Home Blog Page 255

ປະມານ 22 ໂຕ່ນຂີ້ເຫຍື້ອມື້ສຸດທ້າຍງານບຸນຊ່ວງເຮືອ ທ່າວັດຈັນ ເຂດນອກ

0

ຫຼັງສຳເລັດງານບຸນເທດສະການຕ່າງໆ ສິ່ງທີ່ຕາມມາກໍ່ຄືບັນຫາຂີ້ເຫຍື້ອ ແລະ ໃນງານບຸນຊ່ວງເຮືອ ອອກພັນສາ ທີ່ໜ້າວັດຈັນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ທີ່ສຳເລັດໄປໃນຄືນວັນທີ 3 ຕຸລາ 2020 ຜ່ານມາ ພາກສ່ວນທີ່ຮັບຜິດຊອບອະນາໄມມ້ຽນມັດຂີ້ເຫຍື້ອ ໃຫ້ຮູ້ວ່າ ຂີ້ເຫຍື້ອໃນຄືນສຸດທ້າຍ ເຂດນອກ ປະມານ 22 ໂຕນ ແລະ ເຂດໃນສວນເຈົ້າອານຸວົງ ປະມານ 20 ລົດຂົນຂີ້ເຫຍື້ອ.

ທ່ານ ວິໄຊ ອິນທະສານ ຮອງຫົວໜ້າບໍລິສັດອະນາໄມ ຈັນທະບູລີ ຈຳກັດ ໃຫ້ສຳພາດວ່າ: ການເຮັດອະນາໄມໃນງານບຸນຊ່ວງເຮືອປີນີ້ ທາງບໍລິສັດແມ່ນຮັບຜິດຊອບອະນາໄມມ້ຽນຂີ້ເຫຍື້ອ ເສັ້ນທາງເສດຖາທິຣາດ ແຕ່ໜ້າທະນາຄານພັດທະນາລາວ ລົງຮອດຫໍຄຳ ແລະ ລ້ຽວຂຶ້ນມາ 4 ແຍກໂຮງໝໍມະໂຫສົດ ແລະ ຂຶ້ນມາຮອດ 3 ແຍກ ວິທະຍາໄລປາກປ່າສັກ ລວມຄວາມຍາວ ປະມານ 3 ກິໂລແມັດ.

ເຊິ່ງນັບແຕ່ມື້ເປີດງານບຸນຊ່ວງເຮືອຢ່າງເປັນທາງການເປັນຕົ້ນມາຄື: ແຕ່ໃນຄືນວັນທີ 30 ກັນຍາ ແມ່ນເກັບມ້ຽນຂີ້ເຫຍື້ອໄດ້ປະມານ 3 ໂຕນ, ຄືນວັນທີ 1 ຕຸລາ ເກັບໄດ້ 4 ໂຕນ, ວັນທີ 2 ຕຸລາ ມ້ຽນຂີ້ເຫຍື້ອໄດ້ 6 ໂຕນ, ມາວັນທີ 3 ຕຸລາ ປັດກວາດໄດ້ ປະມານ 10 ໂຕນ ແລະ ໃນວັນທີ 4 ຕຸລາ ຄາດວ່າຂີ້ເຫຍື້ອ ຈະໄດ້ປະມານ 22 ໂຕນ ໃຊ້ແຮງງານປັດກວາດ 60 ຄົນ ໂດຍໄດ້ເລັ່ງອະນາໄມກວາດຂີ້ເຫຍື້ອໃຫ້ສໍາເລັດໂດຍພື້ນຖານ ເພື່ອບໍ່ໃຫ້ລົມພັດປິ່ວໄປເຂດອື່ນ ແລະ ພາຍຫຼັງປັດກວາດສຳເລັດແລ້ວ ຈະໄດ້ໃຊ້ນຳລ້າງ ປະມານ 23 ລົດສະແຕກ ແລະ ໃຫ້ສຳເລັດ 100% ໃນວັນທີ 5 ຕຸລາ 2020.

ທ່ານ ສົມນຶກ ວິໄລແສງ ຕ່າງໜ້າຈາກ ກຸ່ມບໍລິສັດ ດາວເຮືອງ ແລະ ບໍລິສັດ ຟູຈິວາລະ ຜູ້ຮັບຜິດຊອບເຂດດ້ານໃນສວນເຈົ້າອານຸວົງ ໃຫ້ສຳພາດວ່າ: ເຂດຮັບຜິດຊອບພວກເຮົາແມ່ນສວນເຈົ້າອານຸວົງ, ເບື້ອງແຄມຂອງ ຮອດບ່ອນຊ່ວງເຮືອ ແມ່ນພວກເຮົາຮັບຜິດຊອບທັງໝົດ ແລະ ວິທີຈັດການຂີ້ເຫຍື້ອແມ່ນພວກເຮົາມີພະນັກງານ ທັງໝົດ 120 ຄົນ ໂດຍໃນມື້ນີ້ (ວັນທີ 4 ຕຸລາ 2020) ຈະໄດ້ເລັ່ງອະນາໄມເກັບມ້ຽນຂີ້ເຫຍື້ອໃຫ້ສຳເລັດພາຍໃນ 22 ໂມງຂອງມື້ນີ້ ໂດຍຄາດວ່າຈະມີຂີ້ເຫຍື້ອປະມານ 20 ຄັນລົດ.

