ສຳເລັດກອງປະຊຸມໃຫຍ່ ອົງຄະນະພັກແຂວງຫົວພັນ ຄັ້ງທີ X

0
7020

ຫົວພັນ: ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງຫົວພັນ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ພາຍຫຼັງທີ່ດຳເນີນມາເປັນເວລາ 2 ວັນ (2-3 ພະຈິກ 2020) ຢູ່ສະໂມສອນແຂວງ, ພາຍໃຕ້ການເປັນປະທານຂອງສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຫົວພັນ. ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ; ມີບັນດາພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ, ມີຜູ້ແທນສົມບູນຈຳນວນ 324 ສະຫາຍ, ຍິງ 39 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງທັງໝົດ 18.042 ສະຫາຍ.

ບັນດາສະຫາຍຜູ້ແທນສົມບູນທີເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າ ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງທີ່ວາງໄວ້. ໂດຍໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ ແລະ ແຜນພັດທະນາເສດຖະກິດສັງຄົມ, ທິດທາງສູ້ຊົນແຕ່ລະດ້ານກ່ຽວກັບວຽກງານກໍ່ສ້າງພັກ, ພະນັກງານ. ໃນນັ້ນ, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນໍາ-ນຳພາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ໃນ 5 ປີ ຜ່ານມາ.

ພ້ອມນີ້, ກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງເອົາລາຍງານການເມືອງ, ທິດທາງ, ແຜນການ 5 ປີ ໃນຕໍ່ໜ້າ ( 2021-2025 ) ຊຶ່ງມີເນື້ອໃນຕົ້ນຕໍຄື: ຄະນະພັກແຕ່ລະຂັ້ນຕ້ອງເພີ່ມທະວີການນໍາພາເດັດຂາດ, ໂດຍກົງ ແລະ ຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຖືສໍາຄັນການສຶກສາອົບຮົມພົນລະເມືອງໃຫ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ເປັນເຈົ້າການເຂົ້າຮ່ວມປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ປັບປຸງກໍ່ສ້າງກໍາລັງຫຼວງ, ກໍາລັງທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງໃນທຸກດ້ານ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ສືບຕໍ່ເຮັດໃຫ້ທົ່ວແຂວງມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ຍົກສູງຄວາມສາມາດນໍາພາຂອງພັກ, ປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຮັບປະກັນບົດບາດເປັນແກນນຳ ໃນລະບົບການເມືອງ,

ເພີ່ມທະວີຄວາມສາມັກຄີປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນພາຍໃຕ້ການນຳພາຂອງພັກ, ປັບປຸງການບໍລິຫານລັດໃຫ້ມີຄວາມສັກສິດ, ໂປ່ງໃສ, ວ່ອງໄວ, ຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ; ເອົາໃຈໃສ່ສ້າງເງື່ອນໄຂ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນເຂົ້າໃນການພັດທະນາເສດຖະກິດ ໃຫ້ມີການຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GDP) ໃນ 5 ປີ ໃຫ້ບັນລຸ 18.802,97 ຕື້ກີບ, ໃນນີ້ຄາດວ່າໃນປີ 2025 GDP ຈະໃຫ້ບັນລຸ 4.096,99 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 12.792.608 ກີບ/ຄົນ/ປີ (1.505 ໂດລາ/ຄົນ/ປີ), ເຮັດໃຫ້ໂຄງປະກອບເສດຖະກິດ ມີການຫັນປ່ຽນຢ່າງຕັ້ງໜ້າໃນນີ້ຂະແໜງກະສິກໍາ ແລະ ປ່າໄມ້ ກວມເອົາ 53,43% ຂອງ GDP, ຂະແໜງອຸດສະຫະກໍາ ແລະ ການຄ້າ ກວມເອົາ 23,50% ຂອງ GDP, ຂະແໜງການບໍລິການກວມເອົາ 23,07% ຂອງ GDP; ຮອດປີ 2025 ລົບລ້າງຄວາມທຸກຍາກຂອງປະຊາຊົນໃຫ້ຍັງເຫຼືອ 22% ຂອງຈໍານວນຄອບຄົວໃນທົ່ວແຂວງຕາມດໍາລັດ 348/ລບ; ສ້າງບ້ານພັດທະນາໃຫ້ໄດ້ 128 ບ້ານ ແລະ ສຸມໃສ່ສ້າງເມືອງຊ່ອນ, ເມືອງສົບເບົາ, ເມືອງຊຽງຄໍ້ ແລະ ເມືອງວຽງໄຊໃຫ້ເປັນເມືອງພົ້ນທຸກໃນປີ 2025; ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດ ຍົກລະດັບຄຸນນະພາບການສຶກສາໃນທຸກຊັ້ນຮຽນ, ສືບຕໍ່ຈັດຕັ້ງການຮຽນການສອນບໍາລຸງມັດທະຍົມຕອນປາຍ ໃຫ້ກຸ່ມເປົ້າໝາຍທີ່ມີເງື່ອນໄຂ; ປັບປຸງ, ຍົກລະດັບຊັ້ນຮຽນວິຊາຊີບ ແລະ ສົ່ງເສີມການຮຽນວິຊາຊີບພາຍໃນແຂວງໃຫ້ຫຼາຍຂຶ້ນ ເພື່ອສ້າງໃຫ້ຄົນມີຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ມີວຽກເຮັດງານທໍາ; ສ້າງເງື່ອນໄຂໃຫ້ທຸກຄົນມີໂອກາດໄດ້ຮັບການປ້ອງກັນ ແລະ ປິ່ນປົວສຸຂະພາບໃຫ້ແຂງແຮງ; ອະນຸຮັກວັດທະນະທຳ, ຮີດຄອງປະເພນີ ແລະ ບູລະນະສະຖານທີ່ປູຊະນີຍະສະຖານຕິດພັນກັບການທ່ອງທ່ຽວ;

