Homeລັດຖະບານເນັ້ນໜັກວຽກງານຫຼາຍດ້ານ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ເນັ້ນໜັກວຽກງານຫຼາຍດ້ານ ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 21 ພຶດສະພາ 2026, ຕະຫລອດໄລຍະ 3 ວັນ ທີ່ຜ່ານມາ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ບັນດາສະຫາຍຄະນະບໍລິຫານງານສູນກາງພັກ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາຕໍ່ການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫລຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ.

May be an image of one or more people, dais and text

ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນຳໂດຍເນັ້ນໜັກຕື່ມບາງບັນຫາ ເພື່ອໃຫ້ບັນດາສະຫາຍນຳໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ຄື: ກົມການ ເມືອງ, ຄະນະເລຂາທິການສູນກາງພັກ ສືບຕໍ່ຊີ້ນໍາ, ຕິດຕາມ, ຊຸກຍູ້ ບັນດາກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ໃນການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ກໍຄື ມະຕິ, ຄໍາສັ່ງ ແລະ ນິຕິກໍາຕ່າງໆທີ່ສູນກາງວາງອອກ ໃຫ້ແທດຕົວຈິງ ແລະ ມີປະສິດທິຜົນ; ສືບຕໍ່ຊີ້ນໍາໃຫ້ມີການແກ້ໄຂບັນຫາຕ່າງໆທີ່ຍັງຄົງຄ້າງໃຫ້ຕົກໄປເປັນກ້າວໆ ເປັນຕົ້ນ ແມ່ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ຮັບປະ ກັນບໍ່ໃຫ້ຂາດແຄນນໍ້າມັນເຊື້ອໄຟ ດ້ວຍມາດຕະການຮອງຮັບຕ່າງໆ, ຄຸ້ມຄອງລາຄາສິນຄ້າ, ຄ່າຄອງຊີບ ແລະ ອັດຕາແລກປ່ຽນ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາເສບຕິດ, ອາວຸດເຖື່ອນ, ການລັກລອບຂຸດຄົ້ນແຮ່ທາດ, ຂຸດຄົ້ນຊັບພະຍາກອນທໍາມະຊາດອື່ນໆທີ່ຜິດກົດໝາຍ, ສືບຕໍ່ປາບປາມ ແລະ ແກ້ໃຫ້ຕົກບັນຫາສະແກມເມີ, ຄໍເຊັນເຕີ, ປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ແລະ ອື່ນໆ; ສືບຕໍ່ຊີ້ນໍາການປັບປຸງກົນໄກ, ແບບແຜນເຮັດວຽກ, ກົງຈັກ, ຄະນະຮັບຜິດຊອບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເຂົ້າສູ່ຕົວຈິງ, ເອົາໃຈໃສ່ປັບປຸງລະບົບການເມືອງ, ການຄຸ້ມຄອງ-ບໍລິຫານ ຂອງອົງການປົກຄອງທ້ອງຖິ່ນ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ-ເຂັ້ມແຂງ.

ໂດຍສະເພາະຢູ່ຂັ້ນຮາກຖານ ຕ້ອງຮັບປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການຂອງພາກລັດ ແລະ ອົງການປົກຄອງ ຕ້ອງບໍລິການຮັບໃຊ້ປະຊາຊົນໃຫ້ດີຂຶ້ນ, ມີຄວາມໂລ່ງລ່ຽນ ແລະ ມີຄວາມວ່ອງໄວ-ທັນສະພາບການໃຫ້ເປັນຮູບປະທຳ, ສືບຕໍ່ຊີ້ນໍາການຄົ້ນຄວ້າ ແລະ ສະເໜີ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ເປັນວາລະແຫ່ງຊາດ ສະເໜີຕໍ່ສະພາແຫ່ງຊາດ ຮັບຮອງເອົາເພື່ອດໍາເນີນການປະຕິບັດໂດຍໄວ; ສືບຕໍ່ຊີ້ນໍາການກະ ກຽມ ແລະ ດໍາເນີນກອງປະຊຸມຂອງວຽກງານອົງການພັກຂັ້ນສູນກາງຈໍານວນໜຶ່ງ ໃຫ້ສໍາເລັດຕາມແຜນ; ຊີ້ນໍາການຄົ້ນຄວ້າ, ກະກຽມເນື້ອໃນບັນດາມະຕິຂອງຄະນະບໍລິຫານງານສູນກາງພັກ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ໃນເດືອນສິງຫາ 2026, ກົມການເມືອງ ຊີ້ນຳວຽກງານຮອບດ້ານ ຕາມແຜນ 6 ເດືອນທ້າຍປີ ແລະ ສືບຕໍ່ຊີ້ນຳການກະກຽມ ແລະ ດໍາເນີນກອງປະຊຸມສູນກາງ ຄັ້ງທີ 4 ສະໄໝ XII ໃນທ້າຍປີ ຕິດພັນກັບການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານສູນກາງພັກ ປະຈຳປີ 2026 ໂດຍລົງເລິກຕີລາຄາຄວາມຮັບຜິດຊອບການເມືອງ ແລະ ໝາກຜົນຕົວຈິງ ໃນການນໍາພາຊີ້ນໍາວຽກງານ ທີ່ຕົນຮັບຜິດຊອບ.

May be an image of text

ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໜັກເຖິງຄວາມໝາຍຄວາມສຳຄັນ ຂອງກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວ່າ: ບັນດາຫົວຂໍ້ ນຳມາປຶກສາຫາລື ແລະ ຮັບຮອງເອົານີ້ ແມ່ນປັດໄຈສໍາຄັນຂອງການເປັນພັກກຳອຳນາດທີ່ໝັ້ນຄົງ; ມະຕິທີ່ຈະອອກປະຕິບັດ ແມ່ນມະຕິທີ່ແນໃສ່ປັບປຸງປ່ຽນແປງຄວາມເຂັ້ມງວດວິທີການນຳພາຂອງພັກ, ການບໍລິຫານຂອງລັດຖະບານ ແລະ ການກວດກາຕິດຕາມຂອງສະພາ,ການສ້າງກຳລັງແຮງທີ່ແທ້ຈິງຂອງອົງການຈັດຕັ້ງການເມືອງ, ສັງຄົມ, ອົງການຈັດຕັ້ງມະຫາຊົນ; ການປະຕິບັດການຕົກລົງ ແລະ ມະຕິຂອງກອງປະຊຸມ ຄັ້ງທີ 3 ແມ່ນເປັນແກ່ນສານຂອງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.

ຂ່າວ: ຂປລ