ທ່ານກ່າວຕື່ມວ່າ ການອະນາໄມລ່າຊ້າແມ່ນມາຈາກບັນຫາເຕັ້ນຂອງຊາວຄ້າຂາຍທີ່ມາເກັບມ້ຽນ, ມ້າງຊ້າ ເຮັດໃຫ້ພວກເຮົາເຮັດອະນາໄມບໍ່ໄດ້ທັນທີ່ຫຼັງແລ້ວງານ. ສະນັ້ນ, ເຊົ້າມາຈຶ່ງເຫັນພາບກອງຂີ້ເຫຍື້ອຢາຍຊະຊາຍ ແລະ ຖ້າບັນດາຜູ້ຄ້າຂາຍມາມ້າງຮ້ານອອກແລ້ວ ພວກເຮົາຈຶ່ງໄດ້ອະນາໄມ ແລະ ຂີ້ເຫຍື້ອທີ່ອະນາໄມຍາກທີ່ພົບໃນຍຸກປັດຈຸບັນແມ່ນເຄສໂທລະສັບ, ແຜ່ນຕິດກັນແຕກໂທລະສັບ ແລະ ມີບັນຫາຂີ້ເຫຍື້ອຊະຊາຍຈາກບັນດາລໍ້ຂາຍເຄື່ອງເລ້, ຜູ້ມານັ່ງກິນອາຫານຕາມເດີ່ນສວນເຈົ້າອານຸວົງ ແລ້ວຖິ້ມຊະຊາຍ ແລະ ໄດ້ຝາກເຖິງພໍ່ແມ່ປະຊາຊົນ ກໍ່ຄືຜູ້ທີ່ໄປທ່ຽວໃນງານບຸນ, ເທດສະການຕ່າງໆ ເມື່ອທ່ານຊື້ເຄື່ອງ ຫຼື ແນວກິນ ເມື່ອມີຂີ້ເຫຍື້ອໃນມື ແມ່ນຢາກໃຫ້ຖິ້ມເປັນລະບຽບ, ໃສ່ຖົງມັດແລ້ວຖິ້ມໃສ່ຖັງຂີ້ເພື່ອເຮັດໃຫ້ສະດວກໃນການເກັບມ້ຽນ ພ້ອມຝາກເຖິງຊາວຄ້າຂາຍຜູ້ເວລາຢູ່ໃນບູດ ຫຼື ຮ້ານຕົນເອງ ເວລາຈະອອກເມື່ອ ກໍ່ຂໍໃຫ້ມ້ຽນຂີ້ເຫຍື້ອໃນຮ້ານຕົນ.

ແຮງງານຕ່າງປະເທດຈຳນວນ 34ຄົນ ໄດ້ຮັບໃບຢັ້ງຢືນປອດເຊື້ອໂຄວິດ-19

0

ວັນທີ 2 ຕຸລາ 2020 ນີ້ ຢູ່ທີ່ສູນກັກກັນ ເຜົ້າລະວັງ ໂຄວິດ 19 ບ້ານດ່ານໄຊ ນ້ຳຊຳ 3 ແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແຮງງານຕ່າງປະເທດທີ່ມາເຮັດວຽກຢູ່ເຂື່ອນໄຟຟ້ານ້ຳຊຳ 3 ຈຳນວນ 34 ຄົນ ຍິງ 1 ຄົນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຽນທອງ ທຳບຸນໄຊ ຮອງເຈົ້າເມືອງຊຳໃຕ້, ມີທ່ານ ບຸນຍອດ ນະຕິກຸນ ຮອງຫົວໜ້າ ກອງບັນຊາການ ທະຫານເມືອງຊຳໃຕ້ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ແລະ ພະນັກງານບໍລິສັດ SCI ເຂົ້າຮ່ວມຢ່າງພ້ອມພຽງ.

