ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ

0
887

ໃນເດືອນນີ້,​ ບໍລິສັດ ພູເບ້ຍ ມາຍນິງ ບັນລຸຂີດໝາຍອັນສໍາຄັນ ຢູ່ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ເຊິ່ງມີການຜະລິດທອງໃນແຮ່ເຂັ້ມຂຸ້ນໜຶ່ງລ້ານໂຕນ.

ໂຄງການຂຸດຄົ້ນ-ປຸງແຕ່ງທອງ-ຄໍາ ພູຄໍາ ເລີ່ມການຂຸດຄົ້ນທອງ 16 ປີຜ່ານມາ. ທຸກພະແນກການຂອງໂຄງການ ແມ່ນໄດ້ປະຕິບັດຕາມມາດຕະຖານສາກົນ.​ ແຮງງານ, ເຊິ່ງມີພະນັກງານຄົນລາວກວມເອົາ 93 ສ່ວນຮ້ອຍ ໄດ້ປະກອບສ່ວນວຽກງານຢ່າງຫ້າວຫັນ ແລະ ດຸໝັ່ນ ເພື່ອຮັບປະກັນໃຫ້ບໍ່ຂຸດຄົ້ນມີຄວາມປອດໄພ, ມີປະສິດທິຜົນ ແລະ ມີນະວັດຕະກໍາໃໝ່. ເພື່ອໃຫ້ໄດ້ຮັບໝາກຜົນສໍາເລັດຂອງການຜະລິດທອງໜຶ່ງລ້ານໂຕນ, ຕ້ອງມີການຜະລິດຫຼາຍກວ່າ 135,000 ຊົ່ວໂມງຈາກທີມງານຢູ່ພູຄໍາ, ມີການຂຸດຄົ້ນແຮ່ຫຼາຍກວ່າ 800​ ລ້ານໂຕນ ແລະ ປ້ອນສິນແຮ່ເຂົ້າໂຮງງານເພື່ອປຸງແຕ່ງປະມານ 65​ ລ້ານໂຕນ. 

ທອງ ແມ່ນໂລຫະທາດທີ່ນໍາມາແປຮູບໄດ້ຫຼາກຫຼາຍ ໂດຍມີການນໍາໃຊ້ຫຼາຍສ່ວນເຂົ້າໃນການສົ່ງກະແສໄຟຟ້າ ແລະ ຄວາມຮ້ອນທີ່ດີເລີດ, ມີຄວາມທົນທານຕໍ່ການເຂົ້າໝ້ຽງ, ແລະ ມີຄວາມສາມາດເຊື່ອມຈອດກັບໂລຫະທາດອື່ນໆ. ດ້ວຍຜົນປະໂຫຍດຂອງການນໍາໃຊ້ທີ່ຫຼາກຫຼາຍ, ທອງ ຍັງເຕີບໂຕໃນຕະຫຼາດລົດໄຟຟ້າ, ເຊິ່ງຕ້ອງການທອງຈໍານວນມະຫາສານ ເນື່ອງຈາກທອງແມ່ນອົງປະກອບສໍາຄັນໃນພະລັງໄຟຟ້າ. ລົດໄຟຟ້າທີ່ໃຊ້ໝໍ້ໄຟ ໂດຍທົ່ວໄປ ແມ່ນຕ້ອງໃຊ້ທອງຢູ່ 80 ກິໂລກຣາມ. ນີ້ແມ່ນຫຼາຍກວ່າລົດທີ່ໃຊ້ນໍ້າມັນເຊື້ອໄຟທົ່ວໄປ, ເຊິ່ງຈະໃຊ້ທອງໃນໝໍ້ໄຟຢູ່ປະມານ 8 ແລະ 22 ກິໂລກຣາມ. ການນໍາໃຊ້ທອງທີ່ເພີ່ມຂຶ້ນໃນລົດໄຟຟ້າ ແມ່ນສໍາຄັນສໍາລັບເຄື່ອງຈັກ, ໝໍ້ໄຟ, ຕົວແຮງຂັບເຄື່ອນ ແລະ ສາຍໄຟໃນລົດໄຟຟ້າ. ສໍາລັບພາຫະນະຂະໜາດໃຫຍ່ເຊັ່ນ: ລົດເມ ແມ່ນນໍາໃຊ້ທອງຫຼາຍກວ່າ 350 ກິໂລກຣາມ. ການສົ່ງກະແສໄຟຟ້າທີ່ດີ, ລາຄາໃຊ້ຈ່າຍທີ່ມີປະສິດທິຜົນ, ແລະ ຄວາມທົນທານຂອງທອງ ຖືເປັນອົງປະກອບອັນສໍາຄັນໃນພາຫະນະລົດໄຟຟ້າຂາດບໍ່ໄດ້.​ ທອງ ຍັງໄດ້ນໍາໃຊ້ໃນການຜະລິດສາຍໄຟຟ້າ ເພາະມີຄວາມສາມາດສົ່ງກະແສໄຟຟ້າໄດ້ດີ.

