Homeຂ່າວພາຍໃນບໍລິສັດ First Lao Solutions ຂະຫຍາຍການລົງທຶນ ICT: ເປີດສຳນັກງານໃໝ່ ໃນນະຄອນຫຼວງວຽງຈັນ, ສະເຫຼີມສະຫຼອງຄົບຮອບ 16 ປີ ຮ່ວມກັບລູກຄ້າ.

ບໍລິສັດ First Lao Solutions ຂະຫຍາຍການລົງທຶນ ICT: ເປີດສຳນັກງານໃໝ່ ໃນນະຄອນຫຼວງວຽງຈັນ, ສະເຫຼີມສະຫຼອງຄົບຮອບ 16 ປີ ຮ່ວມກັບລູກຄ້າ.

ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ບໍລິສັດ ເຟີດລາວ ໂຊລູເຊີນ ຈຳກັດ ເຊິ່ງເປັນວິສາຫະກິດຊັ້ນນໍາ ແລະ ສະມາຊິກຂອງ ເຟີດກໍາປູເຈຍ ໄດ້ເປີດສຳນັກງານໃໝ່ ຢ່າງເປັນທາງການ ຢູ່ນະຄອນຫຼວງວຽງຈັນ ໂດຍຈັດງານລ້ຽງ ຂອບໃຈລູກຄ້າ ທີ່ສຳຄັນຈາກຂະແໜງການທະນາຄານ, ຄູ່ຮ່ວມງານຍຸດທະສາດ ແລະ ຕົວແທນຈາກພາກລັດຖະບານ ເຂົ້າຮ່ວມ ຫຼາຍກວ່າ 150 ທ່ານ.

ໃຫ້ກຽດ ເປັນປະທານ ໃນງານດັ່ງກ່າວ ມີ ພະນະທ່ານ ບັນດິດ ສາດສະດາຈານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເທັກໂນໂລຊີ ແລະ ການສື່ສານຂອງ ສປປ ລາວ, ແລະໄດ້ຮັບກຽດຢ່າງສູງ ຈາກທ່ານ Phanang HULKRANG ເອກອັກຄະລັດຖະທູດ ຂອງຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ, ພ້ອມທັງ ທ່ານນາງ Sokun HOUR ປະທານກໍາມະການບໍລິຫານ First Cambodia.

ໃນຄໍາປາໄສ ເປີດງານ, ທ່ານລັດຖະມົນຕີ ບໍ່ວຽງຄຳ ໄດ້ກ່າວຊົມເຊີຍ First Lao Solutions ໃນການສະໜັບສະໜູນການປ່ຽນແປງດິຈິຕອນຂອງປະເທດ ໂດຍທ່ານກ່າວວ່າ:”ພວກເຮົາກໍາລັງສ້າງອະນາຄົດດິຈິຕອນ ຂອງ ສປປ ລາວ ໂດຍອີງໃສ່ສາມເສົາຄໍ້າຫຼັກ: ເສດຖະກິດດິຈິຕອນ, ລັດຖະບານດິຈິຕອນ, ແລະການສົ່ງເສີມ ສັງຄົມດິຈິຕອນ”. ຂ້າພະເຈົ້າເຊີນຊວນໃຫ້ລູກຄ້າ ແລະ ອົງການຈັດຕັ້ງທຸກພາກສ່ວນ ຫັນມາໃຊ້ການບໍລິການກັບ First Lao Solutions ໃນການຫັນເປັນ ດິຈິຕອນ, ການຫັນເປັນດິຈີຕອນໃນ ສປປ ລາວ ຈະໄດ້ມີການຮ່ວມກັບຣາຊະອານາຈັກ ກໍາປູເຈຍ, ຮ່ວມມືໃນພາກພື້ນ ແລະ ອາຊຽນ ມີຄວາມສໍາຄັນ ໃນການບັນລຸເປົ້າໝາຍ ດິຈິຕອນແຫ່ງຊາດ ຂອງພວກເຮົາ.

ງານນີ້ ໄດ້ຈັດຂຶ້ນຢູ່ທີ່ໂຮງແຮມ Crowne Plaza Vientiane ປະກອບມີການສະແດງວັດທະນະທໍາ, ການກ່າວຄໍາປາໄສຢ່າງເປັນທາງການ ແລະ ໂອກາດການສ້າງຄວາມເຊື່ອມໂຍງສົ່ງເສີມການເຊື່ອມຕໍ່ລະຫວ່າງລູກຄ້າ, ຄູ່ຮ່ວມງານ ແລະ ຜູ້ນໍາທາງເທັກໂນໂລຊີ. ຈຸດເດັ່ນທີ່ສໍາຄັນຂອງງານຄືນນັ້ນ ເປັນການປະກາດ ຢ່າງເປັນທາງການເຖິງ ທີ່ຕັ້ງສໍານັກງານໃໝ່ ຂອງບໍລິສັດ ທີ່ຕັ້ງຢູ່ ໜ່ວຍທີ 08, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ເຊິ່ງຈະເປັນຈຸດສໍາຄັນໃນການສະໜອງການບໍລິການທ້ອງຖິ່ນ ແລະ ການສະໜັບສະໜູນ ທີ່ດີຂຶ້ນ.

ໃນງານດັ່ງກ່າວ, ທ່ານນາງ Sokun HOUR ປະທານກໍາມະການບໍລິຫານ First Cambodia ໄດ້ແບ່ງປັນຄວາມຂອບໃຈຂອງລາວວ່າ: “ໃນຂະນະທີ່ພວກເຮົາ ກໍາລັງຮ່ວມສະເຫຼີມສະຫຼອງຄົບຮອບ 16 ປີ ແຫ່ງຄູ່ຮ່ວມງານ ທີ່ໄວ້ວາງໃຈໄດ້, ເຫດການນີ້ ສະທ້ອນໃຫ້ເຫັນເຖິງ ຄວາມຂອບໃຈຢ່າງເລິກເຊິ່ງ ຂອງພວກເຮົາ ຕໍ່ລູກຄ້າ ແລະ ຄູ່ຮ່ວມງານ ໃນທຸກຂະແໜງ. ການເປີດຕົວສໍານັກງານໃໝ່ຂອງພວກເຮົາ ສະແດງໃຫ້ເຫັນ ການລົງທຶນໄລຍະຍາວ ຂອງພວກເຮົາ ໃນ ສປປ ລາວ, ດ້ວຍທີມງານທີ່ເຕີບໂຕ ແລະ ການເສີມສ້າງຄວາມສາມາດທ້ອງຖິ່ນ ເພື່ອໃຫ້ການບໍລິການ ໃນຕະຫຼາດ ໄດ້ດີຂຶ້ນ.”

First Lao Solutions ສະໜອງບໍລິການ ແລະ ການແກ້ໄຂ IT ແບບລວມ ເລີ່ມຕັ້ງແຕ່ໂຄງສ້າງພື້ນຖານ IT ວິສະຫະກິດ, ການເກັບຮັກສາຂໍ້ມູນ, ຄວາມປອດໄພທາງໄຊເບີ, ແລະ ແອັບພລິເຄຊັນທຸລະກິດ ໃຫ້ກັບລູກຄ້າໃນທຸກຂະແໜງການ ລັດຖະບານ, ທະນາຄານ, ການສຶກສາ ແລະ ການຄ້າ.

📍 ທີ່ຢູ່ສໍານັກງານໃໝ່:: ໜ່ວຍທີ 08, ບ້ານໂພນໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ.

📌 ເບິ່ງໃນ Google Maps