Homeຂ່າວທ້ອງຖິ່ນກຽມມື້ສະຫຼອງວັນສ້າງຕັ້ງກອງທັບ ວັນທີ 20 ມັງກອນ 2022 ນີ້

ກຽມມື້ສະຫຼອງວັນສ້າງຕັ້ງກອງທັບ ວັນທີ 20 ມັງກອນ 2022 ນີ້

ຊ້ອມຍິງລູກປືນແທ້ ກຽມມື້ສະຫຼອງວັນສ້າງຕັ້ງກອງທັບ.

ວັນທີ 17 ມັງກອນ 2022 ນີ້, ທີ່ສະໜາມຫັດແອບວິທະຍາ ຄານກົມມະດໍາ, ໄດ້ຈັດຕັ້ງຊ້ອມທົດລອງຍິງລູກປືນແທ້, ເພື່ອຫຼອງວັນສ້າງຕັ້ງກອງທັບປະຊາ ຊົນ ລາວ ຄົບຮອບ 73 ປີ. ການຊ້ອມຮົບໃນຄັ້ງນີ້ ເລີ່ມຕົ້ນດ້ວຍເຫຼົ່າຮົບຕີພິເສດເຮັດໜ້າ ທີ່ປິດລັບແຊມກາຍດັບສູນເປົ້າ ໝາຍ; ເຫຼົ່າຮົບສືບຂ່າວຊີງຕົວປະ ກັນຢູ່ລົດເມທ່ອງທ່ຽວ; ກອງບັນ ຊາການທະຫານອາກາດນຳໃຊ້ Z-9 ຄຸມກັນທາງອາກາດ ຊີງໂຕ ປະກັນ, ໃຊ້ຍົນ Yak-130 ຍິງ ຖະຫຼົ່ມເປົ້າໝາຍໜ້າດິນ, ຍົນ MI-17 ຍິງຖະຫຼົ່ມເປົ້າໝາຍໜ້າດິນ ແລະ ນໍາໃຊ້ຍົນ MI-17 ສົ່ງກຳ ລັງມ້າບິນ 110 ຊ່ວຍໜູນຢູ່ທິດ ສຳຄັນ. (ກົດເຂົ້າລີ້ງເພື່ອເບິ່ງວີດີໂອ)

https://www.facebook.com/Meuinglaothanhadkan/videos/681477679527847

ເຫຼົ່າຮົບປ້ອງກັນອາກາດ ຍິງທຳລາຍເປົ້າໝາຍທາງອາ ກາດ; ເຫຼົ່າຮົບປືນໃຫຍ່ໜ້າດິນ ຍິງກຽມ ແລະ ຍິງຍົກຍ້າຍ, ເຫຼົ່າ ຮົບຊ່າງແສງໄດ້ປະຕິບັດສົ່ງໂບກ ຝ່າບິນ ແລະ ເປີດທາງໄຂ; ກອງ ພັນໃຫຍ່ 11 ສົມທົບເຫຼົ່າຮົບລົດ ຕັງ ເຮັດໜ້າທີ່ສົ່ງກຳລັງມ້າບິນ ຍິງສົມທົບກຳລັງໄຟຂຶ້ນເທິງ, ມ້າບິນ 110 ສົມທົບເຫຼັກໄຫຼ(ລຕ) ປະຕິບັດຕີສັດຕູ ແລະ ສົ່ງກຳລັງ ມ້າບິນ 110 ລົງເດີ່ນຊ່ວຍໜູນຢູ່ ທິດບຸກຕີສຳຄັນ; ເຫຼົ່າຮົບເຄມີ ເຮັດໜ້າທີ່ລົບລ້າງທາດເຄມີໃຫ້ ພາຫະນະສູ້ຮົບທີ່ຖືກທາດພິດ; ເຫຼົ່າຮົບສື່ສານ ເຮັດໜ້າທີ່ຮັບປະ ກັນຕິດຕໍ່ສື່ສານຕະຫຼອດໄລຍະ ການປະຕິບັດສູ້ຮົບ.

ແຫຼ່ງຂ່າວ: ເມືອງລາວທັນເຫດການ