ການດໍາເນີນງານຂອງໂຮງງານ ພູຄໍາ ໃນແຂວງ ໄຊສົມບູນ ໄດ້ສ້າງຜົນປະໂຫຍດຍາວນານສໍາລັບ ບັນດາຊຸມຊົນທ້ອງຖິ່ນ, ລັດຖະບານຂັ້ນສູນກາງ ແລະ ຂັ້ນແຂວງ. ການສໍາຫຼວດເສດຖະກິດ-ສັງຄົມໃນຄົວເຮືອນປີ 2022, ທີ່ບໍລິສັດໄດ້ຈັດຈ້າງ່ຽວຊານເອກະລາດມາດຳເນີນການສຳຫລວດ ເຊິ່ງໄດ້ຈັດຕັ້ງຢູ່ບ້ານ ນໍ້າໂມ້, ນໍ້າຍອນ ແລະ ນາໄຊສະຫວ່າງ ພົບວ່າມີການປັບປຸງທີ່ດີ ເຊີ່ງໃນດ້ານການສຶກສາ, ໂຄງລ່າງ, ສາທາລະນະສຸກຊຸມຊົນທ້ອງຖິ່ນ, ກະສິກໍາ ແລະ ການພັດທະນາທຸລະກິດຂະໜາດນ້ອຍ. ອັດຕາການຮູ້ໜັງສືສໍາລັບປະຊາຊົນຢູ່ໃນສາມບ້ານ ໄດ້ເພີ່ມຂຶ້ນ 90 ສ່ວນຮ້ອຍ, ສູງກວ່າອັດຕາການຮູ້ໜັງສືລະດັບຊາດ.​

ນັບຕັ້ງແຕ່ມີໂຮງງານ ພູຄໍາ, ປະຈຸບັນ ເຂດສາມບ້ານ ໄດ້ເຂົ້າເຖີງການບໍລິການຂອງແພດໝໍຢູ່ສຸກສາລາທີ່ບໍລິສັດ ພູເບ້ຍ ມາຍນິງ ໄດ້ໃຫ້ທຶນ. ພະນັກງານຊົນເຜົ່າທ້ອງຖິ່ນຂອງບໍລິສັດ ກວມເອົາຈໍານວນຫຼາຍຂອງພະນັກງານຄົນລາວ 93 ສ່ວນຮ້ອຍ ແລະ ໄດ້ປະກອບສ່ວນລາຍຮັບເຂົ້າໃນບ້ານດັ່ງກ່າວ ສູງເຖີງ 50 ສ່ວນຮ້ອຍ. ທຸລະກິດຂະໜາດນ້ອຍທີ່ຂາຍຜັກ, ໄຂ່, ຖົງໃສ່ເຄື່ອງນຸ່ງ, ໝາກໄມ້ ແລະ ປາໃຫ້ເຂດດໍາເນີນງານຂອງບໍລິສັດ, ໄດ້ສ້າງລາຍຮັບຫຼາຍກວ່າ $4.5 ລ້ານໂດລາສະຫະລັດ ແກ່ປະຊາຊົນໃນທ້ອງຖິ່ນ.​ ການມອບພັນທະຂອງ