ຫຼັງຈາກສະພາບການລະບາດຂອງພະຍາດ ໂຄວິດ 19 ຜ່ອນຄາຍລົງລະດັບໜຶ່ງ ລັດຖະບານລາວຈຶ່ງໄດ້ອອກມາດຕະການຜ່ອນຜັນ ການຕິດຕາມ ເຝົ້າລະວັງ ພະຍາດ ໂຄວິດ 19 ດັ່ງນັ້ນ, ບໍລິສັດ SCI ກໍ່ສ້າງເຂື່ອນໄຟຟ້າ ນ້ຳ 3 ຈິງໄດ້ນຳເຂົ້າແຮງງານຈາກ ສສ ຫວຽດນາມ ຈຳນວນຫຼາຍ ເພື່ອເຂົ້າມາສືບຕໍ່ກໍ່ສ້າງໂຄງການດັ່ງກ່າວໃຫ້ສຳເລັດຕາມສັນຍາ ເຊີ່ງແຮງງານທີ່ນຳເຂົ້າໃນຄັ້ງນີ້ ມີຈຳນວນ 34 ຄົນ, ຍິງ 1 ຄົນ, ທາງໜ່ວຍສະເພາະກິດເຜົ່າລະວັງພະຍາດ ໂຄວິດ 19 ຂັ້ນເມືອງ ຈຶ່ງໄດ້ນຳເອົາແຮງງານຈຳນວນດັ່ງກ່າວ ເຂົ້າສູນກັກກັນ ເຜົ້າລະວັງພະຍາດດັ່ງ ຢ່າງໃກ້ຊິດແຕ່ ວັນທີ 16 ກັນຍາ 2020 ເຊີ່ງທຸກຄົນໄດ້ຜ່ານການກວດ ວັດແທກອຸນຫະພູມຮ່າງກາຍ, ກວດອາການຜິດປົກກະຕິ ທຸກວັນ ໂດຍພະນັກງານແພດ ໂຮງໝໍເມືອງຊຳໃຕ້, ສີດພົ່ນຢາຂ້າເຊື້ອໃນບໍລິເວນຫ້ອງ ແລະ ສູນກັກກັນເປັນປະຈຳ ເຊີ່ງຜ່ານການຕິດຕາມເປັນເວລາ 14 ວັນ ເຫັນວ່າບໍ່ພົບຜູ້ທີ່ມີອາຫານໄຂ້ ຫຼື ອາການສົງໄສອື່ນໆ ແຕ່ຢ່າງໃດ.

ສະນັ້ນ, ມາໃນວັນທີ 2 ຕຸລາ 2020 ນີ້ ຈຶ່ງໄດ້ມອບໃບຢັ້ງຢືນໃຫ້ແຮງງານດັ່ງກ່າວ ໂດຍໃຫ້ກຽດກ່າວມອບໂດຍທ່ານ ຄຽນທອງ ທຳບຸນໄຊ ຮອງເຈົ້າເມືອງຊຳໃຕ້ ເພຶ່ອເປັນຫຼັກຖານຢັ້ງຢືນຈາກໜ່ວຍສະເພາະກິດ ຕິດຕາມ ເຜົ້າລະວັງ ພະຍາດ ໂຄວິດ 19 ຂອງເມືອງຊຳໃຕ້ ເພື່ອສະດວກໃນການເຮັດວຽກ ແລະ ສາມາດດຳລົງຊິວີດຮ່ວມກັບສັງຄົມເປັນປົກກະຕິ.

ຂ່າວ-ພາບ: ໂອທອນ

ເຈົ້າແຂວງຈໍາປາສັກຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງປະທານອົງການກວດສອບແຫ່ງລັດ

0

ທ່ານ ປອ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ ໄດ້ຕ້ອນຮັບການເດີນທາງມາເຄື່ອນໄຫວເຮັດວຽກຂອງ ທ່ານ ປອ ນາງ ວຽງຄໍາ ສີພັນດອນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ໃນວັນທີ 2 ຕຸລາ 2020 ຢູ່ທີ່ຫ້ອງຮັບແຂກພິເສດ ຫ້ອງວ່າການແຂວງ.

ທ່ານ ປອ ນາງ ວຽງຄໍາ ສີພັນດອນ ໄດ້ກ່າວວ່າ: ການເດີນທາງມາແຂວງຈໍາປາສັກໃນຄັ້ງນີ້ ແມ່ນເພື່ອປະກາດການຈັດຕັ້ງປະທານອົງການກວດສອບປະຈໍາພາກໃຕ້ ,ຊີ້ນໍາຕິດຕາມກວດກາ ແລະຊຸກຍູ້ວຽກງານກວດສອບຢູ່ບັນດາແຂວງພາກໃຕ້ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ,ຕິດຕາມຊຸກຍູ້ວຽກງານການສະໜອງທຶນໃຫ້ວິສາຫະກິດຂະໜາດນ້ອຍ,ຂະໜາດກາງ(SME) ໂອກາດນີ້.

