ສະມັດຊາໃຫຍ່ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ຫົວຂໍ້ ຄວາມຈໍາເປັນຕ້ອງຢຸດຕິການຂວໍ້າບາດ

0
1116

ໃນວັນທີ 3 ພະຈິກ 2022 ນີ້, ສະມັດຊາໃຫຍ່ອົງການ ສປຊ ໄດ້ຮັບຮອງເອົາຍັດຕິ ພາຍໃຕ້ຫົວຂໍ້ “ຄວາມຈໍາເປັນຕ້ອງຢຸດຕິການຂວໍ້າບາດທາງດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍ ສ. ອາເມລິກາ ຕໍ່ ກູບາ” ເຊິ່ງໄດ້ຮັບການສະໜັບສະໜູນຈາກ 185 ປະເທດ. ໃນຕະຫຼອດໄລຍະ 30 ປີຜ່ານມາ, ມັດຕິດັ່ງກ່າວຂອງສະມັດຊາໃຫຍ່ ໄດ້ຮັບການສະຫນັບສະຫນູນຢ່າງຫລວງຫລາຍຈາກ ສະມາຊິກອົງການ ສປຊ ນັບຕັ້ງແຕ່ໄດ້ຖືກນໍາສະເຫນີ ແລະ ຮັບຮອງເອົາເປັນຄັ້ງທໍາອິດ ຢູ່ສະມັດຊາໃຫຍ່ອົງການ ສປຊ ໃນປີ 1992.

ໃນການພິຈາລະນາຍັດຕິໃນປີນີ້, ບັນດາປະເທດສະມາຊິກ ອົງການ ສປຊ ໄດ້ຜັດປ່ຽນກັນຂຶ້ນປະກອບຄໍາເຫັນ ໂດຍຮັບຮູ້ບົດລາຍງານການຈັດຕັ້ງປະຕິບັດຍັດຕິຜ່ານມາ ຂອງ ທ່ານເລຂາທິການໃຫຍ່ ສປຊ ແລະ ສືບຕໍ່ຮຽກຮ້ອງໃຫ້ຢຸດຕິການນໍາໃຊ້ ແລະ ຍົກເລີກບັນດາມາດຕະການຂວໍ້າບາດຕ່າງໆ ທີ່ຂັດກັບຫຼັກການແຫ່ງເສລີພາບທາງດ້ານການຄ້າ ແລະ ການຮ່ວມມືທາງດ້ານເສດຖະກິດ ທີ່ໄດ້ຮັບການປົກປ້ອງ ໂດຍກົດໝາຍສາກົນ ແລະ ພາຍໃຕ້ກົດບັດ ສປຊ.

ໃນບົດກ່າວຄໍາເຫັນຕໍ່ສະມັດຊາໃຫຍ່, ທ່ານ ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ໄດ້ຍົກໃຫ້ເຫັນເຖິງຜົນກະທົບອັນຮຸນແຮງຕະຫຼອດໄລຍະ 6 ທົດສະວັດທີ່ຜ່ານມາ ອັນເກີດຈາກການຂວໍ້າບາດດັ່ງກ່າວຕໍ່ປະຊາຊົນ ກູບາ, ພ້ອມທັງສະແດງຄວາມສາມັກຄີເປັນໜຶ່ງດຽວກັບປະຊາຊົນ ແລະ ລັດຖະບານ ກູບາ ໃນທ່າມກາງສະພາບການຂອງໂລກໃນປັດຈຸບັນ ທີ່ບັນດາປະເທດຕ້ອງປະເຊີນກັບຜົນກະທົບຢ່າງໜັກໜ່ວງຈາກ ໂຄວິດ-19, ໄພພິບັດທໍາມະຊາດ, ວິກິດການເສດຖະກິດ ແລະ ການເງິນ, ຄວາມບໍ່ໝັ້ນຄົງດ້ານສະບຽງອາຫານ, ວິກິດການພະລັງງານ ແລະ ອື່ນໆ. ສປປລາວ ສືບຕໍ່ສະແດງການສະໜັບສະໜູນຢ່າງສະຕົ້ນສະເໝີປາຍຕໍ່ຍັດຕິດັ່ງກ່າວ ແລະ ຮຽກຮ້ອງໃຫ້ວົງຄະນາຍາດສາກົນ ເພີ້ມທະວີການຮ່ວມມື ແລະ ຄວາມພະຍາຍາມ ເພື່ອສ້າງຄວາມກ້າວໜ້າຢ່າງເທົ່າທຽມກັນໃນທຸກປະເທດ ແລະ ຮັບປະກັນການພັດທະນາແບບຍືນຍົງ ລວມທັງ ການປົກປ້ອງສິດທິອັນຊອບທໍາຂອງປະຊາຊົນໃນທົ່ວໂລກ ໂດຍອີງຕາມເປົ້າໝາຍ ແລະ ຫຼັກການ ຂອງກົດບັດ ສະຫະປະຊາຊາດ.

ແຫຼ່ງຂໍ້ມູນ: Permanent Mission of the Lao PDR to the United Nations

LEAVE A REPLY

Please enter your comment!
Please enter your name here