ຕາມສູນຂ່າວສານການແພດສຸຂະສຶກສາວັນທີ 29 ມີນາ 2022
ວັນທີ 28 ມີນາ 2022 ໄດ້ກວດວິເຄາະທັງໝົດ 4,658 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 2,183 ຄົນ (ຕິດເຊື້ອພາຍໃນ 2,175 ຄົນ ແລະ ນໍາເຂົ້າ 8 ຄົນ).
ຂໍ້ມູນໂດຍຫຍໍ້ ສະເພາະ ຜູ້ຕິດເຊື້ອພາຍໃນໃໝ່ ມີທັງໝົດ 2,175 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:
ຕິດເຊື້ອທົ່ວປະເທດມີດັ່ງນີ້
- ນະຄອນຫຼວງ 1,132 ຄົນ
 - ໄຊຍະບູລີ 150 ຄົນ
 - ສະຫວັນນະເຂດ 138 ຄົນ
 - ວຽງຈັນ 117 ຄົນ
 - ຄຳມ່ວນ 97 ຄົນ
 - ອຸດົມໄຊ 92 ຄົນ
 - ຊຽງຂວາງ 87 ຄົນ
 - ອັດຕະປື 63 ຄົນ
 - ຜົ້ງສາລີ 55 ຄົນ
 - ບໍ່ແກ້ວ 44 ຄົນ
 - ສາລະວັນ 42 ຄົນ
 - ບໍລິຄຳໄຊ 40 ຄົນ
 - ຫຼວງພະບາງ 33 ຄົນ
 - ເຊກອງ 29 ຄົນ
 - ຫຼວງນ້ຳທາ 23 ຄົນ
 - ໄຊສົມບູນ 22 ຄົນ
 - ຫົວພັນ 11 ຄົນ
 

ສໍາລັບການຕິດເຊື້ອນໍາເຂົ້າ ມີ 8 ຄົນ ຈາກ ນະຄອນຫຼວງ 2 ຄົນ, ສະຫວັນນະເຂດ 4 ຄົນ, ຄຳມ່ວນ 1 ຄົນ ແລະ ຫົວພັນ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 171,439 ຄົນ, ອອກໂຮງໝໍວານນີ້ 381 ຄົນ, ກຳລັງປິ່ນປົວ 6,527 ຄົນ ແລະ ເສຍຊີວິດທັງໝົດ 663 ຄົນ (ເສຍຊີວິດໃໝ່ 2 ຄົນ ຈາກ ນະຄອນຫຼວງ 1 ຄົນ ແລະ ແຂວງຄຳມ່ວນ 1 ຄົນ)