ທ່ານເຈົ້າແຂວງຈໍາປາສັກໄດ້ຖືໂອກາດນີ້ກ່າວສະແດງຄວາມຕ້ອນຮັບ ແລະລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ ຍົກໃຫ້ເຫັນສະພາບຄວາມສະດວກ ຂໍ້ຫຍຸ້ງຍາກ ແລະສິ່ງທ້າທາຍບາງດ້ານທີ່ກະທົບຕໍ່ເສດຖະກິດຊີວິດການເປັນຢູ່ຂອງປະຊາຊົນ ອັນມີຜົນມາຈາກການລະບາດພະຍາດໂຄວິດ -19,ປະຈຸບັນຄະນະພັກ-ອົງການປົກຄອງແຂວງຈໍາປາສັກກໍໄດ້ສືບຕໍ່ສຸມໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຄຽງຄູ່ກັບການພັດທະນາເສດຖະກິດ ແລະຂະບວນການຢ່າງຮອບດ້ານເພື່ອກະກຽມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງທີ່ຈະໄຂຂຶ້ນໃນມໍ່ໆນີ້.

ເກດສະໜາ ແກ້ວສຸວັນນະແສງ

ທະນາຄານແຫ່ງ ສປປລາວ ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດcovid-19 ທີ່ແຂວງຈໍາປາສັກ

0

ທະນາຄານແຫ່ງ ສປປລາວ ໄດ້ຈັດກອງປະຊຸມເຜີຍແຜ່ໂຄງການສິນເຊື່ອເພື່ອການຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ທີ່ສາຂາທະນາຄານ ປະຈໍາພາກໃຕ້ ແຂວງຈໍາປາສັກ ໃນວັນທີ 2 ຕຸລາ 2020.ໂດຍໃຫ້ກຽດເປັນປະທານຂອງທ່ານ ຄໍາແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານແຫ່ງ ສປປລາວ,ທ່ານ ນວນຕາ ແກ້ວມະນີ ຫົວໜ້າສາຂາທະນາຄານແຫ່ງ ສປປລາວ ປະຈໍາພາກໃຕ້, ມີພະແນກການ ແລະຂະແໜງການທີ່ກ່ຽວຂ້ອງ,ມີບັນດາຫົວໜ່ວຍທຸລະກິດທະນາຄານ,ທຸລະກິດພາກລັດແລະ ເອກະຊົນເຂົ້າຮ່ວມ.

#ກອງປະຊຸມຄັ້ງນີ້ໄດ້ເຜີຍແຜ່ ແລະນໍາສະເໜີສະພາບການຈັດຕັ້ງປະຕິບັດນະໂຍບາຍການເຂົ້າເຖິງການບໍລິການຂອງທະນາຄານ ແລະ ການສະໜອງທຶນໃຫ້ແກ່ ວິສາຫະກິດຂະໜາດນ້ອຍ ແລະ ກາງ (SME s) ,ນໍາສະເໜີຫົວຂໍ້ໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດແລະ ແກ້ໄຂຜົນກະທົບຈາກພະຍາດ covid-19 ,ຈາກນີ້ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາເຫັນສົນທະນາໃນແຕ່ລະບັນຫາ ທີ່ມີຄວາມສົນໃຈ ໂດຍສະເພາະເງື່ອນໄຂທີ່ຈະເຂົ້າເຖິງແຫຼ່ງທຶນສິນເຊື່ອໄດ້ຫຼາຍຂຶ້ນ ແລະຕອບສະໜອງໃນເວລາທີ່ມີຄວາມຕ້ອງການ.

ທ່ານ ຄໍາແກ້ວ ວິສີສົມບັດ ວ່າການຫົວໜ້າກົມບໍລິການທະນາຄານແຫ່ງ ສປປລາວ ໄດ້ກ່າວວ່າ: ຈຸດປະສົງໃນການເປີດກອງປະຊຸມເຜີຍແຜ່ຄັ້ງນີ້ ກໍ່ແມ່ນເພື່ອໃຫ້ບັນດາທ່ານທີ່ມີສ່ວນຮ່ວມກັບການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ໄດ້ມີຄວາມເຂົ້າໃຈ ແລະ ເພື່ອຮັບປະກັນຂອດຈັດຕັ້ງປະຕິບັດໂຄງການດັ່ງກ່າວເປັນເອກະພາບແລະມີປະສິດທີ່ຜົນສູງ.ກໍາໄດ້ບາງເນື້ອໃນຂອງຂໍ້ຕົກລົງວ່າດວ້ຍໂຄງການສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ19ສະບັບເລກທີ 318/ທຫລ ແລະຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

ເກດສະໜາ ແກ້ວສຸວັນນະແສງ

ເສົ້າໃຈລົດຈັກຕໍາພໍ່ຕູ້ອາຍຸ 86 ປີ ເສຍຊີວິດຄາທີ່

0

ນະຄອນຫຼວງວຽງຈັນ: ລາຍງານຈາກ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລາວ ໃຫ້ຮູ້ວ່າ ໃນວັນທີ 5 ຕຸລາ 2020 ເວລາ 09:35 ໂມງ. ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດຈັກຕຳຄົນຍ່າງ.

