ການສ້າງຄວາມເຂັ້ມແຂງໃຫ້ຂະແໜງການເງິນໂດຍການຮ່ວມມື ລະຫວ່າງ ທະນາຄານຄໍາ ລາວ ຈໍາກັດ ແລະ ບັນດາສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໄດ້ຈັດຂຶ້ນຜ່ານ “ກອງປະຊຸມເຜີຍແຜ່ ວຽກງານ ແລະ ການບໍລິການ ຂອງທະນາຄານຄໍາ ລາວ” ເຊິ່ງໄດ້ຈັດໃນວັນທີ 12 ມິຖຸນາ 2025 ທີ່ໂຮງແຮມສຸພັດຕຣາ ນະຄອນຫລວງວຽງຈັນ.
ກອງປະຊຸມໃນຄັ້ງນີ້, ໄດ້ຮັບກຽດພາຍໃຕ້ການເປັນປະທານຂອງ ທ່ານ ວິສອນ ໄຊສົງຄາມ, ຫົວຫນ້າກົມຄຸ້ມຄອງສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ໂດຍມີ ຄະນະບໍລິຫານທະນາ ຄານຄໍາ ລາວ, ປະທານສະພາບໍລິຫານສະມາຄົມການເງິນຈຸລະພາກລາວ(ສມກຈ) ພ້ອມຄະນະ ແລະ ບັນດາສະມາຊິກຂອງ ສມກຈ ເຂົ້າຮ່ວມ ຫລາຍກວ່າ 50 ສະຖາບັນ ທີ່ຢູ່ພາຍໃນນະຄອນຫລວງວຽງລວມທັງຫມົດ 120 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນຜັນຂະຫຍາຍຄວາມສໍາເລັດໃນການສ້າງຕັ້ງ ແລະ ດໍາເນີນງານຂອງທະນາ ຄານຄໍາ ລາວ ໃຫ້ແກ່ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຜະລິດຕະພັນ ແລະ ບໍລິການ ຂອງທະນາຄານຄໍາ ລາວ ໂດຍສະເພາະ ໃບຢັ້ງຢືນຖານະທາງການຄໍາ ທີ່ເປັນນະວັດຕະກໍາໃໝ່ ທີ່ໄດ້ຖືກຮັບ ຮອງຢ່າງຖືກຕ້ອງຈາກກະຊວງການເງິນ ເຊິ່ງໃບຢັ້ງຢືນຖານະທາງການຄໍານີ້ ແມ່ນໄດ້ຈາກການລະດົມຄໍາຈາກປະຊາຊົນ ມາຝາກກັບທະນາຄານຄໍາ ລາວ ໂດຍອອກໃຫ້ລູກຄ້າທະນາຄານຄໍາ ລາວ ນໍາໃຊ້ເປັນຫຼັກຊັບຄໍ້າປະກັນໃນການກູ້ຢືມເງິນ ເພື່ອເປັນທຶນໝູນວຽນ ແລະ ເສີມສະພາບຄ່ອງທາງດ້ານການເງິນຂອງລູກຄ້າທະນາຄານອີກດ້ວຍ.
ໃບຢັ້ງຢືນຖານະທາງການຄໍາ ຂອງທະນາຄານຄໍາ ລາວ ຍັງສ້າງລະບົບນິເວດໃໝ່ທາງດ້ານການເງິນ ໂດຍສະ ເພາະອໍານວຍຄວາມສະດວກໃນການກູ້ຢືມຄໍາ ຜ່ານການນໍາໃຊ້ໃບຢັ້ງຢືນເປັນຫລັກຊັບຄໍ້າປະກັນ ເຮັດໃຫ້ສະຖາບັນການເງິນທີ່ເຂົ້າເຖິງລູກຄ້າຂອງຕົນເອງທີ່ມີຄວາມໃກ້ຊິດຕິດແທດກັບທ້ອງຖິ່ນນັ້ນໆໄດ້ຢ່າງສະດວກສະບາຍ ວ່ອງໄວ ປອດໄພ ແລະ ມີຄວາມສ່ຽງຕໍ່າ ໂດຍການນຳໃຊ້ໃບຢັ້ງຢືນດັ່ງກ່າວເປັນຫຼັກຊັບຄ່ຳປະກັນເງິນກຸ້. ນີ້ເປັນ ການສົ່ງເສີມຂະແໜງການຄໍາ ແລະ ການເງິນແບບຄົບວົງຈອນ ໃຫ້ເຂັ້ມແຂງ ພ້ອມເຂົ້າເຖິງທຸກກຸ່ມລູກຄ້າຢ່າງທົ່ວເຖິງ ແລະ ງ່າຍຂຶ້ນໃນຂອບເຂດທົ່ວປະເທດ.
ເພື່ອສືບຕໍ່ຜົນສໍາເລັດດັ່ງກ່າວ ໃຫ້ປະກົດຜົນເປັນຈິງ, ສະມາຄົມການເງິນຈຸລະພາກ ລາວ ປະສານສົມທົບກັບບັນດາສະຖາບັນທີ່ໃຫ້ຄວາມສົນໃຈ ປຶກສາຫາລືເພື່ອກ້າວໄປສູ່ການເຊັນສັນຍາຮ່ວມມືທາງດ້ານທຸລະກິດ ຮ່ວມກັບທະນາຄານຄຳລາວ ຈຳກັດ ຕັ້ງເປົ້າສໍາເລັດພາຍໃນເດືອນກໍລະກົດ 2025 ນີ້ ແລະ ປະຊາສໍາພັນໃຫ້ສັງຄົມໄດ້ຮັບຮູ້ ເພື່ອສົ່ງເສີມ ແລະ ສະໜັບສະໜູນລະບົບນິເວດການເງິນສະໄໝໃໝ່ໃຫ້ມີຄວາມທັນສະໄໝເທື່ອລະກ້າວ.