ຂ່າວເສດຖະກິດ
ເພື່ອຄຸ້ມຄອງການເໜັງຕີງ ຂອງລາຄາສິນຄ້າ
ລັດຖະບານ ກໍຄື ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກໍານົດຫລາຍນິຕິກໍາ ແລະ ວາງມາດຕະການຕ່າງໆອອກມາເປັນແຕ່ລະໄລຍະ ເຮັດໃຫ້ສະພາບລາຄາສິນຄ້າໃນທ້ອງຕະ ຫລາດ ຢູ່ຂອບເຂດທົ່ວປະເທດບໍ່ໃຫ້ມີການເໜັງຕີງແຮງ ເພື່ອຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍຈະນຳໃຊ້ກອງທຶນຄັງແຮເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫລື ຂາຍໃນລາຄາແຊກແຊງ ໃນເວລາທີ່ລາຄາເຂົ້າສານມີການເໜັງຕີງຂຶ້ນສູງ ເກີນເພດານທີ່ລັດກໍານົດໃຫ້;
ພ້ອມທັງ ຕິດຕາມ, ກວດກາ ລາຄາສິນຄ້າ ຕາມທ້ອງຕະຫລາດເປັນປະຈຳວັນ ເພື່ອຮັບປະກັນການເໜັງຕີງຂອງລາຄາ ໃຫ້ໄປຕາມກົນໄກຕະຫລາດ ແລະ ປ້ອງກັນການສວຍໂອກາດທຸກຮູບແບບ.
ທ່ານນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງໃນກອງປະຊຸມ ສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້ວ່າ:
ສຳລັບ ມາດຕະການຄຸ້ມຄອງ, ກວດກາ ແລະ ແກ້ໄຂສະພາບການເໜັງຕີງລາຄາສິນຄ້າ ໃນປະຈຸບັນ, ລັດຖະບານ ໄດ້ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍ ຍ່ອຍ; ດັດສົມການສະໜອງ ແລະ ຄວາມຕ້ອງການ ຫລື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍກັບຄວາມຕ້ອງການ ຂອງສັງຄົມ, ທັງປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ;
ນຳໃຊ້ເຄື່ອງມືດ້ານນິຕິກຳ ເປັນຕົ້ນແມ່ນນໍາໃຊ້ມາດຕະການພາຍໃຕ້...
ຫວຽດນາມມີທັງໝົດ 1.272 ຫົວໜ່ວຍ ໃນລາວ
ມູນຄ່າການຄ້າລາວ-ຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2021 ມູນຄ່າການຄ້າລາວ-ຫວຽດນາມ ສາມາດບັນລຸໄດ້ຫຼາຍກວ່າ 1,37 ຕື້ໂດລາ ເພີ່ມຂຶ້ນ 33,32% ທຽບໃສ່ປີ 2020 ຊຶ່ງເປັນມູນຄ່າສູງ ທີ່ສຸດໃນຮອບ 10 ປີ. ຂະນະດຽວກັນຫວຽດນາມເປັນອັນດັບທີ 3 ຂອງການລົງທຶນຂອງຕ່າງປະເທດໃນ ສປປ ລາວ ຊຶ່ງມີ 1.272 ຫົວໜ່ວຍ, ທຶນຈົດທະບຽນທັງໝົດແມ່ນ 23.540.193.251.096 ກີບ
ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເປີດເຜີຍເນື່ອງໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2022 ຄື: ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຫວຽດນາມ ຄົບຮອບ 45 ປີ ໃຫ້ຮູ້ວ່າ: ລັດຖະບານລາວ-ຫວຽດນາມ ກໍຄືສອງກະຊວງອຸດສາຫະກໍາ ແລະ ການຄ້າ ລາວ-ຫວຽດນາມ ໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ວຽກງານການຄ້າ ແລະ ການລົງທຶນ ລະຫວ່າງສອງຝ່າຍ ເພື່ອໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ ໄປຕາມຄາດໝາຍທີ່ສອງພັກ-ສອງລັດຖະບານ ວາງອອກ, ກໍຄືອັດຕາການຂະຫຍາຍຕົວ...
ຈະປັບປຸງການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ສາມາດມີສິນຄ້າ ທັງໄປ ແລະ ກັບ
ທ່ານ ພຶດສະພາ ພູມມະສັກ ຜູ້ອໍານວຍການບໍລິສັດເອໄອດີຊີ ໂລຈິສຕິກ ຈໍາກັດຜູ້ດຽວ ໄດ້ປະກອບຄໍາເຫັນໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ສະມາຄົມຂົນສົ່ງ ແລະ ຈັດສົ່ງສິນຄ້າລະຫວ່າງປະເທດ ໃຫ້ຮູ້ວ່າ ວຽກງານການຂົນສົ່ງໄລຍະຜ່ານມາ ໄດ້ພົບກັບສິ່ງທ້າທາຍຫຼາຍດ້ານ ເປັນຕົ້ນແມ່ນນັກລົງທຶນຕ່າງປະເທດເຂົ້າມາລົງທຶນໃນປະເທດລາວກາຍເປັນຄູ່ແຂ່ງລາຄານ້ໍາມັນສູງຂຶ້ນ ເຮັດໃຫ້ທຸລະກິດຂົນສົ່ງມີຄວາມຫຍຸ້ງຍາກ ແລະ ລະມັດລະວັງ.
ພ້ອມກັນນັ້ນ ການກີດກັ້ນທາງດ້ານການຄ້າຕ່າງປະເທດ ແລະ ການຂົນສົ່ງຂ້າມແດນຕ່າງປະເທດ ທີ່ນັບມື້ເພີ່ມມາດຕະການຂຶ້ນ. ພ້ອມກັນນັ້ນ, ບໍລິສັດຂົນສົ່ງຕ່າງປະເທດທີ່ດໍາເນີນທຸລະກິດຢູ່ລາວສ່ວນໃຫຍ່ມີລົດຂົນສົ່ງຈໍານວນຫຼາຍ ເນື່ອງຈາກວ່າເຂົາເຈົ້າສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍ ດອກເບ້ຍຕໍ່າ ລາຄານ້ໍາມັນຢູ່ປະເທດອ້ອມຂ້າງຕໍ່າກວ່າຢູ່ລາວ.
ສະນັ້ນ, ການຂົນສົ່ງ ຢູ່ປະເທດລາວເຮົາຈຶ່ງໄດ້ປຽບ, ການສ້າງສະມາຄົມຕ້ອງໄດ້ມີການຖອດຖອນບົດຮຽນເຊິ່ງກັນ ແລະ ກັນຢ່າງໃກ້ຊິດ ໃນຕໍ່ໜ້າ ການຂົນສົ່ງຂອງລາວຈະກາຍເປັນຖານລາຍຮັບອັນສໍາຄັນເຂົ້າໃນງົບປະມານຂອງລັດ ໂດຍສະເພາະ ການເຊື່ອມຕໍ່ເສັ້ນທາງລົດໄຟລາວ-ຈີນ ການ ຂົນສົ່ງຂ້າມແດນໄປຕ່າງປະເທດ.