ຈຸດເກີດເຫດແມ່ນບ້ານພະຂາວ ເມືອງໄຊທານີ ນະຄອນຫລວງວຽງຈັນ. ໜ່ວຍກູ້ໄພອອກກວດສອບເຫດພົບວ່າມີຄົນເຈັບ 1 ຄົນ ເພດຊາຍ ອາຍຸ 86 ປີ ອາຊີບປະຊາຊົນ ບ້ານຮ່ອງສຸພາບ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.
ອາການເບື້ອງຕົ້ນແມ່ນກະທົບຫົວແລະຫນ້າເອິກ(ເສຍຊີວິດຄາທີ່).

ດັ່ງນັ້ນໜ່ວຍກູ້ໄພມູນນິທິ1623 ຈຶ່ງໄດ້ນຳສົ່ງສົບໃຫ້ຄອບຄົວຜູ້ເສຍຊີວິດເພື່ອນຳໄປເຮັດພິທີທາງສາສະຫນາ. ສ່ວນການດໍາເນີນການກວດສອບ ອຸບັດຕິເຫດຄັ້ງນີ້ ເຈົ້າໜ້າທີ່ກ່ຽວຂ້ອງຈະດໍາເນີນໄປຕໍາຂັ້ນຕອນກົດໝາຍຕໍ່ໄປ.

ທາງຫນ່ວຍກູ້ໄພມູນນິທິ 1623 ຂໍສະແດງຄວາມເສຍໃຈນຳຄອບຄົວແລະຍາດຕິພີ່ນ້ອງກັບການສູນເສຍຄັ້ງນີ້ດ້ວຍ

ແຂວງບໍ່ແກ້ວ ໄຂກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI

0

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 05 ຕຸລາ 2020 ທີ່ຫໍປະຊຸມໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານ ແລະ ກ່າວໄຂກອງປະຊຸມຂອງ ສະຫາຍ ປອ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້ງແຂວງແຂວງບໍ່ແກ້ວ ມີຜູ້ແທນສົມບູນ 223 ສະຫາຍ, ຍິງ 26 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວແຂວງ ຈຳນວນ 9.191 ສະຫາຍ ແລະ ບັນດາສະຫາຍການນຳສູນກາງ, ພະນັກງານອາວຸໂສບໍານານເຂົ້າຮ່ວມ. ກອງປະຊຸມໄດ້ເປັນກຽດຕ້ອນຮັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານກວດກາສູນກາງພັກ.

ສະຫາຍ ປອ ບົວຄົງ ນາມມະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ເຊິ່ງອົງຄະນະພັກແຂວງບໍ່ແກ້ວ ໄດ້ຕີລາຄາຜົນການຊີ້ນຳນຳພາໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ V ( 2016 – 2020 ) ແລະ ທິດທາງແຜນການ 5 ປີ ( 2021 – 2025 ) ໄດ້ຍົກໃຫ້ເຫັນຜົນສຳເລັດໃນແຕ່ລະຂົງເຂດວຽກງານເຊັ່ນ: ວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນຳ – ສັງຄົມ, ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຕາມທິດ 3 ສ້າງ, ການບູລະນະລັດ ປະຊາທິປະໄຕປະຊາຊົນ ແລະ ສ້າງສະຕິເຄົາລົບກົດໝາຍ, ວຽກງານແນວໂຮມ ແລະ ມະຫາຊົນ, ວຽກງານປັບປຸງ, ກໍ່ສ້າງພັກ ແລະ ພະນັກງານ, ວຽກງານການຕ່າງປະເທດ, ທີ່ພົ້ນເດັ່ນຕະຫຼອດໄລຍະ 5 ປີ ຜ່ານມາ.

ທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງໜັ້ກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ເສດຖະກິດສັງຄົມໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍ 7,4%ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 3.181 ກວ່າຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 1,900 ໂດລາຕໍ່ຄົນຕໍ່ປີ.

ກອງປະຊຸມຍັງຈະໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານພັກແຂວງບໍ່ແກ້ວຊຸດໃໝ່ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນເຕັມຈຶ່ງສຳເລັດ.

