີ່ມີຄຸນນະພາບ ແລະ ເສີມສ້າງຄວາມອາດສາມາດຂອງຄູ່ຮ່ວມງານຂອງລັດຖະບານ ເພື່ອຮັບປະກັນວ່າ ໂຄງລ່າງພື້ນຖານໄດ້ຂັບເຄື່ອນການເຕີບໂຕທີ່ຍືນຍົງ, ທັງກວມລວມ, ແລະ ສາມາດປັບຕົວໄດ້”.

Australia joins the World Bank to support Laos’ land-linked agenda

Greater connectivity is a goal for the Lao PDR and a goal for ASEAN. This is why the World Bank and the Government of the Lao PDR have commenced a $200 million project with multiple partners in northern Laos: the Southeast Asia Regional Economic Corridor and Connectivity project.

Aligning with the ASEAN Master Plan on Connectivity, the project will upgrade Laos’ National Road 2 which connects Thailand, Laos, and Vietnam to create a new East-West corridor. It will also connect local roads in Luang Namtha, Luang Prabang, Oudomxay, Phongsaly, and Xayaboury.

The project is working across five northern provinces to improve transportation, facilitate trade, and expedite the movement of goods and people.

By enhancing transport connectivity, the project will facilitate better access to vital services including education and healthcare, especially in rural areas. The project approach is inclusive with a strong focus on gender equality and environmental protection.

The project has different partners, with Australia contributing more than $12 million Australian dollars through the Partnerships for Infrastructure regional program.

Australia is focusing on key components of the project, including improving border crossing facilities and strengthening the institutional capacity of the Ministry of Public Works and Transport.

Mr Sombath Southivong, the World Bank Team Lead, said “The project supports Lao PDR’s economic priorities and the vision for Laos to develop from being a landlocked country to a land-linked country.” Ms Elena Rose, the Executive Director for Partnerships for Infrastructure, said “Australia is trying to build awareness of the importance of quality infrastructure and to strengthen the capabilities of government partners to ensure that infrastructure drives sustainable, inclusive, and resilient growth”.

LEAVE A REPLY

Please enter your comment!
Please enter your name here