ບໍລິສັດແມ່ນຫຼາຍກວ່າ $1 ຕື້ໂດລາສະຫະລັດ ໂດຍມີຄ່າຊັບພະຍາກອນແຮ່ທາດ, ອາກອນກໍາໄລ, ອາກອນເງິນເດືອນ, ອາກອນທາງ, ຄ່າທໍານຽມນໍາເຂົ້າ, ຄ່າຊໍາປະທານ, ການສະໜັບສະໜູນ ແລະ ເງິນປັນຜົນ ໄດ້ຊ່ວຍເຂົ້າໃນການສ້າງສາພັດທະນາແຂວງ ໄຊສົມບູນ ແລະ ເສດຖະກິດຂອງລາວ.​

ທ່ານ ດາລິງ ເຊັງ, ຜູ້ອໍານວຍການໃຫຍ່ ແລະ ປະທານບໍລິຫານຂອງບໍລິສັດ ແພນອອສ໌, ໄດ້ກ່າວຢ່າງພາກພູມໃຈຕໍ່ຂີດໝາຍການຜະລິດຂອງໂຄງການ ພູຄໍາ. ທ່ານ ດາລິງ ກ່າວວ່າ “ໂຄງການ ພູຄໍາ ແມ່ນເຂດດໍາເນີນງານສ້າງລາຍຮັບຫຼັກຂອງບໍລິສັດ ແພນອອສ໌ ແລະ ມີສ່ວນອັນສໍາຄັນຂອງການເຕີບໂຕທຸລະກິດຂອງພວກເຮົາໃນລາວ.

“ເລີ່ມຕົ້ນການຜະລິດໃນປີ 2008, ບໍລິສັດ ແພນອອສ໌ ໂດຍຜ່ານ ບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນວຽກງານໂຄງລ່າງຂະໜາດໃຫຍ່ ເພື່ອໃຫ້ສາມາດຂະຫຍາຍບໍ່ຂຸດຄົ້ນ ແລະ ຕໍ່ອາຍຸຂອງບໍ່ພູຄໍາ. ໂຄງການຊີເຈາະ ແລະ ສໍາຫຼວດຂຸດຄົ້ນ ຈະສືບຕໍ່ຊອກຄົ້ນສິນແຮ່ເພີ່ມຕື່ມໃນເຂດສໍາປະທານອ້ອມຂ້າງຂອງບໍລິສັດ. ນີ້ ຈະສະໜອງຜົນປະໂຫຍດທາງກົງ ແລະ ໄລຍະຍາວໃຫ້ປະເທດຊາດ ແລະ ປະຊາຊົນລາວ.”

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ, ໃຫ້ຮູ້ຕື່ມອີກວ່າ “ພວກເຮົາ ຕັ້ງເປົ້າປະຈໍາປີຂອງພວກເຮົາເພື່ອຊອກສິນແຮ່ປ້ອນເຂົ້າໂຮງງານປຸງແຕ່ງ ພູຄໍາ. ໃນລາຄາທອງໃນປະຈຸບັນ, ບໍລິສັດ ແມ່ເຊິ່ງບໍລິສັດ ແພນອອສ໌ ແມ່ນມີທຶນພ້ອມ ເພື່ອຂັບເຄື່ອນການລົງທຶນເພີ່ມຂຶ້ນໃນ ພູຄໍາ ແລະ ສົ່ງອອກແຮ່ທອງຫຼາຍຂຶ້ນຈາກລາວ ໄປຕະຫຼາດໂລຫະທາດສາກົນ.”

LEAVE A REPLY

Please enter your comment!
Please enter your name here