ເລື່ອງດີໆ! ປະຊາຊົນບ້ານຫ້ວຍນາງລີ້ ຮ່ວມໃຈສ້າງທາງເບຕົງ ມີຄວາມຍາວ 1 ກິໂລແມັດ ຜ່ານໃຈກາງບ້ານ

0

ປະຊາຊົນບ້ານຫ້ວຍນາງລີ້ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ຮ່ວມໃຈກັນກໍ່ສ້າງທາງເບຕົງ ມີຄວາມກວ້າງ 6 ແມັດ, ຍາວ 1.150 ແມັດ ເຂົ້າຜ່ານໃຈກາງບ້ານ ໂດຍເຮື່ອແຮງຂອງປະຊາຊົນ ແລະ ການປຸກລະດົມ ທາງດ້ານທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.

ພິທີເລີ່ມລົງມືກໍ່ສ້າງແມ່ນໄດ້ເລີ່ມຈັດຕັ້ງປະຕິບັດໃນວັນທີ 04 ຕຸລາ 2020 ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ພ້ອມດ້ວຍອຳນາດ ການປົກຄອງ, ພໍ່ແມ່ປະຊາຊົນ, ບັນດາຫ້າງຮ້ານ ແລະ ຫົວໜ່ວຍທຸລະກິດທີ່ໃຫ້ການປະກອບສ່ວນເຂົ້າຮ່ວມ.

ທ່ານ ສົມເດັດ ແສງສຸວັນນຸຮັກ ນາຍບ້ານຫ້ວຍນາງລີ້ ໄດ້ໃຫ້ສຳພາດວ່າ: ໂຄງການດັ່ງກ່າວນີ້ ແມ່ນຢູ່ພາຍໃຕ້ ແຜນງານ 3 ສ້າງຂອງບ້ານ ເຊິ່ງໄດ້ມີແຜນມາແຕ່ປີ 2019. ດ້ວຍຄວາມເຫັນດີເຫັນພ້ອມຂອງຄະນະພັກ, ການຈັດຕັ້ງ ແລະ ພໍ່ແມ່ປະຊາຊົນ ທີ່ມີຄວມຮຽກຮ້ອງຕ້ອງການຢາກໃຫ້ມີເສັ້ນທາງຜ່ານບ້ານທີ່ມີຄວາມສະດວກສະບາຍໃນການສັນຈອນໄປ-ມາ ກໍ່ຄືການຍົກລະດັບຈາກທາງດິນແດງໃຫ້ເປັນທາງເບຕົງ ແລະ ຜ່ານການກະກຽມມາໄດ້ໄລຍະໜຶ່ງຈຶ່ງໄດ້ຕັດສິນໃຈປຸກລະດົມທາງດ້ານທຶນຮອນ ແລະ ກຳລັງເຮື່ອແຮງ, ວັດຖຸເພື່ອລິເລີ່ມລົງມືກໍ່ສ້າງ.

ໂດຍທຶນຮອນຈຳນວນໜຶ່ງແມ່ນໄດ້ມາຈາກການປະກອບສ່ວນຈາກວັດ ບ້ານຫ້ວຍນາງລີ້ ພ້ອມນັ້ນກໍ່ໄດ້ປຸກລະດົມໂດຍອີງໃສ່ການນຳພັກ-ລັດ ທີ່ຢູ່ພາຍໃນບ້ານເປັນຜູ້ຊ່ວຍໃນການປຸກລະດົມ. ເຊິ່ງໂຄງການດັ່ງກ່າວແມ່ນມີຄວາມຍາວທັງໝົດ 1.150 ແມັດ, ຄວາມກວ້າງ 6 ແມັດ, ມີຄວາມໜາຂອງເບຕົງ 18 ຊັງຕີແມັດ ໂດຍມີວິຊາການຈາກຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ລົງມາຕິດຕາມ, ແນະນຳທາງດ້ານເຕັກນິກ ໃນການກໍ່ສ້າງ, ຄາດວ່າຈະໃຊ້ງົບປະມານເຂົ້າໃນການກໍ່ສ້າງທັງໝົດປະມານ 1 ຕື້ກວ່າກີບ. ສ່ວນວ່າໄລຍະຂອງການ ຈັດຕັ້ງປະຕິບັດແມ່ນອີງໃສ່ກຳລັງແຮງຂອງປະຊາຊົນ ແລະ ການປະກອບສ່ວນທຶນຮອນ, ວັດຖຸຈາກພາກສ່ວນຕ່າງໆ.