ເພີ່ມທະວີຄວາມສາມັກຄີພິເສດ ແລະ ຮ່ວມມືຮອບດ້ານກັບບັນດາແຂວງແຮກສ່ຽວ ສສ.ຫວຽດນາມ ແລະ ບັນດາປະເທດເພື່ອນມິດສາກົນບົນພື້ນຖານແນວທາງການຕ່າງປະເທດຂອງພັກ ເພື່ອດຶງດູດເອົາບົດຮຽນດ້ານຕ່າງໆ ແລະ ທຶນຮອນເຂົ້າໃນການພັດທະນາແຂວງຫົວພັນ ໃຫ້ຫຼາຍຂຶ້ນ; ສຸມໃສ່ສ້າງ ແລະ ຂະຫຍາຍຈຸດສຸມ, ຕົວແບບໃນດ້ານຕ່າງໆ ໃຫ້ມີຄຸນນະພາບຕິດພັນກັບການຄ້າຊາຍແດນໄປພ້ອມກັບການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຄວບຄູ່ກັບການສ້າງພະນັກງານສືບທອດທົດແທນ ໃນຂະບວນການຕົວຈິງທີ່ເປັນປັດໄຈສ້າງຄວາມເປັນເຈົ້າໃຫ້ແກ່ປະຊາຊົນບັນດາເຜົ່າ.

ກອງປະຊຸມໃຫຍ່ໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນຈາກຜູ້ຕາງໜ້າຫຼາຍພາກສ່ວນ ຊຶ່ງແຕ່ລະພາກສ່ວນລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ; ການລາຍງານ ແລະ ການປະກອບຄໍາເຫັນສ່ວນຫຼາຍໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ເຂົ້າໃນຂົງເຂດກົມກອງ, ຂະແໜງການຂອງຕົນ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນ.

ພ້ອມນີ້, ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດ ແລະ ໄດ້ຕາມຄາດໝາຍທີ່ວາງໄວ້ ຊຶ່ງມີຜູ້ຮັບສະໝັກເລືອກຕັ້ງ 40 ສະຫາຍ, ຍິງ 5 ສະຫາຍ. ຜ່ານການປ່ອນບັດເລືອກຕັ້ງໄດ້ຄະນະບໍລິຫານງານພັກແຂວງຊຸດໃໝ່ຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ; ໄດ້ເລືອກຕັ້ງເອົາຜູ້ແທນສົມບູນຈຳນວນ 35 ສະຫາຍ, ຍິງ 4 ສະຫາຍ ແລະ ສໍາຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກໄດ້ຕາມຄາດໝາຍ.

ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກແຂວງຫົວພັນໄດ້ເລືອກຕັ້ງເອົາຄະນະປະຈໍາພັກແຂວງຈຳນວນ 11 ສະຫາຍ, ຍິງ 2 ສະຫາຍ. ໃນນີ້, ໄດ້ເປັນເອກະສັນເລືອກຕັ້ງສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ເພີດ ມາປັນຍາ ແລະ ສະຫາຍ ນ. ອຳໄຟວອນ ລ້ອມບຸນແພງ ເປັນຮອງເລຂາ; ເລືອກຕັ້ງເອົາສະຫາຍ ຮິນທອງ ດວງຈັນສຸກ ເປັນປະທານກວດກາ, ສະຫາຍ ຄຳແພງ ຈັນທະວີ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ປອ ຄອນເສີດ ເປັນຮອງປະທານກວດກາ.

ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກສະຫາຍ ປອ ໄຊສົມພອນ ພົມວິຫານ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນໍາພາພະນັກງານ, ສະມາຊິກພັກ ແລະ ປະຊາຊົນປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ຊຶ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ. ຈາກນັ້ນ, ສະຫາຍໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ ແລະ ສະຫາຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ຊີ້ນຳ-ນໍາພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຫົວພັນຄັ້ງທີ X ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.

ກອງປະຊຸມໃຫຍ່ອົງຄະນະພັກແຂວງຫົວພັນຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ສຸມທຸກສະຕິປັນຍາ, ຄວາມອາດສາມາດ, ຫົວຄິດປະດິດສ້າງປະກອບສ່ວນເຂົ້າໃນການປະຕິບັດເນື້ອໃນຂອງກອງປະຊຸມໃຫຍ່ ທີ່ຮັບຮອງເອົາແລ້ວນັ້ນໃຫ້ປະກົດເປັນຈິງ, ສູ້ຊົນແກ້ໄຂ 3 ກະແສແນວຄິດ, ຈຳກັດ ແລະ ແກ້ໄຂຈຸດອ່ອນຄົງຄ້າງໃນໄລຍະຜ່ານມາ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຫົວພັນ ໃຫ້ນັບມື້ກ້າວໜ້າ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນແຂວງຫົວພັນ ພົ້ນຈາກຄວາມທຸກຍາກ ແລະ ນັບມື້ຢູ່ດີກິນດີ ເພື່ອປະກອບສ່ວນອັນສຳຄັນເຂົ້າໃນພາລະກິດລວມທົ່ວປະເທດ ພ້ອມກັນເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຂ່າວ-ພາບ: ໄອແກ້ວ

LEAVE A REPLY

Please enter your comment!
Please enter your name here