ຜ່ານມາ, ລົດຂົນສົ່ງຂອງລາວສາມາດຂົນສົ່ງສິນຄ້າຮອດພຽງແຕ່ຊາຍແດນ ຍັງບໍ່ຂ້າມໄປຕ່າງປະເທດ. ສະນັ້ນ ໃນຕໍ່ໜ້າການຂົນສົ່ງ ຕ້ອງໄດ້ປັບຕົວເຂົ້າຫາເສັ້ນທາງລົດໄຟລາວ-ຈີນ ໃຫ້ສາມາດຂ້າມແດນໄປຍັງຕ່າງປະເທດໄດ້ ເພາະວ່າສິນຄ້າທີ່ສົ່ງອອກສ່ວນໃຫຍ່ ແມ່ນແຮ່ທາດ ສິນຄ້າກະສິກໍາ ແລະ ອື່ນໆ;
ບໍລິສັດຂົນສົ່ງຕ້ອງໄດ້ປັບຕົວເຂົ້າກັບສະພາບການທີ່ຈະເກີດຂຶ້ນໃນຕໍ່ໜ້າ ນອກຈາກນີ້ ສິນຄ້າໄປກັບຍັງມີ ຈໍານວນໜ້ອຍ ສ່ວນໃຫຍ່ສິນຄ້າຢູ່ລາວມີພຽງຂາດຽວ ສ່ວນຂາກັບຍັງບໍ່ມີຮອດ 50% ດັ່ງນັ້ນ ຕ້ອງໄດ້ສຸມໃສ່ບັນຫາສິນຄ້າໃຫ້ສາມາດມີທັງໄປ ແລະ ກັບ ເຮັດໃຫ້ການຂົນສົ່ງຂະໜາດນ້ອຍ ກາງ ແລະ ໃຫຍ່ສາມາດດໍາເນີນທຸລະກິດໄດ້ນໍາກັນໄດ້.
ຄຽງຄູ່ກັນນັ້ນ ບັນດາບໍລິສັດຂົນສົ່ງ...
ພາກລັດ ແລະ ຜູ້ປະກອບການ ຫາລືຊອກວິທີແກ້ໄຂລາຄານໍ້າມັນ
ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ກະຊວງການເງິນ ຮ່ວມກັບບັນດາຜູ້ປະກອບການນຳເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເພື່ອປຶກສາຫາລື ຊອກຫາວິທີການປະຄັບປະຄອງລາຄານໍ້າມັນບໍ່ໃຫ້ມີການເໜັງຕີງສູງເກີນໄປ ເພື່ອຮັກສາໄດ້ຕາມໂຄງສ້າງລາ ຄານໍ້າມັນເຊື້ອໄຟຄັ້ງວັນທີ 10 ມີນາ 2022.
ມາຮອດວັນທີ 6 ເມສາ ນີ້ ທີ່ກະຊວງ ຊວງອຸດສາຫະກຳ ແລະ ການຄ້າ (ອຄ), ໄດ້ຈັດກອງປະຊຸມຫາລືຊອກວິທີແກ້ໄຂລາຄານໍ້າ, ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ແລະ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໂດຍມີບັນດາກົມກ່ຽວຂ້ອງຈາກສອງກະຊວງດັ່ງກ່າວ, ມີສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ພ້ອມດ້ວຍບັນດາບໍລິສັດນໍາເຂົ້າ ແລະ ສົ່ງອອກນໍ້າມັນເຊື້ອໄຟ ເຂົ້າຮ່ວມ.
ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ຊອກວິທີທາງໃນການຜັນຂະຫຍາຍ ຂໍ້ 1 ໃນແຈ້ງການ ເລກທີ 395/ຫສນຍ ລົງວັນທີ 25/3/2022 ເພື່ອລະດົມຄວາມຄິດຄວາມເຫັນ ຫາວິທີແກ້ໄຂບັນຫາກ່ຽວກັບການປັບບາງໂຄງສ້າງລາຄານໍ້າມັນ ໂດຍສະເພາະເຮັດແນວໃດໃຫ້ສາມາດປະຄັບປະຄອງລາຄານໍ້າມັນໃຫ້ໄດ້ ຕາມໂຄງສ້າງລາຄານໍ້າມັນເຊື້ອໄຟ ຄັ້ງວັນທີ 10/3/2022 ກໍຄືແຈ້ງການ...
ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນຄວາມສ່ຽງທີ່ມາຈາກ ສົງຄາມ
ການຟື້ນຟູເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ປະເຊີນຄວາມສ່ຽງທີ່ມາຈາກ ສົງຄາມໃນຢູເຄຣນ, ການຮັດແໜ້ນນະໂຍບາຍດ້ານການເງິນຂອງ ສະຫະລັດອາເມຣິກາ ແລະ ການເຕີບໂຕເສດຖະກິດທີ່ຊ້າລົງຢູ່ ສປ ຈີນ ການປະຕິຮູບດ້ານການເງິນ ແລະ ດ້ານການຄ້າ ຈະຊ່ວຍເພີ່ມຄວາມສາມາດປັບຕົວໄດ້
ວໍຊິງຕັນ, 4 ເມສາ 2022 , ທະນາຄານໂລກ ໄດ້ກ່າວໃນວັນຈັນຜ່ານມານີ້ວ່າ: ສົງຄາມໃນ ຢູເຄຣນ ເປັນໄພຂົ່ມຂູ່ ຕໍ່ການຟື້ນຟູເສດຖະກິດຂອງບັນດາປະເທດທີ່ກຳລັງພັດທະນາຢູ່ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ (EAP). ນອກຈາກຜົນກະທົບຂອງສົງຄາມດັ່ງກ່າວ ກໍຍັງມີຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ທີ່ເກີດຈາກການລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວ, ການຮັດແໜ້ນນະໂຍບາຍທາງດ້ານການເງິນຂອງສະຫະລັດອາເມຣິກາ ແລະ ການລະບາດຮອບໃໝ່ຢູ່ ສປ ຈີນ ທີ່ມີນະໂຍບາຍການຄວບຄຸມໂຄວິດໃຫ້ເທົ່າສູນ.
ບົດລາຍງານຄວາມຄືບໜ້າດ້ານເສດຖະກິດຢູ່ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກຂອງທະນາຄານໂລກ: ການຜ່ານຜ່າລົມພາຍຸ ຊີ້ແຈງໃຫ້ຮູ້ວ່າ: ຜົນກະທົບອັນໃຫຍ່ຫຼວງຈາກສົງຄາມໃນຢູເຄຣນ ແລະ ມາດຕະການລົງໂທດຕໍ່ຣັດເຊຍນັ້ນ ໄດ້ລົບກວນການສະໜອງສິນຄ້າ, ເພີ່ມຂໍ້ຫຍຸ້ງຍາກໃຫ້ລະບົບການເງິນທີ່ບອບບາງຢູ່ແລ້ວ, ແລະ ຖ່ວງດຶງການເຕີບໂຕດ້ານເສດຖະກິດໃນໂລກໃຫ້ທົດຖອຍລົງໄປຕື່ມ.
ສຳລັບບັນດາປະເທດໃນພາກພື້ນທີ່ເປັນປະເທດນຳເຂົ້ານ້ຳມັນເຊື້ອໄຟລາຍໃຫຍ່ ເຊັ່ນ: ມົງໂກລີ ແລະ ໄທ ແລະ ປະເທດນຳເຂົ້າອາຫານລາຍໃຫຍ່ ເຊັ່ນ: ເກາະປາຊີຟິກ ສະແດງໃຫ້ເຫັນວ່າ: ລາຍໄດ້ຕົວຈິງໄດ້ຫຼຸດລົງ.
ສຳລັບບັນດາປະເທດທີ່ມີໜີ້ສິນຫຼວງຫຼາຍ ເຊັ່ນ: ສາທາລະນະລັດ ປະຊາທິປະໄຕ...
All countries
549,918,479
Total confirmed cases
Updated on June 28, 2022 12:18
Italy
18,259,261
Total confirmed cases
Updated on June 28, 2022 12:18
Spain
12,681,820
Total confirmed cases
Updated on June 28, 2022 12:18
Iran
7,237,156
Total confirmed cases
Updated on June 28, 2022 12:18
Germany
27,914,240
Total confirmed cases
Updated on June 28, 2022 12:18