ກອງບັນຊາການທະຫານແຂວງສະຫວັນະເຂດ ມອບເງິນນະໂຍບາຍຕໍ່ພະນັກງານທີ່ພັກຜ່ອນຮັບບຳນານ

0

ໃນວັນທີ 2 ຕຸລາ 2020 ນີ້ ກອງບັນຊາການທະຫານແຂວງສະຫວັນະເຂດ,ໄດ້ຈັດພິທີມອບເງິນອຸດໜູນໃຫ້ພະນັກງານພັກຜ່ອນຮັບບຳນານຈຳນວນ 6 ສະຫາຍ ຈຳນວນເງິນ 37.000.000 ກີບ ໂດຍເປັນກຽດເຂົ້າຮ່ວມຂອງພັນເອກ ສີ ທະວີໄຊ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງສະຫວັນະເຂດ,ມີພັນເອກ ຄຳເພັດ ສຸລິຍະວົງ ຮອງເລຂາຄະນະພັກຫົວໜ້າການທະຫານກອງບັນຊາການທະຫານແຂວງ,ມີຄະນະພັກກອງບັນຊາການທະຫານແຂວງ,ພ້ອມດ້ວຍພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດດັ່ງກ່າວນີ້ ພັນເອກ ຄຳເພັດ ສຸລິຍະວົງ ຫົວໜ້າການທະຫານກອງບັນຊາການທະຫານແຂວງ,ກໍ່ໄດ້ຕາງໜ້າໃຫ້ຄະນະພັກ – ຄະນະບັນຊາກອງບັນຊາການທະຫານແຂວງ ມີຄໍາໂອ້ລົມຕໍ່ພະນັກງານທີ່ພັກຜ່ອນບຳນານຄັ້ງນີ້ ເຊິ່ງສະຫາຍໄດ້ສະແດງຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາສະຫາຍໄດ້ປະກອບສ່ວນສ້າງຄຸນງາມຄວາມດີຜົນງານດ້ານຕ່າງໆໃຫ້ແກ່ປະເທດຊາດໃນໄລຍະຜ່ານມາໂດຍບໍ່ຮູ້ອິດຮູ້ເມື່ອຍ,ມີຜົນສຳເລັດທຸກດ້ານທີ່ປະເທດຊາດກໍ່ຄືປະຊາຊົນມອບໝາຍໃຫ້ແຕ່ຕົ້ນຕະຫຼອດປາຍ ພ້ອມທັງສະແດງຄວາມເຊື່ອໜັ້ນວ່າພາຍຫຼັງພັກຜ່ອນບຳນານແລ້ວແຕ່ລະສະຫາຍຈະໄດ້ສືບຕໍ່ປະກອບສ່ວນຊ່ວຍເຫຼືອອຳນາດການປົກຄອງກໍ່ຄືຊ່ວຍເຫຼືອສືກສາອົບຮົມລູກຫຼານ ແລະ ພໍ່ແມ່ປະຊາຊົນໃຫ້ປະຕິບັດລະບຽບກົດໝາຍບ້ານເມືອງ ເພື່ອໃຫ້ເຂົາເຈົ້າກາຍເປັນຄົນດີຂອງສັງຄົມ ແລະ ເປັນກຳລັງແຮງອັນສຳຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂື້ນໄປເລື້ອຍໆ

ພາບ – ຂ່າວ ພານິດ ພິລາວົງ

ທະຫານແຂວງ

ກໍ່ເຫດ! ລັກລົດຈັກ ເຈົ້າໜ້າທີ່ໃຊ້ເວລາ 5 ວັນ ຕິດຕາມນໍາກັກຄົນຮ້າຍພ້ອມຂອງກາງ (ລົດຈັກ)

0

ເຈົ້າໜ້າທີ່ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກ ນາງ ບຸນເລືອງ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນວ ວັນທີ 13 ກັນຍາ 2020 ວ່າ: ມີຄົນຮ້າຍມາລັກລົດຈັກຂອງຜູ້ກ່ຽວ ເລກທະບຽນ ດຕ 9039 ກໍາແພງນະຄອນ, ທີ່ຈອດໄວ້ໜ້າເຮືອນຂອງຕົນ ເຈົ້າໜ້າທີ່ກໍ່ຮີບຮ້ອນຕິດຕາມນຳຈັບຜູ້ລົງມືກໍ່ເຫດໄດ້ 1 ຄົນ ພ້ອມເກັບກູ້ຂອງກາງມາໄດ້ພາຍໃນ 5 ວັນຄື: ທ້າວ ໄຊມັອນ ອາຍຸ 31 ປີ, ອາຊີບວ່າງງານ, ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທ້າວ ໄຊມັອນ ໃຫ້ການຍອມຮັບສາລະພາບກັບເຈົ້າໜ້າທີ່ວ່າ: ວັນທີ 13 ກັນຍາ 2020 ຕົນເອງໄດ້ໄປລັກເອົາລົດຈັກ KOLAO ສີຂຽວ ທະບຽນ ດຕ 9039 ກໍາແພງນະຄອນ (ລູກກະແຈສຽບຄາປະໄວ້ລົດ) ທີ່ຈອດປະໄວ້ຢູ່ເຮືອນຂອງນາງ ບຸນເລືອງ ເຊິ່ງຕິດກັບເຮືອນຂອງຕົນ ຢູ່ບ້ານ

