Homeຂ່າວພາຍໃນໝໍ້ແປງໄຟຟ້າ ເອັດເຄ ຜະລິດຕະພັນ ຂອງຄົນລາວ ໄດ້ມາດຕະຖານສາກົນ

ໝໍ້ແປງໄຟຟ້າ ເອັດເຄ ຜະລິດຕະພັນ ຂອງຄົນລາວ ໄດ້ມາດຕະຖານສາກົນ

ໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ ເອັດເຄ (SK) ເປັນໂຮງງານຂອງຄົນລາວ, ຜະລິດໝໍ້ແປງໄຟຟ້າ ທີ່ມີຄຸນນະພາບ ໄດ້ມາດຕະຖານສາກົນ ໂດຍການຜະລິດຈາກສີມືແຮງງານຂອງຄົນລາວ ອອກຮັບໃຊ້ສັງຄົມ ກໍຄື ກຸ່ມລູກຄ້າ ໄດ້ຢ່າງພຽງພໍກັບຄວາມຮຽກຮ້ອງຕ້ອງການ ເຊິ່ງໂຮງງານຕັ້ັງຢູ່ບ້ານໂພນສະອາດ ເມືອງປາກຊັນ ແຂວງບໍລິຄຳໄຊ.ທ່ານ ໄຊຍະເພັດ ຈັນທິສອນ ເຈົ້າຂອງໂຮງງານຜະລິດໝໍ້ແປງໄຟຟ້າ SK, ທັງເປັນປະທານບໍລິສັດເອັດອີເອັດ (SES) ກໍ່ສ້າງຄົບວົງຈອນ ຈຳກັດ ໃຫ້ສຳພາດຕໍ່ສືມວນຊົນເມື່ອບໍ່ດົນນີ້ວ່າ: ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈໍາກັດສ້າງຂຶ້ນ ໃນປີ 1997 ຈົນເຖິງປັດຈຸບັນ, ໃນເບື້ອງຕົ້ນໄດ້ດໍາເນີນທຸລະກິດກ່ຽວກັບຂະແໜງກໍ່ສ້າງ ແລະ ຕິດຕັ້ງໄຟຟ້າຄົບອົງຈອນ (ຕິດຕັ້ງໄຟຟ້າໃນອາຄານ, ຕິດຕັ້ງຕາຂ່າຍ 22kV ແລະ 0,4kV) ໂດຍດຳເນີນຈາກຄວາມຊຳນິຊຳນານ ແລະ ມີປະສົບການ.ມາຮອດປີ 2017 ບໍລິສັດ ໄດ້ສ້າງຕັ້ງໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ SK ເພື່ອສະໜອງໝໍ້ແປງໄຟຟ້າ ທີ່ມີຄຸນນະພາບຕາມຄວາມຕ້ອງການຂອງລູກຄ້າ ເຊິ່ງຜະລິດຕັ້ງແຕ່ຂະໜາດ 30-3.000 KVA, 1Phase-3Phase, ລະບົບແຮງດັນ 22 KV, ການຜະລິດແມ່ນຕາມມາດຕະຖານ ISO9001:2015 ແລະ ໄດ້ຮັບເຄື່ອງໝາຍການຜະລິດ Made in laos.ປັດຈຸບັນ, ໂຮງງານຜະລິດໝໍ້ແປງໄຟຟ້າ ຍີ່ຫໍ້ SK ມີຕົວແທນຈໍາໜ່າຍ 6 ສາຂາຄື: ສາຂາແຂວງບໍລິຄຳໄຊ (ທີ່ຕັ້ງໂຮງງານ), ສາຂານະຄອນຫລວງວຽງຈັນ, ສາຂາແຂວງວຽງຈັນ, ສາຂາແຂວງສະຫວັນນະເຂດ, ສາຂາແຂວງຈຳປາສັກ ແລະ ສາຂາແຂວງອັດຕະປື.ສຳລັບ ຂະບວນການຜະລິດ ໂຮງງານໄດ້ນຳໃຊ້ເຄື່ອງຈັກ ທີ່ທັນສະໄໝ ນຳເຂົ້າຈາກຕ່າງປະເທດ ແລະ ມີມາດຕະຖານ ISO ຮອງຮັບມາຕິດຕັ້ງ ເພື່ອທຳການຜະລິດໃຫ້ມີຄຸນນະພາບທຽບເທົ່າສາກົນ ແລະ ໄດ້ນຳເຂົ້າວັດຖຸດິບ ທີ່ມີຄຸນນະພາບ, ໄດ້ມາດຕະຖານຈາກຕ່າງປະເທດ ເຂົ້າໃນການຜະລິດ, ພ້ອມທັງໄດ້ຈ້າງວິສະວະກອນ, ຜູ້ຊ່ຽວຊານ ຈາກຕ່າງປະເທດ ແລະ ວິສະວະກອນ ຈາກພາຍໃນ ຈຳ ນວນໜຶ່ງ ເຂົ້າມາຄວບຄຸມ, ກວດກາ ແລະ ທົດສອບຂອງທຸກຂັ້ນຕອນການຜະລິດ. ສ່ວນບຸກຄະລາກອນ ໄດ້ນຳໃຊ້ແຮງງານທ້ອງຖິ່ນ ໂດຍໄດ້ສົ່ງໄປຝຶກອົບຮົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອໃຫ້ເຂົາເຈົ້າເຮັດວຽກຢ່າງມືອາຊີບ, ທັງເປັນການສ້າງວຽກເຮັດງານທຳ ໃຫ້ຄົນໃນທ້ອງຖິ່ນ ຕື່ມອີກ.ບໍລິສັດ SES ກໍ່ສ້າງຄົບວົງຈອນ ຈຳກັດ ໄດ້ດຳເນີນທຸລະກິດໃນ 4 ຂະແໜງການຄື: ຂະແໜງ ກໍ່ສ້າງ ແລະ ຕິດຕັ້ງໄຟຟ້າ ຄົບວົງຈອນ, ຂະແໜງໂຮງງານອຸດສາຫະກຳຜະລິດໝໍ້ແປງ SK, ຂະແໜງກໍ່ສ້າງເຄຫາສະຖານ ແລະ ຂະແໜງຈຳໜ່າຍສິນຄ້າໄຟຟ້າ ແລະ ແຜ່ນອາລຸຊິງ. ໃນໄລຍະຜ່ານມາ, ບໍລິສັດ ໄດ້ປະກອບສ່ວນຊຸກຍູ້ສົ່ງເສີມ, ຊ່ວຍເຫລືອສັງຄົມໃນຫລາຍດ້ານ ເປັນຕົ້ນ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໄພພິບັດ, ການສຶກສາ ແລະ ອື່ນໆ.