ໃໝ່ ເມືອງສີໂຄດຕະບອງ ນວ. ຫຼັງຈາກນັ້ນ ຕົນເອງກະໄດ້ເຂົ້າໄປລັກເອົາລົດ ແລະ ໄດ້ຂີ່ລົດໄປຂໍເງິນນໍາພໍ່ຢູ່ບ້ານຕາດທອງ ແຕ່ພໍ່ບໍ່ຢູ່ເຮືອນ ແລ້ວຕົນເອງຈຶ່ງໄດ້ຂີ່ລົດຈັກຄັນດັ່ງກ່າວໄປຈໍານໍາ ທ້າວ ອາຕີ ຢູ່ບ້ານໜອງດາ ເມືອງສີໂຄດຕະບອງ ໃນລາຄາ 1 ແສນຫ້າສິບພັນ (ແຕ່ຍັງບໍ່ທັນໄດ້ເງິນ) ມາຮອດວັນທີ 17 ກັນຍາ 2020 ຈຶ່ງຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງ.

ສໍາລັບຂອງກາງຄະດີ ລົດຈັກ KOLAO ສີຂຽວ ທະບຽນ ດຕ 9039 ກໍາແພງນະຄອນ ໄດ້ມອບຄືນໃຫ້ເຈົ້າຂອງເດີມ ໃນວັນທີ 13 ກັນຍາ 2020 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຮັບໂດຍ ນາງ ບຸນເລືອງ ເຈົ້າຂອງລົດ.

ໃຊ້ກໍາລັງພົນ 200 ກວ່າຄົນຄົ້ນຫາພໍ່ຕູ້ພວງ ແຕ່ຍັງບໍ່ພົບ

0

ນະຄອນຫຼວງວຽງຈັນ: ຈາກກໍລະນີ ພໍ່ຕູ້ພວງ ອາຍຸ 95 ປີ ໄດ້ຫາຍໄປ ໃນເວລາ 14:00 ວັນທີ່ 3/10/2020 ທີ່ແຫ່ງທ່ອງທ່ຽວ ນໍ້າປ່ຽນຢໍລະປາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພໍ່ຕູ້ນຸ່ງຊຸດນີ້

ທາງພີ່ນ້ອງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຫຼາຍກວ່າ 200 ຄົນ ໄດ້ອອກຄົ້ນຫາ ພໍ່ຕູ້ຕາມປ່າດົງ. ຈົນຮອດແລງ ວັນທີ່ 4/10/2020 ກໍ່ຍັງບໍ່ພົບ.

ມີຂໍ້ມູນເພີ່ມເຕີມຈາກປະຊາຊົນວ່າ ພໍ່ຕູ້ ມານັ່ງລັດຂຶ້ນລົດແຖວປ່າກ້ວຍ ຂ້າງນໍ້າປຽນຢໍລະປາ.

ວອນທຸກຄົນເປັນກະບອກສຽງຊ່ວຍເຫຼືອ ພ້ອມເປັນຫູເປັນຕາຊ່ວຍກັນ ຫາກພົບເບາະແສ ຫຼື ມີຂໍ້ມູນກ່ຽວຂ້ອງກັບພໍ່ຕູ້ ໃຫ້ແຈ້ງ 2 ເບີນີ້ໂດຍໄວ 020 7774 5678;  020 5470 0555.

ຂ່າວກ່ອນໜ້ານີ້

ພໍ່ເຖົ້າຂອງພວກຂ້າພະເຈົ້າຊື່ ພໍ່ຕູ້ພວງ ອາຍຸ 95 ປີ ລູກຫລານພາໄປທ່ຽວນ້ຳປ່ຽນຢໍລະປາ ໄດ້ຫລົງຍ່າງໄປທາງໃດບໍ່ຮູ້,​ບໍ່ເຫັນ ແຕ່ 2 ໂມງແລງຂອງວັນທີ 3/10/2020 ມມາເຖີງດຽວນີ້ຍັງບໍ່ພົບເຫັນ

ຖ້າທ່ານໃດພົບເຫັນ ຂໍຄວາມກະລູຸນາ ຕິດຕໍ່ຫາເບີຂອງຂ້າພະເຈົ້າດ້ວຍ🙏 020 55696948,

.

.